ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 14 ທັນວາ 2021 ວ່າ: ວັນທີ 13 ທັນວາທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.068 ຕົວຢ່າງ ໃນນີ້ ພົບເຊື້ອໃໝ່ທັງໝົດ 1.358 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໃນນີ້ ຕິດເຊື້ອຈາກພາຍໃນ 1.357 ຄົນ

- ຈາກນະຄອນຫຼວງວຽງຈັນ 705 ຄົນ ໃນ 9 ເມືອງ
- ແຂວງຫຼວງນໍ້າທາ 110 ຄົນ ໃນ 4 ເມືອງ
- ແຂວງວຽງຈັນ 101 ຄົນ ໃນ 10 ເມືອງ
- ແຂວງບໍ່ແກ້ວ 78 ຄົນ ໃນ 2 ເມືອງ
- ແຂວງຫຼວງພະບາງ 71 ຄົນ ໃນ 7 ເມືອງ
- ແຂວງອຸດົມໄຊ 71 ຄົນ ໃນ 5 ເມືອງ
- ແຂວງຄຳມ່ວນ 45 ຄົນ ໃນ 4 ເມືອງ
- ແຂວງໄຊຍະບູລີ ມີ 35 ຄົນ ໃນ 4 ເມືອງ
- ແຂວງໄຊສົມບູນ ມີ 27 ຄົນ ໃນ 3 ເມືອງ
- ແຂວງສະຫວັນນະເຂດ 25 ຄົນ ໃນ 4 ເມືອງ
- ແຂວງຊຽງຂວາງ ມີ 19 ຄົນ ໃນ 3 ເມືອງ
- ແຂວງຈຳປາສັກ 18 ຄົນ ໃນ 5 ເມືອງ
- ແຂວງຫົວພັນ ມີ 16 ຄົນ ໃນ 1 ເມືອງ
- ແຂວງບໍລິຄຳໄຊ 15 ຄົນ ໃນ 3 ເມືອງ
- ແຂວງສາລະວັນ 9 ຄົນ ໃນ 2 ເມືອງ
- ແຂວງເຊກອງ ມີ 8 ຄົນ ໃນ 3 ເມືອງ
- ແຂວງອັດຕະປື 3 ຄົນ ໃນ 2 ເມືອງ
- ແຂວງຜົ້ງສາລີ 1 ຄົນ ໃນ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ 1 ຄົນ ຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້ ຮອດປັດຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 91.816 ຄົນ ແລະ ຄົນເຈັບຫາຍດີອອກໂຮງໝໍວັນທີ 13 ທັນວາ 429 ຄົນ ກໍາລັງປິ່ນປົວ 12.143 ຄົນ ແລະ ເສຍຊີວິດສະສົມທັງໝົດ 250 ຄົນ.
# ຂ່າວ – ພາບ : ຂັນທະວີ