ໄຟຟ້າ ຫົງສາ ສະໜັບສະໜູນງົບປະມານຜ່ານໂຄງການລະດົມ ທຶນຊ່ວຍເຫຼືອ

    ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຈາກສະຖານະການການແຜ່ລະບາດ ຂອງພະຍາດໂຄວິດ-19 ຕັ້ງແຕ່ປີ 2020 ຈົນເຖິງປັດຈຸບັນ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ ໃນວົງກວ້າງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ຄວາມສໍາຄັນເຖິງສະຖານະການການແຜ່ລະບາດດັ່ງ ກ່າວ ຈຶ່ງຂໍຮ່ວມເປັນສ່ວນໜຶ່ງຂອງສັງຄົມ ໂດຍການສະໜັບສະໜູນງົບປະມານ 1.000.000 ບາດ ຫຼື ປະມານ 328 ລ້ານກີບ ຜ່ານໂຄງການລະດົມທຶນຊ່ວຍເຫຼືອ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ພາຍໃຕ້ການດໍາເນີນງານຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂອງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ.

    ໂດຍນັບແຕ່ປີ 2020 ເປັນຕົ້ນມາ ບໍລິສັດໄດ້ມີສ່ວນຮ່ວມສະໜັບສະໜູນງົບປະມານເພື່ອຕ້ານການ ແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກັບລັດຖະບານແຫ່ງ ສປປ ລາວ ທັງໃນລະດັບທ້ອງຖິ່ນ ແລະ ລະດັບສູນກາງ ລວມແລ້ວຈໍານວນກວ່າ 9 ໂຄງການ ເປັນເງິນມູນຄ່າ 1.260.000.000 ກີບ ຫຼື ເທົ່າກັບ 3.600.000 ບາດ ນອກຈາກພັນທະກິດຫຼັກຂອງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໃນດ້ານການຜະລິດກະ ແສໄຟຟ້າ ເພື່ອສ້າງຄວາມໝັ້ນຄົງທາງດ້ານພະລັງງານໃຫ້ກັບ ສປປ ລາວ ແລະ ລາຊະອານາຈັກໄທ ແລ້ວ ການໃຫ້ຄວາມສໍາຄັນໃນເລື່ອງຄວາມໃສ່ໃຈ ຄວາມຫ່ວງໄຍຕໍ່ຊຸມຊົນ ແລະ ສັງຄົມ ກໍເປັນອີກສິ່ງ ໜຶ່ງທີ່ບໍລິສັດໃຫ້ຄວາມສໍາຄັນມາໂດຍຕະຫຼອດ ແລະ ຈາກສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ທົ່ວໂລກກໍາລັງປະເຊີນຢູ່ໃນຂະນະນີ້ ຈໍາເປັນຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນໃນ ການເບີ່ງແຍງພໍ່ແມ່ປະຊາຊົນໃຫ້ປອດໄພ ດັ່ງນັ້ນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈຶ່ງຂໍເປັນອີກໜຶ່ງພາກ ສ່ວນທີ່ສະໜັບສະໜູນການຕ້ານສະຖານະການການແຜ່ລະບາດໃນຄັ້ງນີ້ ແລະ ຂໍສົ່ງກໍາລັງໃຈໃຫ້ກັບ ພໍ່ແມ່ປະຊາຊົນ ແລະ ສປປ ລາວ ໃຫ້ສາມາດຜ່ານພົ້ນວິກິດຄັ້ງນີ້ໄປໄດ້ດ້ວຍດີ.

# ຂ່າວ & ພາບ :  ວຽງມາ

error: Content is protected !!