ລຸກຊຳບວກ ສືບຕໍ່ສະໜັບສະໜູນດ້ານການແພດແກ່ ສປປ ລາວ

    ລັດຖະບານຣາແຫ່ງລາຊະອານາຈັກລຸກຊຳບວກ ສືບຕໍ່ສະໜັບສະໜູນແກ່ ສປປ ລາວ ເຊິ່ງເປັນປະເທດຄູ່ຮ່ວມພັດທະນາ ໃນວຽກງານແກ້ໄຂສິ່ງທ້າທາຍ ແລະ ຕອບໂຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປັດຈຸບັນ ດັ່ງນັ້ນ ລັດຖະບານລຸກຊຳບວກຈຶ່ງໄດ້ໃຫ້ການສະໜັບສະໜູນເພີ່ມຕື່ມຈຳນວນ 1.2 ລ້ານເອີໂຣ ຫຼື ປະມານ 14,9 ຕື້ກີບ ໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານບົ່ງມະຕິພະຍາດ ຫຼຸດຜ່ອນກໍລະນີຕິດເຊື້ອ ແລະ ປ້ອງກັນການແຜ່ເຊື້ອໂຄວິດ-19 ພາຍໃນປະເທດ.

    ພິທີມອບ-ຮັບ ການສະໜັບສະໜູນເພີ່ມເຕີມຈຳນວນ 1.2 ລ້ານເອີໂຣ ຈາກລັດຖະບານລຸກຊຳບວກ ຈັດຂຶ້ນວັນທີ 10 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ກ່າວມອບໂດຍທ່ານ Sam Schreiner ອຸປະທູດແຫ່ງລາຊະອານາຈັກລຸກຊຳບວກ ແລະ ກ່າວຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.

    ການຊ່ວຍເຫຼືອຈາກລັດຖະບານລຸກຊຳບວກ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ມາຮອດປັດຈຸບັນ ລວມມູນຄ່າ 5,2 ລ້ານເອີໂຣ ຫຼື ປະມານ 64,6 ຕື້ກີບ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!