ໄຊທານີ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XI ຂອງພັກ

    ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຂຶ້ນວັນທີ 13 ທັນວາ 2021 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ຄໍາປະດິດ ເຂັມມານິດ ຄະນະພັກ ນວ ເລຂາພັກ ເຈົ້າເມືອງໄຊທານີ ມີຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຜ່ານມາ ແລະ ສະເໜີແຜນການຜັນຂະຫຍາຍມະຕິ XI ຂອງພັກ ຕິດພັນກັບມະຕິ VII ອົງຄະນະພັກ ນວ ຂອງພະແນກການ ແລະ ເມືອງຈໍານວນໜຶ່ງ ຮັບຟັງການເຜີຍແຜ່ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ເພື່ອເປັນບ່ອນອິງໃຫ້ຄະນະພັກແຕ່ລະຂັ້ນ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອແນໃສ່ເຮັດໃຫ້ສະມາຊິກພັກທຸກສະຫາຍໄດ້ກຳແໜ້ນ ເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ-ລັດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈເປັນເອກກະພາບທາງດ້ານທັດສະນະ ແນວຄິດ ແລະ ການກະທຳ ໃຫ້ມີການປ່ຽນແປງຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ.

# ຮູບ & ຂ່າວ : ລັດເວລາ

error: Content is protected !!