​ ບ້ານນາປຸ່ງ ມີລາຍຮັບສະເລ່ຍ 14,2 ລ້ານກີບ ຕໍ່ຄົນຕໍ່ປີ

    ກອງປະຊຸມຄະນະພັກຮາກຖານບ້ານນາປຸ່ງ ເມືອງຫົງສາ ແຂວງໄຊຍະບູລີ ປະຈຳປີ 2021 ໄຂຂຶ້ນວັນທີ 12 ທັນວາ 2021 ທີ່ສະໂມສອນຂອງບ້ານດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ສົມຈັນ ໄຊຈະ ເລຂາຄະນະພັກຮາກຖານບ້ານນາປຸ່ງ ມີສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ສະຫາຍ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ມີທິມງານຂອງແຂວງ ເມືອງ ມີຄະນະພັກຮາກຖານບ້ານ ຄະນະໜ່ວຍພັກ ແລະ ສະຫາຍສະມາຊິກພັກເຂົ້າຮ່ວມ.

    ສະຫາຍ ສົມຈັນ ໄຊຈະ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ລາຍງານການຕີລາຄາປະເມີນຜົນການກວດກາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022ໃຫ້ຮູ້ວ່າ: ຄະນະພັກຮາກຖານບ້ານນາປຸ່ງເປັນຮາກຖານພັກໜຶ່ງຢູ່ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຂອງອົງຄະນະພັກເມືອງຫົງສາ ປະກອບມີຄະນະພັກຮາກຖານ 5 ສະຫາຍ ມີຄະນະໜ່ວຍພັກ 11 ສະຫາຍ ຍິງ 3 ສະຫາຍ ມີສະມາຊິກພັກທັງໝົດ 44 ສະຫາຍ ຍິງ 14 ສະຫາຍ ສໍາຮອງ 1 ສະຫາຍ ມີ 5 ໜ່ວຍງານ 17 ຈຸງານ ຈັດຕັ້ງເປັນ 35 ໜ່ວຍຄຸ້ມຄອງພົນລະເມືອງ ມີ 389 ຄອບຄົວ ມີພົນລະເມືອງທັງໝົດ 2.461 ຄົນ ຍິງ 1.245 ຄົນ.

    ຜ່ານການຕີລາຄາຜົນສໍາເລັດຂອງການລົງກວດກາປະເມີນຜົນຄັ້ງນີ້ ສະແດງອອກຄື: ລາຍຮັບຂອງບ້ານໄດ້ທັງໝົດ 35 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 14,2 ລ້ານກີບ ຕໍ່ຄົນຕໍ່ປີ ເທົ່າກັບ 1.485 ໂດລາສະຫະລັດຕໍ່ຄົນຕໍ່ປີ ມີ 1 ກອງທຶນພັດທະນາບ້ານ ມີເງີນຝາກທັງໝົດ 1.487 ລ້ານກ່ວາກີບ ຜ່ານການເກັບກໍາຂໍ້ມູນຕາມດໍາລັດ 348 ຂອງລັດຖະບານ ຕາມ 6 ມາດຖານ 51 ຕົວຊີ້ບອກມີ 325 ຄອບຄົວທີ່ພົ້ນທຸກ ເທົ່າກັບ 83,54% ບໍ່ພົ້ນທຸກ 64 ຄອບຄົວ (ທຽບໃສ່ປີຜ່ານມາເພີ້ມຂື້ນ 46 ຄອບຄົວ) ຄອບຄົວພັດທະນາ ບັນລຸ 210 ຄອບຄົວ ເທົ່າກັບ 53,98% ບໍ່ບັນລຸ 179 ຄອບຄົວ (ທຽບໃສ່ປີຜ່ານມາຫຼຸດລົງ 95 ຄອບຄົວ) ຕີລາຄາບ້ານພົ້ນທຸກ ຕາມ 8 ມາດຖານບັນລຸ 100% ຕີລາຄາບ້ານພັດທະນາ ຕາມ 6 ກຸ່ມ 19 ເນື້ອໃນ 88 ຕົວຊີ້ບອກ ບັນລຸ 80 ຕົວຊີ້ບອກ ບໍ່ບັນລຸ 8 ຕົວຊີ້ບອກ (ທຽບໃສ່ປີຜ່ານມາຫຼຸດລົງ 6 ຕົວຊີ້ບອກ) ຕີລາຄາປະເພດສະມາຊິພັກ ໄດ້ປະເພດແຂງ 16 ສະຫາຍ ຍິງ 6 ສະຫາຍ ກາງ 25 ສະຫາຍ ຍິງ 7 ສະຫາຍ ອ່ອນ 1 ສະຫາຍ ແລະ ບໍ່ໄດ້ແບ່ງ 2 ສະຫາຍ ຍິງ 1 ສະຫາຍ ຕີລາຄາແບ່ງປະເພດ ໜ່ວຍພັກ ໄດ້ປະເພດແຂງ 1 ໜ່ວຍພັກ ກາງ 3 ໜ່ວຍພັກ.

        ໂອກາດນີ້ສະຫາຍ ເພັງນິລັນ ຄໍາພັນເພັງ ໄດ້ເນັ້ນໃຫ້ຄະນະພັກຮາກຖານ ຄະນະໜ່ວຍພັກ ຖືເອົາການສຶກສາອົບຮົມການເມືອງ ແນວຄິດ ໃຫ້ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າເປັນບັນຫາກົກ ຕິດພັນກັບການເຄື່ອນໄຫວຕົວຈິງ ແລະ ແບ່ງຄວາມຮັບຜິດຊອບ ຍຶດໝັ້ນການກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນໍາ ແລະ  5 ເນື້ອ​ໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເພີ້ມທະວີປຸກລະດົມກຳລັງແຮງສັງລວມເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ມີຄວາມສາມັກຄີເປັນເອກພາບພາຍໃນຄະນະພັກ ສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານຢ່າງ​ໜັກແໜ້ນ ກວດກາເຫັນບັນຫາແລ້ວຕ້ອງຮີບຮ້ອນແກ້ໄຂໃຫ້ທັນການ ສະມາຊິກພັກທຸກສະຫາຍ ຕ້ອງໄດ້ຍົກສູງຄວາມເປັນແບບຢ່າງນຳໜ້າ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນຖັນແຖວການຈັດຕັ້ງພັກ ເພື່ອນໍາພາອົງການປົກຄອງ ແລະ ປະຊາຊົນສ້າງສາພັດທະນາບ້ານຂອງຕົນເອງໃຫ້ໄດ້ຮັບການພັດທະນາຂຶ້ນ.

# ຂ່າວ – ພາບ : ບຸນມີ

error: Content is protected !!