ຫາລືກ່ຽວກັບການຮຽນ-ການສອນ ແລະ ວາງແຜນໃນຕໍ່ໜ້າກັບຜູ້ປົກຄອງນັກຮຽນ

    ລະຫວ່າງວັນທີ 7-9 ທັນວາ 2021 ຜ່ານມາ ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ (ມສ ວຽງຈັນ ຄະນະອຳນວຍການ ພ້ອມດ້ວຍໜ່ວຍງານຄຸ້ມຄອງ ແລະ ຄູປະຈຳຫ້ອງ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການຮຽນ-ການສອນ ແລະ ວາງແຜນໃນຕໍ່ໜ້ານຳຜູ້ປົກຄອງຂອງນັກຮຽນ.

    ກອງປະຊຸມໄດ້ຈັດແບບອອນລາຍ ເປັນປະທານໂດຍທ່ານ ນາງ ປະທຸມພອນ ພິມປະໄພ ຮອງຜູ້ອຳນວຍການໂຮງຮຽນ ເຊິ່ງໄດ້ສະເໜີສະພາບລວມ ຈຸດພິເສດ ລະບຽບຂອງໂຮງຮຽນ ແລະ ກິດຈະກຳນອກຫຼັກສູດ ນອກນັ້ນ ທ່ານຍັງໄດ້ເນັ້ນເຖິງສະພາບການຮຽນ-ການສອນແບບອອນລາຍໃນປັດຈຸບັນ ທີ່ຈຳເປັນໄດ້ຮັບການຕິດຕາມຢ່າງໃກ້ຊິດກັບຜູ້ປົກຄອງ ແລະ ສະເໜີແຜນການໃນຕໍ່ໜ້າຂອງໂຮງຮຽນ ໂດຍສະເພາະ ຖ້າໂຮງຮຽນບໍ່ສາມາດເປີດສອນແບບເຊິ່ງໜ້າໄດ້ ທາງໂຮງຮຽນກໍກຽມເຝິກອົບຮົມໄອຊີທີໃຫ້ຄູເພີ້ມເຕີມ ເພື່ອເຮັດໃຫ້ການສອນມີຄວາມໜ້າສົນໃຈຂຶ້ນ ຈະເປັນເກມອອນລາຍ ຫຼື ວິດີໂອເສີມເຂົ້າໃນການຮຽນ-ການສອນ ແລະ ຈະສືບຕໍ່ປຶກສາຫາລືຜູ້ປົກຄອງນັກຮຽນ ເພື່ອຊອກຫາທິດທາງໃນການຈັດ ການຮຽນ-ການສອນ ໃຫ້ແທດເໝາາະກັບສະພາບຕົວຈິງ ແລະ ກະຕຸ້ນໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນໃຫ້ຫຼາຍຂຶ້ນ.

# ຂ່າວ – ພາບ : ບຸນມີ

error: Content is protected !!