ຈະສ້າງບາດລ້ຽວໃໝ່ໃນການສ້າງແຜນງົບປະມານປົກກະຕິປີ 2022 ແບບສົມດຸນ ແລະ ເກີນດຸນ

     ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ຈັດຂຶ້ນລະຫວ່າງວັນທີ 13-14 ທັນວາ (ກອງປະຊຸມທາງໄກ) ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີບັນດາຮອງລັດຖະມົນຕີ ຫົວໜ້າອົງການລັດທຽບເທົ່າກະຊວງ ອ້ອມຂ້າງສູນກາງ ເຈົ້າຄອງນະ ຄອນຫຼວງວຽງຈັນ ບັນດາທ່ານເຈົ້າແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ:  ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021 ໃກ້ຈະສີ້ນສຸດ ແລະ ມີອັນທີ່ພົ້ນເດັ່ນ ເປັນຕົ້ນແມ່ນການຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນວາລະແຫ່ງ ຊາດ ພ້ອມທັງສຸມໃສ່ປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕັ້ງໜ້າ ເພື່ອຮັບປະກັນຊີ ວິດ ແລະ ສຸຂະພາບຂອງປະຊາຊົນ ກໍຄືແກ້ໄຂຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ສາມາດຮັບປະກັນສະຖຽນລະພາບ ທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ ອັດຕາການເຕີບໂຕ ຂອງ GDP ຂະຫຍາຍໂຕໃນລະດັບ 2,8% ພ້ອມນັ້ນ ກໍເຫັນໄດ້ຈະແຈ້ງ ບັນຫາຂໍ້ຄົງຄ້າງທີ່ຕ້ອງສຸມໃສ່ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ເປັນລະບົບຄື ອັດຕາແລກປ່ຽນສະກຸນເງິນຕ່າງໆ ອັດຕາເງິນເຟີ້ ຄ່າຄອງຊີບ ບັນຫາໜີ້ສິນສາທາລະນະ ການເກັບລາຍຮັບ ເຂົ້າງົບປະມານ ການຄຸ້ມຄອງ-ຈັດຫາວຽກເຮັດງານທຳ ການຊຸກຍູ້ສົ່ງເສີມການຜະລິດໃຫ້ບັນລຸຕາມຄາດໝາຍວາງໄວ້ ພ້ອມກັນນັ້ນ ຕ້ອງຮັບຮູ້ຢືນຢັນຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ຕ້ອງຮັບຮູ້ເຖິງບັນຫາທີ່ເປັນພື້ນຖານ ຈຸດອ່ອນຂໍ້ຄົງຄ້າງທີ່ເປັນອັນ ຕະລາຍ ທີ່ຈະພາໃຫ້ພວກເຮົາມີຄວາມຫຍຸ້ງຍາກທີ່ສຸດ. ນອກຈາກນີ້ ກອງປະຊຸມໄດ້ສະເໜີບາງບັນຫາທີ່ຄວນເອົາໃຈໃສ່ ເພື່ອພ້ອມກັນຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ປີ 2021 ແລະ ທິດທາງແຜນການປີ 2022 ຢ່າງມີຄວາມຮັບຜິດຊອບພາວະວິໄສ ເປັນຕົ້ນແມ່ນການຂຸດຄົ້ນທ່າ ແຮງບົ່ມຊ້ອນທີ່ເກັບເຂົ້າງົບປະມານແຫ່ງລັດຢ່າງພາວະວິໄສ ກ້າຮັບຜິດຊອບຕໍ່ຜົນສຳເລັດ ແລະ ກ້າຕຳນິວິຈານສິ່ງທີ່ເຮົາເຮັດບໍ່ໄດ້ ພາໃຫ້ເກັບລາຍຮັບບໍ່ຄົບຖ້ວນ ເກັບແລ້ວບໍມອບ ຮົ່ວໄຫຼໃນຫຼາຍຂອດ ຫຼາຍຂົງເຂດທີ່ສະສົມມາບໍ່ໄດ້ຖືກແກ້ໄຂ ເກັບລາຍຮັບ ບໍ່ສົມຄູ່ກັບທ່າແຮງບົ່ມຊ້ອນ ທ່າແຮງທີ່ມີ ເປັນຕົ້ນແມ່ນໃນຂົງເຂດຊັບພະຍາກອນທຳມະຊາດ ແຮ່ທາດ ພະລັງງານ ການນຳເຂົ້າ ນໍ້າມັນເຊື້ອໄຟ ອຸປະກອນກໍ່ສ້າງ ເຄື່ອງໄຊ້ໄຟຟ້າ ອຸປະໂພກ-ບໍລິໂພກ ການເກັບອາກອນພາຍໃນ ແລະ ອື່ນໆ ສະນັ້ນ ຕ້ອງໄດ້ຕີລາ ຄາຢ່າງມີຄວາມຮັບຜິດຊອບ ເພື່ອເຫັນໄດ້ບັນຫາທີ່ເຮົາຕ້ອງຕັດສິນໃຈເດັດຂາດແກ້ໄຂ ເພື່ອຂຸດຄົ້ນທຸກທ່າແຮງບົ່ມຊ້ອນ ໃຫ້ເພີ່ມຂຶ້ນຢ່າງຈະແຈ້ງ ແລະ ຊັດເຈນ ພ້ອມກັນຄົ້ນຄວ້າ 14 ມາດຕະການທ້າຍປີ 2021 ແລະ 8 ມາດຕະການ ປີ 2022 ໃນການຄຸ້ມຄອງລາຍຮັບ ຕ້ານການຮົ່ວໄຫຼ ຂຸດຄົ້ນທຸກທ່າແຮງບົ່ມຊ້ອມເຂົ້າງົບປະມານ ແລະ ນິຕິກຳຫຼາຍສະບັບທີ່ຈະສືບຕໍ່ປະ ກາດໃຊ້ໃນປີ 2022 ສຸມໃສ່ຕີລາຄາຢ່າງຮອບດ້ານ ການປະຕິບັດແຜນປີ 2021 ເປັນເອກະພາບກ່ຽວກັບທິດນຳໃນການສ້າງ ບາດລ້ຽວໃໝ່ໃນການສ້າງແຜນງົບປະມານປົກກະຕິປີ 2022 ແບບສົມດຸນ ແລະ ເກີນດຸນ ໝາຍຄວາມວ່າ ລາຍຮັບປົກກະຕິພາຍ ໃນ ກຸ້ມລາຍຈ່າຍປົກກະຕິພາຍໃນ ແລະ ມີສ່ວນເກີນດຸນ 1.118 ຕື້ກີບ ເພື່ອສະສົມໃນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນປີທຳອິດທີ່ສ້າງແຜນງົບປະມານພາຍໃນແບບສົມດຸນ ສ່ວນການຂາດດຸນນັ້ນ ແມ່ນການຂາດດຸນພາຍນອກ ໃນການ ພັດທະນາຈາກການກູ້ຢືມ ແລະ ຊ່ວຍເຫຼືອລ້າໃນໂຄງການພັດທະນາ ຄົ້ນຄວ້າເຊື່ອມຊຶມກຳແໜ້ນປະຕິບັດ 22 ມາດຕະການ ເພື່ອຮັບປະກັນການເພີ່ມຂຶ້ນຂອງລາຍຮັບພາຍໃນ 3.754 ຕື້ກີບ ເຊິ່ງເປັນການເພີ່ມຂຶ້ນຈາກການຄາດຄະເນປີ 2021 ເກືອບ 20% ແລະ ພ້ອມກັນຄົ້ນຄວ້າຈັດຕັ້ງປະຕິບັດມາດຕະການປະຢັດ ຕ້ານການຟຸມເຟືອຍ ດໍາລັດວ່າດ້ວຍລົດລັດ ກົດໝາຍວ່າດ້ວຍງົບປະ ມານແຫ່ງລັດ ສະບັບປັບປຸງ ກົນໄກປະຕິບັດມາດຕະການລາຍຮັບ-ລາຍຈ່າຍ ງົບປະມານ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!