ຈະສູ້ຊົນເກັບລາຍຮັບຕື່ມ 2.542 ຕື້ກີບ ໂດຍສຸມໃສ່ຫຼາຍມາດຕະການຕົ້ນຕໍ

    ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ສະເໜີບົດສະຫຼຸບຕີລາຄາໂດຍສັງເຂບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ຕໍ່ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນປະຈໍາປີ 2021 ແລະ ທິດທາງປະຈໍາປີ 2022 ວັນທີ 13 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດວ່າ: ປະຕິບັດຕາມມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຜນງົບປະມານແຫ່ງລັດປະຈໍາປີ 2021 ສະບັບເລກທີ 13/ສພຊ ລົງວັນທີ 4 ພະຈິກ 2020 ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນກວ່າ ປີ 2021 (ແຕ່ວັນທີ 1 ມັງກອນ ຫາວັນທີ 10 ທັນວາ 2021) ສາມາດສັງລວມໄດ້ຄື: ລາຍຮັບທັງໝົດສາມາດປະຕິບັດໄດ້ 24.099 ຕື້ກີບ ເທົ່າກັບ 87% ຂອງແຜນປີ ແລະ ລາຍຈ່າຍທັງໝົດປະຕິບັດໄດ້ 21.010 ຕື້ກີບ ເທົ່າກັບ 66% ຂອງແຜນປີ ສ່ວນການລະດົມແຫຼ່ງທຶນເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 8.804 ຕື້ກີບ ເທົ່າກັບ 43% ຂອງແຜນປີ.

    ເພື່ອໃຫ້ບັນລຸຕາມຄາດໝາຍທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຄາດຄະເນລາຍຮັບທັງໝົດ ຈະສາມາດປະຕິບັດໄດ້ 26.957 ຕື້ກີບ ເທົ່າກັບ 98% ຂອງແຜນປີ ສຳລັບລາຍຈ່າຍແມ່ນບໍ່ເກີນແຜນທີ່ສະພາແຫ່ງຊາດຮັບຮອງ ໂດຍຮັບປະກັນບັນດາລາຍຈ່າຍທີ່ຈໍາເປັນ ແລະ ບູລິມະສິດຂອງລັດຖະບານ ໃຫ້ສາມາດເຄື່ອນໄຫວໄດ້ເປັນປົກກະຕິ ສ່ວນການຂາດດູນແມ່ນບົນພື້ນຖານການຄາດຄະເນລາຍຮັບຈະບໍ່ໄດ້ 2% ຫຼື ປະມານ 670 ຕື້ກີບ ຈະເຮັດໃຫ້ການຂາດດຸນເພີ່ມຈາກ 3.955 ຕື້ກີບ ເທົ່າກັບ 2,17% ຂອງ GDP ມາເປັນ 4.626 ຕື້ກີບ ເທົ່າກັບ 2,53% ຂອງ GDP.

