ພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານເພື່ອອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ-ເຄື່ອງຂອງ ຢູ່ດ່ານສາກົນ ຈັດຂຶ້ນວັນທີ 13 ທັນວາ 2021 ທີ່ໂຮງແຮມຄາວພາຊາ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງ ສາທາລະນະສຸກ ທ່ານ ນາງ ມະນິວອນ ວົງໄຊ ຫົວໜ້າກົມການນໍາເຂົ້າ-ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ປອ. ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ ກະຊວງ ກະສິກໍາ ແລະ ປ່າໄມ້ ທ່ານ ດຣ ສີທອງ ພິພັກຄະວົງ ຮອງຫົວໜ້າ ກົມລ້ຽງສັດ ແລະ ການປະມົງ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າ ກົມພາສີ ກະຊວງການເງິນ ເຊິ່ງມີພາກສ່ວນກ່ຽວຂ້ອງຈາກພາກສ່ວນດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ.

ການລົງນານຄັ້ງນີ້ເປັນການຈັດຕັ້ງແຜນງານປັບປຸງການແຈ້ງພາສີຜ່ານການຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກການຄ້າສາກົນຂອງອົງການ ການຄ້າໂລກ ພາຍໃຕ້ການສະໜັບສະໜູນ ຈາກ ໂຄງການສົ່ງເສີມການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ເຊິ່ງເປັນໂຄງການ ທີ່ສະໜັບສະໜູນໂດຍຄູ່ຮ່ວມພັດທະນາຫຼາຍຝ່າຍຄື: ທະນາຄານໂລກ ລັດຖະບານອົດສະຕາລີ ລັດຖະບານໄອແລນ ແລະ ລັດຖະບານອາເມລິກາ.

ຈຸດປະສົງແມ່ນເພື່ອການຮ່ວມມື ແລກປ່ຽນຂໍ້ມູນ ແລະ ການປະສານງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ໂດຍນໍາໃຊ້ໂມດູນເລືອກເຟັ້ນຂອງລະບົບອາຊີກູດາຂອງກົມພາສີ ແນໃສ່ເຮັດໃຫ້ຂັ້ນຕອນ ແລະ ເວລາ ຂອງການກວດກາສິນຄ້າ-ເຄື່ອງຂອງ ທີ່ນໍາເຂົ້າ-ສົ່ງອອກ ມີຄວາມຖືກຕ້ອງ ວ່ອງໄວ ແລະ ເປັນເອກະພາບ ຢູ່ດ່ານສາກົນເປົ້າໝາຍໃນຂອບເຂດທົ່ວປະເທດ ເຊິ່ງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າແຫ່ງຊາດ ແລະ ຄະນະນໍາກະຊວງຂອງບັນດາກົມທີ່ກ່ຽວຂ້ອງ ໄດ້ເຫັນດີໃຫ້ມີການເຊັນບົດບັນທຶກຄວາມເຂົ້າໃຈເຊິ່ງກັນ ແລະ ຄົ້ນຄວ້າລະບຽບການກົນໄກສະເພາະໃນການສົ່ງຂໍ້ມູນ ແລະ ກວດກາຮ່ວມກັນຢູ່ດ່ານ (SOP) ໃນການຈັດຕັ້ງປະຕິບັດຢ່າງຖືກຕ້ອງ.

ນອກຈາກນີ້ ກະຊວງການເງິນ ຍັງໄດ້ສ້າງຕັ້ງຄະນະກໍາມະການຮ່ວມກັນວຽກງານບໍລິຫານຄວາມສ່ຽງ ເຊິ່ງປະກອບມີກົມທີ່ກ່ຽວຂ້ອງ ເປັນຄະນະ ໃນນັ້ນຄະນະກໍາມະການດັ່ງກ່າວ ໄດ້ມີໜ້າທີ່ເກັບກໍາຂໍ້ມູນຄວາມສ່ຽງທັງໝົດເພື່ອນໍາມາວິເຄາະ ວິໃຈ ຈັດລະດັບຄວາມສ່ຽງ ແລະ ພັດທະນາປັບປຸງຂໍ້ມູນເພື່ອປ້ອນເຂົ້າໃນລະບົບອາຊິກຸດາ ພ້ອມນັ້ນ ຄະນະດັ່ງກ່າວຍັງພ້ອມກັນ ຄົ້ນຄ້ວາ ແລະ ປະເມີນບັນດາ ສິນຄ້າຊາຍແດນທີ່ມີຄວາມສ່ຽງສູງ ເພື່ອດຳເນີນການຕິດຕາມ ກວດກາ ແລະ ໃຫ້ຄໍາແນະນໍາກ່ຽວກັບ ການດໍາເນີນງານວຽກງານບໍລິຫານຄວາມສ່ຽງຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອນໍາໄປປະຕິບັດໃຫ້ມີປະສິດທິຜົນ ເຊິ່ງການນໍາໃຊ້ຫຼັກການບໍລິຫານຄວາມສ່ຽງ ແມ່ນເປັນການປະຕິບັດຂອງກົມພາສີ ໃນຖະນະເປັນພາຄີຂອງສົນທິສັນຍາກຽວໂຕ ສະບັບປັບປຸງ ເນື່ອງຈາກວ່າ ພາຄີ ຂອງສົນທິສັນຍາດັ່ງກ່າວແມ່ນໄດ້ລະບຸວ່າ ລັດຖະການພາສີ ຕ້ອງນໍາໃຊ້ຫຼັກການບໍລິຫານຄວາມສ່ຽງເຂົ້າໃນວຽກງານຄວບຄຸມຂອງພາສີໃຫ້ຖືກຕ້ອງ ສອດຄ່ອງ ແລະ ເປັນລະບົບຫຼາຍຂຶ້ນ.
