ບໍລິສັດ ແພນອອສ໌ ແລະ ບໍລິສັດ ພູເບ້ຍ ມາຍນິງ ຈັດພິທີຍ້ອງຍໍ ແລະ ມອບລາງວັນໃຫ້ພະນັກງານ 352 ຄົນ ທີ່ເຮັດວຽກນຳບໍລິສັດເປັນເວລາຍາວນານ (10 ປີ ແລະ 15 ປີ) ເຊິ່ງປີ 2021 ຖືເປັນປີທີ່ມີຈຳນວນພະນັກງານຫຼາຍທີ່ສຸດ ທີ່ມີອາຍຸການເຮັດວຽກບັນລຸຂີດໝາຍນີ້ ໂດຍມີພະນັກງານຫຼາຍກວ່າ 18 ພະແນກຂອງບໍລິສັດໄດ້ຮັບໃບຍ້ອງຍໍ ແລະ ສາຍຄໍຄຳ ໃນເດືອນທັນວາ 2021 ຢູ່ໂຮງງານຂຸດຄົ້ນ-ປຸງແຕ່ງ ທອງ-ຄຳ ພູຄຳ ແລະ ໂຮງງານຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ ໂດຍມີພຽງພະນັກງານທີ່ຢູ່ໃນ “ເຂດປອດເຊື້ອ” ໃນເຂດດຳເນີນງານເທົ່ານັ້ນ ທີ່ເຂົ້າຮ່ວມພິທີດັ່ງກ່າວ ເພື່ອຮັບປະກັນການສືບຕໍ່ປະຕິບັດຕາມມາດຕະການຂອງລັດຖະບານລາວ ໃນການປ້ອງກັນໂຄວິດ-19.

ສໍາລັບຢູ່ຫ້ອງການບຣີສເບີນ ປະເທດອົດສະຕຣາລີ ທ່ານ ດຣ ກຸນ ຢາງ ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານບໍລິສັດ ແພນອອສ໌ ໄດ້ມອບໃບຍ້ອງຍໍໃຫ້ຜູ້ຈັດການໃຫຍ່ 2 ທ່ານ ທີ່ເຮັດວຽກນຳບໍລິສັດຮອດ 10 ປີ ສ່ວນຢູ່ສຳນັກງານໃຫຍ່ນະຄອນຫຼວງວຽງຈັນ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບໃບຍ້ອງຍໍ ແລະ ສາຍຄໍຄໍາໃຫ້ພະນັກງານປະຈຳຢູ່ຫ້ອງການນະຄອນຫຼວງວຽງຈັນ 16 ຄົນ ທີ່ເຮັດວຽກນຳບໍລິສັດຮອດ 10 ປີ ແລະ 15 ປີ.
ພິທີຍ້ອງຍໍພະນັກງານທີ່ເຮັດວຽກນຳບໍລິສັດເປັນເວລາຍາວນານ ຈັດຂຶ້ນເປັນປີທີ 7 ເພື່ອຊົມເຊີຍພະນັກງານທີ່ໄດ້ປະກອບສ່ວນສຳຄັນຕໍ່ຜົນສຳເລັດຂອງບໍລິສັດຢ່າງຕໍ່ເນື່ອງ ພະນັກງານສ່ວນໃຫຍ່ທີ່ໄດ້ຮັບລາງວັນໃນປີ 2021 ແມ່ນຄົນລາວ ໃນນີ້ ມີພະນັກງານເພດຍິງ 53 ຄົນ.
ທ່ານ ຈັນເພັງ ບຸນນະຜົນ ໄດ້ຕີລາຄາສູງຕໍ່ລາງວັນດັ່ງກ່າວ ແລະ ຮັບຮູ້ຜົນງານຂອງພະນັກງານທີ່ເປັນສ່ວນໜຶ່ງໃນການຜັນຂະຫຍາຍວິໄສທັດ ແລະ ຄຸນນະທໍາຂອງບໍລິສັດ ການປະກອບສ່ວນທີ່ “ສຳຄັນ ແລະ ສູງສົ່ງ” ແມ່ນຖືກຮັບຮູ້ ແລະ ເຫັນຄຸນຄ່າ ໜຶ່ງໃນຈຸດແຂງຂອງບໍລິສັດ ແມ່ນພະນັກງານຂອງພວກເຮົາ ທ່າມກາງການສືບຕໍ່ຂອງສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພວກເຮົາຂໍຊົມເຊີຍ ແລະ ຂອບໃຈມາຍັງພະນັກງານທີ່ເຮັດວຽກນຳບໍລິສັດເປັນເວລາຍາວນານ ມີຄວາມເສຍສະຫຼະ ແລະ ຄວາມຊຳນິຊຳນານໃນການປະຕິບັດໜ້າທີ່ຂອງເຂົາເຈົ້າ ເພື່ອຄວາມສໍາເລັດຂອງບໍລິສັດຢ່າງຕໍ່ເນື່ອງ ຕົນເບິ່ງປີ 2022 ດ້ວຍທັດສະນະບວກ ແລະ ເຊື່ອໝັ້ນສູງວ່າ ພະນັກງານຂອງພວກເຮົາ ຈະເປັນກໍາລັງຂັບເຄື່ອນການເຕີບໂຕ ແລະ ຄວາມສໍາເລັດຂອງບໍລິສັດ ແລະ ຄາດວ່າພວກເຮົາຈະສະເຫຼີມສະຫຼອງພິທີຊົມ ເຊີຍພະນັກງານທີ່ເຮັດວຽກນຳບໍລິສັດເປັນເວລາຍາວນານອີກຄັ້ງ.
# ຂ່າວ – ພາບ : ສະບາໄພ