ມອບຂໍ້ຕົກລົງອໍານວຍຄວາມສະດວກດ້ານພາສີ ໃຫ້ບໍລິສັດປີໂຕຣເທຣດ ນໍາເຂົ້າ-ສົ່ງອອກ

    ວັນທີ 10 ທັນວາ 2021 ກະຊວງການເງິນ ຈັດພິທີມອບຂໍ້ຕົກລົງວ່າດ້ວຍການອະນຸມັດບໍລິສັດທີ່ຈະໄດ້ຮັບການອໍານວຍຄວາມສະດວກດ້ານພາສີ ແລະ ອາກອນ ໃຫ້ແກ່ບໍລິສັດ ປີໂຕເທຣດນໍາເຂົ້າ-ສົ່ງອອກ ຈໍາກັດ ໂດຍການມອບຂອງທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າຮັບຂອງທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ປີໂຕເທຣດນໍາເຂົ້າ-ສົ່ງອອກ ຈໍາກັດ ຈາກນັ້ນ ທ່ານຮອງລັດຖະມົນຕີ ໄດ້ຕາງໜ້າໃຫ້ກະຊວງການເງິນລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການກະກຽມຄວາມພ້ອມ ແລະ ການຈັດຕັ້ງປະຕິບັດການອໍານວຍຄວາມສະດວກດ້ານພາສີ ແລະ ສ່ວຍສາອາກອນ ກັບທ່ານ ນາງ ບຸນຍົກ ບຸດສະວົງ ຮອງອໍານວຍການໃຫຍ່ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ທ່ານ ນາງ ເລແທງ ຖຸຍ ຜູ້ອໍານວຍການໃຫຍ່ບໍລິສັດ ເປໂຕຣຫວຽດນາມອອຍ ນໍາເຂົ້າ-ສົ່ງອອກ ຈໍາກັດ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການອໍານວຍຄວາມສະດວກດ້ານພາສີ ແລະ ອາກອນ ແມ່ນປະຕິບັດຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 4491/ກງ ລົງວັນທີ 14 ກັນຍາ 2021 ກ່ຽວກັບການຄຸ້ມຄອງນໍາເຂົ້ານໍ້າມັນເຊື້ອໄຟ ມີຈຸດປະສົງແນໃສ່ສ້າງກົນໄກອຳນວຍຄວາມສະດວກໃນຂອດນຳເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ ເປັນຕົ້ນ ການແຈ້ງເອກະສານນຳເຂົ້າລ່ວງໜ້າ ການຊໍາລະພາສີ ອາກອນຊົມໃຊ້ ອາກອນມູນຄ່າເພີ່ມ 30 ວັນ ຫຼັງຈາກມີການນຳເຂົ້າ ແລ້ວຈຶ່ງກັບໄປຊໍາລະຄືນຕາມລະບົບການແຈ້ງພາສີ ASYCUDA.

    ສ່ວນການອະນຸມັດ ບໍລິສັດ ປີໂຕເທຣດ ນຳເຂົ້າ-ສົ່ງອອກ ຈຳກັດ ທີ່ຈະໄດ້ຮັບການອຳນວຍຄວາມສະດວກດ້ານພາສີ ແລະ ອາກອນ ເປັນການສືບຕໍ່ປະຕິບັດການກວດກາປະເມີນຜົນຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈໃນການກະກຽມຄວາມພ້ອມລະຫວ່າງກະຊວງການເງິນ ກັບ ບໍລິສັດ ປີໂຕເທຣດ ນຳເຂົ້າ-ສົ່ງອອກ ຈຳກັດ ຄັ້ງວັນທີ 26/10/2021 ແລະ ເປັນບໍລິສັດທຳອິດທີ່ໄດ້ຮັບການອະນຸມັດຕາມແຈ້ງການ ສະບັບເລກທີ 4491/ກງ ສຳລັບ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ ເປໂຕຣຫວຽດນາມອອຍນໍາເຂົ້າ – ສົ່ງອອກ ຈຳກັດ ເປັນການລິເລີ່ມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການປະເມີນຄວາມພ້ອມກ່ອນການໄດ້ຮັບອະນຸມັດການອຳນວຍຄວາມສະດວກ ແລະ ຄະນະວິຊາການຂອງກະຊວງການເງິນ ພ້ອມທັງວິຊາການຈາກທັງສອງບໍລິສັດຈະລົງປະເມີນຄວາມພ້ອມຕົວຈິງແລ້ວລາຍງານໃຫ້ລັດຖະມົນຕິກະຊວງການເງິນພິຈາລະນາອະນຸມັດຕາມເງື່ອນໄຂທີ່ລະບຸໃນແຈ້ງການ 4491/ກງ ການໃຫ້ການການອໍານວຍຄວາມສະດວກດ້ານພາສີ ແລະ ອາກອນ ເປົ້າໝາຍແມ່ນສ້າງບໍລິສັດຕົວແທນໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ແລະ ພາກລັດ ສາມາດເຊື່ອມຕໍ່ລະບົບ ຕິດຕາມຂໍ້ມູນການຂາຍ ຂໍ້ມູນສາງຂອງບໍລິສັດກັບລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນຂອງກະຊວງການເງິນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!