ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄອບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 12 ທັນວາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 11 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 4.638 ຕົວຢ່າງ ຜົນວິໄຈກວດພົບຜູ້ຕິດເຊື້ອໂຄວິດ-19 1.274 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 1.274 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວີດ-19 ສະສົມໃນ ສປປ ລາວ ຮອດປັດຈຸບັນ 89.320 ຄົນ ເສຍຊີວິດສະສົມ 247 ຄົນ ໃນນີ້ເສຍຊີວິດໃໝ່ 11 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 11 ທັນວາຜ່ານມາ 674 ຄົນກໍາລັງປິ່ນປົວ 12.231 ຄົນ ເທົ່າກັບ 13,69% ແລະ ຜູ້ປິ່ນປົວຫາຍດີແລ້ວ ເທົ່າກັບ 86,31% ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດ.

ສໍາລັບຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃໝ່ໃນຈໍານວນດັ່ງກ່າວແມ່ນມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລຳດັບແຕ່ແຂວງຫຼາຍຫາໜ້ອຍດັ່ງນີ້ຄື:
- ສະເພາະນະຄອນຫຼວງວຽງຈັນຕິດເຊື້ອທັງໝົດ 809 ຄົນ 198 ບ້ານໃນ 8 ເມືອງ
- ແຂວງຫຼວງພະບາງ 131 ຄົນ
- ແຂວງບໍ່ແກ້ວ 59 ຄົນ
- ຜົ້ງສາລີ 50 ຄົນ
- ແຂວງວຽງຈັນ 48 ຄົນ
- ແຂວງອຸດົມໄຊ 46 ຄົນ
- ແຂວງຈໍາປາສັກ 31 ຄົນ
- ແຂວງສະຫວັນນະເຂດ 20 ຄົນ
- ແຂວງໄຊຍະບູລີ 15 ຄົນ
- ແຂວງຫຼວງນໍ້າທາ 14 ຄົນ
- ແຂວງບໍລິຄຳໄຊ 10 ຄົນ
- ແຂວງເຊກອງ 10 ຄົນ
- ແຂວງໄຊສົມບູນ 9 ຄົນ
- ແຂວງສາລະວັນ 6 ຄົນ
- ແຂວງຊຽງຂວາງ 5 ຄົນ
- ແຂວງຄຳມ່ວນ 5 ຄົນ
- ແຂວງຫົວພັນ 4 ຄົນ
- ແລະ ແຂວງ ອັດຕະປື 2 ຄົນ
ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ທັງ 11 ຄົນຄື:
- ຜູ້ທີ 1 ເພດຊາຍ ອາຍຸ 65 ປີ ບ້ານ ໂພນແກ້ວ ເມືອງວັງວຽງ ແຂວງ ວຽງຈັນ ຄົນເຈັບແຂງແຮງດີ ບໍ່ມີເບົາຫວານ ບໍ່ມີຄວາມດັນເລືອດສູງ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ສອງເຂັມຄົບ (Sinopharm)
- ຜູ້ທີ 2 ເພດຊາຍ ອາຍຸ 65 ປີ ບ້ານ ນາເລົ່າ ເມືອງ ໂພນໂຮງ ແຂວງ ວຽງຈັນ ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ Dyslipidemia ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
- ຜູ້ທີ 3 ເພດຊາຍ ອາຍຸ 60 ປີ ບ້ານ ຜ່າສັງ ເມືອງ ເຟືອງ ແຂວງ ວຽງຈັນ ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ ເບົາຫວານ ໄຂ່ຫຼັງຊຸດໂຊມ ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
- ຜູ້ທີ 4 ເພດຊາຍ ອາຍຸ 97 ປີ ບ້ານ ນາບອນ ເມືອງ ໂພນໂຮງ ແຂວງ ວຽງຈັນ ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ COPD ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
- ຜູ້ທີ 5 ເພດຊາຍ ອາຍຸ 70 ປີ ບ້ານ ນໍ້າແກ່ນ ເມືອງ ກາສີ ແຂວງວຽງຈັນ ພະຍາດປະຈໍາຕົວ: ເປັນວັນນະໂລກປອດ ກີນຢາໄດ້ 3 ເດືອນແລ້ວຢຸດຢາເອງ ຂາດຢາໄດ້ 2 ເດືອນ ໄດ້ສັກວັກຊີນຄົບ 2 ເຂັມ
- ຜູ້ທີ 6 ເພດຊາຍ ອາຍຸ 70 ປີ ບ້ານ ນາຍາວ ເມືອງ ໝື່ນ ແຂວງ ວຽງຈັນ ບໍ່ໄດ້ກວດສຸຂະພາບ
- ຜູ້ທີ 7 ເພດຍິງ ອາຍຸ 53 ປີ ບ້ານ ໃໝ່ ເມືອງ ໂພນໂຮງ ແຂວງ ວຽງຈັນ ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ dyslipidemia ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (Sinopharm)
- ຜູ້ທີ 8 ເພດຍິງ ອາຍຸ 46 ປີ ບ້ານໂພນສະຫັວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ: ເປັນເບົາຫວານ 5 ປີ ແລະ ບໍ່ໄດ້ກິນຢາປະຈໍາ ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (AZ)
- ຜູ້ທີ 9 ເພດຊາຍ ອາຍຸ 54 ປີ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢາປະຈໍາ ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 1 ເຂັມ (J&J)
- ຜູ້ທີ 10 ເພດຊາຍ ອາຍຸ 81 ປີ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢາປະຈໍາ ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 1 ເຂັມ (J&J) ແລະ ຜູ້ທີ 11 ເພດຍິງ ອາຍຸ 64 ປີ ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ: Epilepsy ແລະ ອັກເສບຜົ້ງດັງຊໍ້າເຮື້ອ ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 2 ເຂັມ (ຊີໂນຟາມ).
# ຂ່າວ – ພາບ : ລັດເວລາ