ປະຊາຊົນ 23 ບ້ານ ເມືອງເຊໂປນ ໄດ້ຮັບເຄື່ອງຊ່ວຍເຫຼືອ

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອປະເພດເຂົ້າສານ ນ້ຳມັນພືດ ຈາກອົງການກາແດງລາວ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນເມືອງເຊໂປນ ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 10 ທັນວາ 2021 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ກ່າວມອບຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ແລະ ຮັບໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານກາແດງແຂວງ ມີພາກສ່ວນກ່ຽວຂ້ອງຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ ອົງການກາແດງແຂວງເຂົ້າຮ່ວມ. ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີເຂົ້າສານ 210,2 ໂຕນ ນໍ້າມັນພືດ 16,6 ໂຕນ ມູນຄ່າ ລວມມູນຄ່າ 2,9 ຕື້ກວ່າກີບ ເພື່ອມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸລິນຟາ ແລະ ໂຊເດວ ໃນທ້າຍປີ 2020 ຜ່ານມາ ໃນຈໍານວນ 23 ບ້ານເປົ້າໝາຍຂອງເມືອງເຊໂປນ  ມີ 1.401 ຄອບຄົວ  ມີພົນລະເມືອງທັງໝົດ 8.546 ກວ່າຄົນ.

    ໂອກາດນີ້ ທ່ານຮອງເຈົ້າແຂວງກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະນຳອົງການກາແດງລາວທີ່ໄດ້ລະດົມການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມບິແບ່ງເຄື່ອງຈຳນວນດັ່ງກ່າວໃຫ້ເຖິງມືພໍ່ແມ່ປະຊາຊົນຜູ້ໄດ້ຮັບຜົນກະທົບຕາມເປົ້າໝາຍທີ່ໄດ້ກຳນົດໄວ້ ເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແລະ ລັດຖະບານປະເທດຣັດເຊຍ ໂດຍຜ່ານອົງການອາຫານໂລກ.

error: Content is protected !!