ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດບາງໜ້າວຽກຈຸດສຸມຂອງກະຊວງການເງິນ

    ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ສະເໜີກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນວາລະກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນປະຈໍາປີ 2021 ແລະ ທິດທາງປະຈໍາປີ 2022 ວັນທີ 13 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດວ່າ:

    ກະຊວງການເງິນໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດບາງໜ້າວຽກຈຸດສຸມ ເປັນຕົ້ນ: ສໍາເລັດສ້າງແຜນການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສໍາເລັດການປັບປຸງ 4 ກົດໝາຍຂົງເຂດສ່ວຍສາອາກອນ ທີ່ຜ່ານການຮັບຮອງຈາກກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຍັງລໍຖ້າການປະກາດໃຊ້ຢ່າງເປັນທາງການ ໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຄົ້ນຄວ້າການກໍານົດນະໂຍບາຍທາງດ້ານການເງິນ ເພື່ອເປັນການເກັບລາຍຮັບເຂົ້າງົບປະມານໄດ້ໄວ ເພີ່ມຂຶ້ນ ແລະ ທັງເປັນຖານລາຍຮັບໃໝ່ຂອງລັດຖະບານ ສໍາເລັດການຄົ້ນຄວ້າສ້າງດໍາລັດວ່າດ້ວຍລົດຂອງລັດ ປັດຈຸບັນພວມກະກຽມຄໍາແນະນໍາໃນການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ສໍາເລັດການຄົ້ນຄວ້າປັບປຸງດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍໂດຍພື້ນຖານ ປັດຈຸບັນພວມສົມທົບກັບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ເພື່ອມີຄໍາເຫັນຕື່ມໃນບາງເນື້ອໃນ ສືບຕໍ່ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຕາມການຕົກລົງຂອງລັດຖະບານD

    ສ່ວນວຽກຫັນເປັນທັນສະໄໝຂອງຂະແໜງການເງິນ ເປັນຕົ້ນ ສືບຕໍ່ອອກແບບລະບົບ ແລະ ສ້າງແຜນຍຸດທະສາດພັດທະນາລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ສືບຕໍ່ພັດທະນາຖານຂໍ້ມູນ ລວມສູນ ຂອງຂະແໜງພາສີ ແລະ ສ່ວຍສາອາກອນເຊື່ອມໂຍງກັນ ເພື່ອໃຫ້ສາມາດດືງຂໍ້ມູນແບບອອນລາຍ ວຽກຄຸ້ມຄອງໜີ້ສິນສາທາລະນະໄດ້ຄົ້ນຄວ້າລະດົມແຫຼ່ງທຶນ ແລະ ແຫຼ່ງລາຍຮັບທັງພາຍໃນ ແລະ ຕ່າງປະເທດ ເພື່ອມາຊໍາລະຕົ້ນທຶນ ແລະ ດອກເບ້ຍໃຫ້ພຽງພໍ ທັນຕາມກໍານົດເວລາ ວຽກປະຕິຮູບລັດວິສາຫະກິດ ລັດຖະບານໄດ້ຮັບຮອງແຜນປະຕິຮູບແບບຮອບດ້ານຂອງລັດວິສາຫະກິດ ສຳລັບປີ 2021-2025.

# ຂ່າວ – ພາບ : ຂັນທະວີ

error: Content is protected !!