ໂຄງການຜະລິດຝຸ່ນຊີວະພາບຂອງ ຄບຕ ຈະເລີ່ມທົດລອງໃນທ້າຍເດືອນນີ້

    ໂຮງງານຜະລິດຝຸ່ນຊີວະພາບ ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ (ຄບຕ) ຄາດວ່າຈະສຳເລັດການກໍ່ສ້າງ ແລະ ທົດລອງຜະລິດໃນທ້າຍເດືອນທັນວານີ້ ເຊິ່ງໂຄງການດັ່ງກ່າວ ຈະນຳເອົາຂີ້ເຫຍື້ອ ແລະ ເສດຜັກມາໝັກ ແລະ ຜະລິດເປັນຝຸ່ນ ຫວັງເປັນທາງເລືອກຂອງຊາວກະສິກອນ ໂດຍສະເພາະຜູ້ທີ່ປູກພືດຜັກປອດສານພິດ.

    ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ກ່າວວ່າ: ຄບຕ ໄດ້ຮັບການຊ່ວຍເຫຼືອລ້າຈາກສະຖາບັນເຕີບໂຕສີຂຽວ GGGI ຂອງ ສ.ເກົາຫຼີ ທີ່ໄດ້ຮ່ວມກັບອົງການກອຍກ້າ ທີ່ໄດ້ສະໜັບສະໜູນຫ້ອງການ ຄບຕ ຢູ່ໃນໂຄງການຫຼັກ ກໍຄືການຄັດແຍກຂີ້ເຫຍື້ອໃນຕົວເມືອງ ເຊິ່ງເຮົາໄດ້ທົດລອງຢູ່ເມືອງສີໂຄດຕະບອງ ໃນນັ້ນພວກເຮົາໄດ້ຄັດແຍກຂີ້ເຫຍື້ອຢູ່ 3 ບ້ານຄື: ໜອງບົວທອງເໜືອ ປາກທ້າງ ແລະ ດົງນາໂຊກ ໂດຍການຜະລິດຝຸ່ນຊີວະພາບ ຫຼື ຝຸ່ນບົ່ມ: ສ່ວນວັດຖຸທີ່ນຳມາຜະລິດຝຸ່ນຢູ່ໂຮງງານແຫ່ງນີ້ ສ່ວນຫຼາຍແມ່ນເອົາມາຈາກຕະຫຼາດເຊິ່ງພວກເຮົາໄດ້ສຶກສາເຫັນວ່າ: ໃນໄລຍະຜ່ານມາ ເສດຜັກຢູ່ໃນຕະຫຼາດແຕ່ລະແຫ່ງແມ່ນຖິ້ມເຕັມຢູ່ສະໜາມຂີ້ເຫຍື້ອ ດັ່ງນັ້ນ ພວກເຮົາຈຶ່ງແລເຫັນຄຸນຄ່າຂອງເສດຜັກດັ່ງກ່າວ ເພື່ອນຳມາເຮດເປັນຝຸ່ນບົ່ມ ປັດຈຸບັນ ຄບຕ ໄດ້ເຊັນສັນຍາກັບຕະຫຼາດໃຫຍ່ຢູ່ນະຄອນຫຼວງວຽງຈັນຫຼາຍແຫ່ງ ໂດຍສະເພາະແມ່ນຕະຫຼາດລາວ-ອົດຊີ ແລະມີແຜນເຊັນສັນຍາກັບຕະຫຼາດໜອງໜ້ຽວ ຕະຫຼາດບຶງທາດຫຼວງ ຕະຫຼາດໂນນຄໍ້ ເຊິ່ງໃນແຕ່ລະວັນ ຕະຫຼາດເຫຼົ່ານີ້ມີເສດຜັກຫຼາຍໂຕນ ເຊິ່ງໂຮງງານແຫ່ງນີ້ມີກຳລັງການຜະລິດປະມານ 5 ໂຕນຕໍ່ວັນ.

    ສະນັ້ນ ຄບຕ ເປັນທ່າແຮງໜຶ່ງທີ່ເກັບມ້ຽນຂີ້ເຫຍື້ອ ຄັດແຍກຂີ້ເຫຍື້ອ ມີ: ຂີ້ເຫຍື້ອປຽກ ຂີ້ເຫຍື້ອແຫ້ງ ປັດຈຸບັນ ພວກເຮົາກຳລັງຈັດສັນຖັງໃຫ້ຄົວເຮືອນໃຊ້ 3.000 ກວ່າໜ່ວຍ ຢູ່ 3 ບ້ານທົດລອງ ຂີ້ເຫຍື້ອປຽກ ແລະ ເສດຜັກ ແມ່ນພວກເຮົາຈະສົ່ງເຂົ້າໂຮງງານແຫ່ງນີ້ທັງໝົດ ເຊິ່ງຂີ້ເຫຍື້ອປຽກຈາກຄົວເຮືອນ ບວກກັບເຕັກໂນໂລຊີທີ່ທັນສະໄໝ ສາມາດຜະລິດຝຸ່ນທີ່ດີ ໂຄງການດັ່ງກ່າວຄາດຕະເນແມ່ນທ້າຍເດືອນທັນວານີ້ຈະໃຫ້ສຳເລັດ ແລະ ຈະເລີ່ມລົດລອງຜະລິດ.

# ຂ່າວ & ພາບ : ວຽງມາ

error: Content is protected !!