ຜທ ສະຫຼຸບວຽກງານແຜນການ ແລະ ການລົງທຶນທົ່ວປະເທດ

    ວັນທີ 13 ທັນວາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນທົົ່ວປະເທດ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ມີຮອງລັດຖະມົນຕີ ປະທານອົງການລັດທຽບເທົ່າ ຫົວໜ້າກົມ ຫົວໜ້າພະແນກ ຜທ ທົົ່ວປະເທດ ພ້ອມດວ້ຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ ໂດຍຜ່ານລະບົບປະຊຸມທາງໄກ.

    ກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2021 ແລະ ປຶກສາຫາລາກ່ຽວກັບບັນຫາຂໍ້ຄົງຄ້າງ ກຳນົດມາດຕະການ ວິທີທາງແກ້ໄຂ ແລະ ກຳນົດທິດທາງຈຸດສຸມຂອງວຽກງານຂະແໜງແຜນການ ແລະ ການລົງທຶນ ສຳລັບປີ 2022 ພ້ອມນັ້ນ ກອງປະຊຸມຈະໄດ້ຄົົ້ນຄວ້າຕໍ່ຫົວຂໍ້ດ້ານວິຊາການຈຳນວນໜຶ່ງ ເປັນຕົົ້ນ ການປັບປຸງບັນຊີກິດຈະການຄວບຄຸມ-ສຳປະທານ ການຄົົ້ນຄວ້າ ການແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິີ່ນໃນວຽກງານສົົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ການຄຸ້ມຄອງໂຄງການບໍ່ແຮ່ ທີີ່ກະຊວງໄດ້ມອບໃຫ້ທ້ອງຖິີ່ນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານການຟື້ນຟູເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ-19 ຕາມນະໂຍບາຍ ແລະ ມາດຕະການທີ່ກຳນົດໄວ້ ສະພາບການຄຸ້ມຄອງທຶນຊ່ວຍເຫຼືອທາງການເພຶີ່ອການພັດທະນາ ການຜະລິດຕົວຊີ້ບອກ ແລະ ລະບອບການລາຍງານ ເພຶີ່ອຕິດຕາມ ປະເມີນແຜນພັດທະນາເສດຖະກິດ ປະຈຳປີ 2022 ເອກະສານການກວດຜ່ານສັນຍາໂຄງການ ແລະ ເອກະສານສະເໜີຊຳລະຄ່າໂຄງການ ການຍົກສູງກົນໄກຄຸ້ມຄອງການປະເມີນຜົນໂຄງການລົງທຶນຂອງລັດ ວຽກງານກວດກາຕາມຜົນການກວດສອບໂຄງການລົງທຶນຂອງລັດ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານພະນັກງານ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!