ເປີດຮ້ານ Toyota New Antenna Shop “TOYOTA SQUARE”

    ບໍລິສັດ ໂຕໂຢຕ້າລາວ ເປີດຮ້ານ ໂຕໂຢຕ້າ ແອນເທນາ ໂຕໂຢຕ້າ ສະແຄ (Toyota New Antenna Shop “TOYOTA SQUARE”) ຂຶ້ນຢູ່ຊັ້ນ 1 ສູນກາງຄ້າພາກຊັນ ນະຄອນຫຼວງວຽງຈັນ ວັນທີ 10 ທັນວາ 2021 ເຊິ່ງນັບແຕ່ປີຜ່ານມາ ບໍລິສັດ ໂຕໂຢຕ້າລາວ ໄດ້ນໍາເອົາສະໂລແກນ “ຄຸນນະພາບຊີວິດ” (Quality for Life) ມາໃຊ້ ແລະ ໄດ້ສືບຕໍ່ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມແນວຄວາມຄິດຄວາມປອດໄພ ແລະ ກິດຈະກໍາການເຮັດທຸລະກິດດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ໂດຍຜ່ານໂຄງການ “ແຂ່ງຂັນແຕ້ມຮູບລົດໃນຝັນ” ສໍາລັບເດັກນ້ອຍ.

    ເນື່ອງຈາກເປັນແນວຄວາມຄິດລິເລີ່ມໃໝ່ ບໍລິສັດ ໂຕໂຢຕ້າລາວ ໄດ້ສ້າງຮ້ານໂຕໂຢຕ້າ ແອນເທນາ ຂຶ້ນ ແລະ ຈາກການໄດ້ສົນທະນາແລກປ່ຽນໂດຍກົງກັບຄົນລາວ ບໍລິສັດ ໂຕໂຢຕ້າລາວ ຈະສາມາດປະກອບສ່ວນໃນກິດຈະກໍາແບບມີສ່ວນຮ່ວມໄດ້ຫຼາຍຂຶ້ນ ແລະ ສາມາມາດຍົກລະດັບ “ຄຸນນະພາບຊີວິດ” ຂອງປະຊາຊົນລາວໄປພ້ອມກັບທຸກຄົນ TOYOTA SQUARE ບໍ່ເປັນພຽງແຕ່ໂຊຣູມ ໃຫ້ຄຳແນະນຳກ່ຽວກັບລົດ ຜະລິດຕະພັນລົດຂອງໂຕໂຢຕ້າ ແຕ່ແມ່ນພື້ນທີ່ສື່ສານຄຸນຄ່າພື້ນຖານຂອງໂຕໂຢຕ້າ ໃຫ້ບັນດາທ່ານສາມາດທົດລອງ ແລະ ສໍາຜັດກັບຮູບແບບໃໝ່ໆແບບໜຸ່ມແໜ້ນ ສົດໃສ ແລະ ທັນສະໄໝທີ່ສຸດ ເພື່ອສ້າງໃຫ້ເກີດແນວທາງການຮັບຮູ້ໃຫ້ຊາວໜຸ່ມ ແລະ ຄົນຮຸ່ນໃໝ່ ໃນ ສປປ ລາວ ສະຖານທີ່ນີ້ ຈະກາຍເປັນເຄື່ອງມືທີ່ສ້າງການເຊື່ອມໂຍງດ້ານຄວາມຮູ້ສຶກ ລະຫວ່າງ ຍີ່ຫໍ້ໂຕໂຢຕ້າ ແລະ ຜູ້ຊົມໃຊ້ຄົນລາວ ໂດຍການສົ່ງຂໍ້ຄວາມດ້ານຮູບແບບ ວິຖີການດໍາລົງຊີວິດ ແລະ ວັດທະນາທໍາທີ່ປະສົມປະສານ ນອກຈາກການວາງສະແດງລົດຄັນໃໝ່ຂອງໂຕໂຢຕ້າແລ້ວ ສະຖານທີ່ນີ້ຍັງຈະເປັນບ່ອນສະໜອງປະສົບການ ຄວາມຮູ້ສຶກໃນການຂັບຂີ່ທີ່ປອດໄພຂອງໂຕໂຢຕ້າ ດ້ວຍການນໍາໃຊ້ອຸປະກອນໂລກເໝືອນຈິງ (VR) ແລະ ກິດຈະກໍາປະຈໍາອາທິດ ລາຍການເສວະນາທີ່ເປັນທ໋ອກໂຊ ການສົນທະນາເປັນກຸ່ມ (ສິ່ງທ້າທາຍໃໝ່ຂອງປະເທດລາວ) ກັບຄົນຮຸ່ນໃໝ່ ແລະ ຄວາມບັນເທີງຜ່ານການຫຼິ້ນເກມ ແລະ ຕອບຄໍາຖາມ ເລີ່ມແຕ່ວັນທີ 11 ທັນວາ 2021 ເປັນຕົ້ນໄປ.

    TOYOTA SQUARE ເປີດໃຫ້ບໍລິການທຸກໆວັນອັງຄານ-ວັນອາທິດ ໂດຍວັນອັງຄານ-ວັນສຸກ ແຕ່ເວລາ 10:00-19:00 ໂມງ ສ່ວນວັນເສົາ-ອາທິດ ເລີ່ມແຕ່ເວລາ 10:30-19:30 ໂມງ ໂດຍມີພະນັກງານຮ້ານໂຕໂຢຕ້າ ສະແຄ ໄວ້ຄອຍຕ້ອນຮັບບັນດາທ່ານທີ່ມາຢ້ຽມຢາມ ແລະ ມ່ວນຊື້ນກັບໂປຮແກຣມ ທີ່ໂຕໂຢຕ້າ ຈັດສັນໄວ້.

# ຂ່າວ – ພາບ : ສະບາໄພ

error: Content is protected !!