    ແຕ່ເຖິງຢ່າງໃດກໍຕາມການເກັບລາຍຮັບເຫັນວ່າຍັງເປັນສິ່ງທ້າຍ ອີງໃສ່ໄລຍະເວລາທີ່ຍັງເຫຼືອ ແຕ່ນີ້ເຖິງທ້າຍປີ ຈະສູ້ຊົນເກັບລາຍຮັບຕື່ມ 2.542 ຕື້ກີບ ຫຼື 11% ສະນັ້ນຈະຕ້ອງໄດ້ສຸມໃສ່ປະຕິບັດບາງມາດຕະການຕົ້ນຕໍເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມຄາດໝາຍຄື:ສົມທັບກັບບັນດາຂະແໜງການ ແລະ ທ້ອງຖິ່ນ ຊຸກຍູ້ການກະຕຸ້ນການຟື້ນຕົວຂອງເສດຖະກິດມະຫາພາກໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວ ພ້ອມທັງຊີ້ນໍາຂະແໜງການ ແລະ ທ້ອງຖິ່ນຊຸກຍູ້ການຈັດຕັ້ງປະຕິບັດການແຜນງົບປະມານແຫ່ງລັດໃນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19 ສົມທົບກັບຂະແໜງພະລັງງານ ແລະ ບໍ່ແຮ່ ເພື່ອກວດກາຄືນ ແລະ ລະດົມ ບໍລິສັດບໍ່ແຮ່ ທີ່ໄດ້ຮັບອະນຸຍາດຂຸດຄົ້ນແລ້ວ ແລະ ມີແຜນສົ່ງອອກແຮ່ທາດໃນປີ 2021 ເພື່ອຈັດເກັບບໍ່ແຮ່ເປັນຖ້ຽວ ແລະ ທົດລອງສົ່ງອອກແຮ່ເຫຼັກແບບມອບເໝົາພັນທະ 30 ໂດລາຕໍ່ໂຕນ ຮີບຮ້ອນຕິດຕັ້ງຊິງສັ່ງນໍ້າໜັກຢູ່ບັນດາດ່ານທີ່ມີເງື່ອນໄຂ ເພື່ອກວດກາບໍລິມາດຕາມຄວາມເປັນຈິງ ຫັນການຊຳລະອາກອນລາຍໄດ້ຈາກຈຸນລະວິສາຫະກິດ ແລະ ຄ່າທຳນຽມຄ່າບໍລິການໄປສູ່ການຊຳລະສະສາງຜ່ານລະບົບມືຖື ເພື່ອການຊຳລະສາງອາກອນທັນສະໄໝຜ່ານເຄຶ່ອງສື່ສານ ແລະໃຫ້ການບໍລິການດ້ານດີຈີຕອນ ຮີບຮ້ອນຈັດຕັ້ງປະຕິບັດການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ຕາມການຕົກລົງຂອງລັດຖະບານ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ ຮີບຮ້ອນດໍາເນີນການສົ່ງອອກໄມ້ ຕາມແຈ້ງການຫ້ອງວ່າການສໍານັກງານນາຍົກ ສະບັບເລກທີ 885/ຫສນຍ ບ້ວງ 257.117 ແມັດກ້ອນ ແລະ ສະບັບເລກທີ 1156/ຫສນຍ ບ້ວງ 188.000 ແມັດກ້ອນ ເລັງທວງ ແລະ ແກ້ໄຂໜີ້ຄ້າງມອບຄ່າສໍາປະທານທີ່ດິນ ຊັບພະຍາກອນແຮ່ທາດ ບໍລິສັດພູເບ້ຍມາຍນີ້ງ ແລະ ບໍລິສັດໄຟຟ້າຫົງສາ ແລະ ໜີ້ຄ່າບິນຜ່ານ ຄົ້ນຄວ້າຜັນຂະຫຍາຍນະໂຍບາຍບາຍປະຢັດ ແລະ ຕ້ານການຟຸມເຟືອຍ ສືບຕໍ່ຈໍາກັດລາຍຈ່າຍທີ່ເຫັນວ່າບໍ່ຈໍາເປັນ ທີ່ຄາດວ່າຈະບໍ່ໄດ້ຈັດຕັ້ງປະຕິບັດ ສືບຕໍ່ສຸມໃສ່ວຽກງານຫັນເປັນທັນສະໄໝ ແລະ ດີຈີຕອນຂອງຂະແໜງການເງິນຢ່າງເປັນຮູບປະທໍາ ສືບຕໍ່ສົມທົບກັບອົງການກວດກາລັດຖະບານ ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ເພື່ອແກ້ໄຂຜົນຂອງການກວດສອບປີຜ່ານມາ ສືບຕໍ່ລະດົມແຫຼ່ງທຶນພາຍໃນ ແລະ ຕ່າງປະເທດ ໂດຍການກູ້ຢືມ ແລະ ຈຳໜ່າຍພັນທະບັດດ້ວຍຫຼາຍຮູບການທີ່ມີສ່ວນຮ່ວມຂອງທຸກພາກສ່ວນ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!