ນາຊາຍທອງ ສຳເລັດການເກັບກ່ຽວເຂົ້ານາແຊງໃນເນື້ອທີ 2.681 ເຮັກຕາ

    ມາຮອດປັດຈຸບັນ ຊາວກະສິກອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາແຊງໄດ້ສຳເລັດໃນຕົ້ນເດືອນພຶດສະພາ ແລະ ພວມສືບຕໍ່ການຜະລິດເຂົ້ານາປີໃນເນື້ອທີ 7.794 ເຮັກຕາ.

    ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງ ໄດ້ໃຫ້ສຳພາດວັນທີ 7 ພຶດສະພາ 2020 ວ່າ: ທົ່ວເມືອງນາຊາຍທອງໄດ້ມີແຜນປູກເຂົ້ານາແຊງທັງໝົດ 2.681 ເຮັກຕາ ສາມາດຜະລິດໄດ້ຕາມແຜນ 100% ຊາວກະສິກອນໄດ້ເລີ່ມເກັບກ່ຽວເຂົ້ານາແຊງມາແຕ່ຕົ້ນເດືອນເມສາ ແລະ ໄດ້ສຳເລັດໃນຕົ້ນເດືອນພຶດສະພາ 2020 ໃນນັ້ນໄດ້ເກັບກ່ຽວດ້ວຍກົນຈັກ 1.935 ເຮັກຕາ ສະມັດຕະພາບ 4,25ໂຕນຕໍ່ເຮັກຕາ ສາມາດຜະລິດເຂົ້າໄດ້ທັງໝົດ 1.394 ໂຕນ.

    ນອກຈາກນັ້ນ ໄດ້ປູກພືດຜັກທັງໝົດ 730 ເຮັກຕາ ໃນນັ້ນ ມີຜັກກິນໃບ 330 ເຮັກຕາ ຜັກກິນໝາກ 290 ເຮັກຕາ ສາລີຫວານ 110 ເຮັກຕາ ສາມາດຜະລິດພືດຜັກໄດ້ທັງໝົດ 554 ເຮັກຕາ ເທົ່າກັບ 75,89%. ສຳລັບແຜນການຜະລິດໃນລະດູຝົນ ໃນນັ້ນໄດ້ວາງແຜນປູກເຂົ້ານາປີໃນເນື້ອທີ 7.794 ເຮັກຕາ ສະມັດຕະພາບ 4,3 ໂຕນຕໍ່ເຮັກຕາ ປູກເຂົ້າຈ້າວ 50 ເຮັກຕາ ແຜນປູກພືດຜັກ 340 ເຮັກຕາ ສະມັດຕະພາບ 8,6 ໂຕນ/ເຮັກຕາ ແຜນປູກສາລີ 150 ເຮັກຕາ ສະມັດຕະພາບ 5 ໂຕນຕໍ່ເຮັກຕາ ແລະ ແຜນປູກມັນຕົ້ນທັງໝົດ 350 ເຮັກຕາ ສະມັດຕະພາບ 25 ໂຕນ/ເຮັກຕາ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!