ທ່ານ ນະຄະເສນ ສີຫາລາດ ຄະນະປະຈໍາສະພາປະຊາຊົນ ເລຂາທິການສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຖະແຫຼງຂ່າວກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສປ ນວ ຊຸດທີ II ວັນທີ 10 ທັນວາ 2021 ຫ້ອງວ່າການປົກຄອງ ນວ ວ່າ: ໂດຍປະຕິບັດຕາມມາດຕາ 59 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປີ 2020 ສປ ນວ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຊາວ ນວ ຈະໄດ້ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສປ ນວ ຊຸດທີ II ຂຶ້ນວັນທີ 14-17 ທັນວາ 2021 ຢູ່ຫ້ອງວ່າການປົກຄອງ ນວ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຕ່າງໆຂອງ ນວ ຄື:

ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 11 ເດືອນ ແລະ ຄາດຄະເນໝົດປີ 2021 ແລະ ທິດທາງແຜນການປີ 2022 ຂອງ ນວ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກກາງ ປະຈໍາປີ 2021 ທິດທາງແຜນການ ປະຈໍາປີ 2022 ແລະ ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2020 ຂອງ ນວ ແລະ ບົດລາຍງານຜົນການກວດສອບເອກະສານການເງິນຂອງລັດວິສາຫະກິດລັດລົງທຶນ ປະຈໍາປີ 2019 ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນ ສານປະຊາຊົນປະຈໍາພາກກາງ ແລະ ອົງການໄອຍະການປະຊາຊົນ ສານປະຊາຊົນ ນວ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງ ສປ ນວ ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ນວ ຕໍ່ການປະຕິບັດໜ້າທີ່ຂອງ ສປ ນວ ພ້ອມນີ້ ຍັງຈະໄດ້ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນຈຳນວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ການຈັດຕັ້ງປະຕິບັດບາງໂຄງການພັດທະນາ ແລະ ຄຳຊັກຖາມຂອງສະມາຊິກສະພາຈຳນວນໜຶ່ງ ໂດຍເປົ້າໝາຍຜູ້ຈະເຂົ້າຮ່ວມກອງປະຊຸມ ປະກອບມີບັນດາສະມາຊິກ ສປ ນວ ຊຸດທີ II ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ທ່ານເຈົ້າຄອງ ນວ ທ່ານຮອງເຈົ້າຄອງ ນວ ບັນດາຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ຫົວໜ້າອົງການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ ທ່ານເຈົ້າເມືອງ ແລະ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຈະໄດ້ດຳເນີນກອງປະຊຸມໃນຮູບແບບປົກກະຕິ ແລະ ຮູບແບບທາງໄກ.
ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງສັງຄົມທຸກພາກສ່ວນ ພະນັກງານ ທະຫານ ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວປະເທດ ໂດຍສະເພາະຊາວ ນວ ຈົ່ງຕິດຕາມຂ່າວສານທາງໂທລະພາບ ວິທະຍຸກະຈາຍສຽງ ແລະ ສື່ສິ່ງພິມຕ່າງໆ ພ້ອມທັງສາມາດມີຄຳຄິດເຫັນ ຫຼື ຄຳສະເໜີຜ່ານໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໂທລະສັບ 021 260242 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສປ ນວ ຄັ້ງນີ້ດ້ວຍ.
# ຂ່າວ – ພາບ : ສະບາໄພ