ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 13 ທັນວາ 2021 ກ່າວວ່າ: ວັນທີ 12 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.254 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.138 ຄົນ (ຕິດເຊື້ອພາຍໃນ ມີ 1.132 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.132 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລະອຽດດັ່ງນີ້.

- 533 ຄົນ ໃນ 152 ບ້ານ ແລະ 9 ເມືອງ
 - 145 ຄົນ ໃນ 6 ເມືອງ
 - 110 ຄົນ ໃນ 5 ເມືອງ
 - 91 ຄົນ ໃນ 4 ເມືອງ
 - 62 ຄົນ
 - 51 ຄົນ ໃນ 1 ເມືອງ
 - 32 ຄົນ ໃນ 2 ເມືອງ
 - 25 ຄົນ ໃນ 4 ເມືອງ
 - 22 ຄົນ ໃນ 5 ເມືອງ
 - 19 ຄົນ ໃນ 3 ເມືອງ
 - 14 ຄົນ ໃນ 4 ເມືອງ
 - 9 ຄົນ ໃນ 4 ເມືອງ
 - 5 ຄົນ ໃນ 2 ເມືອງ
 - 4 ຄົນ ໃນ 3 ເມືອງ
 - 4 ຄົນ ໃນ 2 ເມືອງ
 - 3 ຄົນ ໃນ 2 ເມືອງ
 - 2 ຄົນ ໃນ 2 ເມືອງ
 - 1 ຄົນ ໃນ 1 ເມືອງ
 
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 6 ຄົນ. ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 90.458 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 553 ຄົນ ກໍາລັງປິ່ນປົວ 12.132 ຄົນ ແລະ ເສຍຊີວິດສະສົມທັງໝົດ 250 ຄົນ (ໃໝ່ 3 ຄົນ)
# ຂ່າວ & ພາບ : ວຽງມາ