CHAI ສະໜັບສະໜູນດ້ານວິຊາການ ແລະ ສ້າງຄວາມເຂັ້ມແຂງຄວາມອາດສາມາດໃຫ້ ສວລ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການ CHAI ປະຈຳ ສປປ ລາວ ກ່ຽວກັບ “ໂຄງການເສີມສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ແກ່ລະບົບຫ້ອງວິເຄາະກ່ຽວກັບພະຍາດຊຶມເຊື້ອຢູ່ ສປປ ລາວ” ຈັດຂຶ້ນວັນທີ 10 ທັນວາ 2021 ຢູ່ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮ່ວມລົງນາມໃນເອກະສານສຳຄັນຄັ້ງນີ້ ລະຫວ່າງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດ ແລະ ທ່ານ ກາແຣັດ ຍັງ ຜູ້ຕາງໜ້າອົງການ CHAI ປະຈຳ ສ ປປ ລາວ ມີທ່ານ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ພ້ອມພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ເປົ້າໜາຍໂຄງການນີ້ ເພື່ອໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ສ້າງຄວາມເຂັ້ມແຂງ ຄວາມອາດສາມາດໃຫ້ແກ່ກະຊວງສາທາລະນະສຸກ ກໍຄືສູນວິເຄາະ ແລະ ລະບາດວິທະຍາ (ສວລ) ເພື່ອປັບປຸງແຜນງານການກວດ ແລະ ບົ່ງມະຕິຫາເຊື້ອພະຍາດໂຄວິດ-19 ແລະ ກວດຫາເຊຶື້ອພະຍາດດ້ານໂມເລກູນອື່ນໆຢູ່ ສປປ ລາວ ເຊິ່ງໄລຍະເວລາໂຄງການ ແມ່ນເລີ່ມແຕ່ເດືອນທັນວາ 2021-ເດືອນທັນວາ 2023 ງົບປະມານທັງໝົດແມ່ນ 877.315 ໂດລາສະຫະລັດ ຫຼື ປະມານ 9,63 ຕື້ກີບ. ພາຍໃຕ້ໂຄງການນີ້ ອົງການ CHAI ຈະໃຫ້ການສະໜັບສະໜູນແກ່ລັດຖະບານຄື: ໃຫ້ການຊ່ວຍເຫຼືອໃນການກວດຫາເຊື້ອພະຍາດໃຫ້ໄດ້ຄຸນນະພາບຂຶ້ນ ໂດຍເລີ່ມຈາກການປັບປຸງຂັ້ນຕອນການເຮັດວຽກຢູ່ບັນດາຫ້ອງວິເຄາະສູນກາງ ແລະ ທ້ອງຖິ່ນ ໃຫ້ການຊ່ວຍເຫຼືອວິທີການນຳໃຊ້ເຄື່ອງກວດ ແລະ ບົ່ງມະຕິຫາແອນທີເຈນ ພະຍາດໂຄວີດ-19 ແບບໄວໃຫ້ຫຼາຍຂຶ້ນ ເພື່ອເພີ່ມການບົ່ງມະຕິຫາເຊື້ອພະຍາດທີ່ຖຶກຕ້ອງ ແລະ ໄວຂື້ນໃນທົ່ວປະເທດ ພາຍໃຕ້ໂຄງການນີ້ ຈະໃຫ້ການຊ່ວຍເຫຼືອຈັດຊື້ອຸປະກອນກວດຫາ ແລະ ບົ່ງມະຕິຫາແອນຕີເຈນ ຂອງເຊື້ອພະຍາດໂຄວິດ-19 ແບບໄວ ຈໍານວນ 50.000 ຊຸດ ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!