ນັກຮຽນປະຖົມບ້ານດວງບຸດດີໄດ້ຮັບເຄື່ອງຊ່ວຍເຫຼືອ

    ວັນທີ 10 ທັນວາ 2021 ທີມງານ Cooking Class ແລະ ສະມາຄົມໂຮງແຮມ ແລະ ຮ້ານອາຫານ ລາວໄດ້ລົງຈັດກິດຈະກຳມອບເຄື່ອງໃຫ້ຊາວໜຸ່ມ ຄູອາຈານ ແລະ ນັກຮຽນໂຮງຮຽນປະຖົມສົມບູນບ້ານດວງ ບຸດດີ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນໍາໂດຍທ່ານນາງ ສຸດາລັດ ພັນພູທອນ ຖືກຕ້ອນຮັບໂດຍເລຂາຊາວໜຸ່ມບ້ານ ຄະນະອຳນວຍການໂຮງຮຽນ ພະນັກງານຄູອາຈານ ແລະ ນັກຮຽນໂຮງຮຽນປະຖົມສົມບູນບ້ານດວງບຸດດີ.

    ສໍາລັບເຄື່ອງທີ່ທີມງານ Cooking Class ແລະ ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວໄປມອບຄັ້ງນີ້ປະກອບມີເຄື່ອງກີລາ ອຸປະກອນການຮຽນ-ການສອນ ໜ້າກາກອະນາໄມ ແລະ ເຈວລ້າງມືເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ກັບນັກຮຽນ ແລະ ຄູອາຈານ ທັງນີ້ເພື່ອເປັນການການປະກອບສ່ວນຊ່ວຍ ເຫຼືອສັງຄົມໂດຍສະເພາະສະຖາບັນການສຶກສາທີ່ຢູ່ເຂດຫ່າງໄກສອກຫຼີກ.  


error: Content is protected !!