ວັນທີ 8 ທັນວາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມທາງໄກ ຜ່ານລະບົບວີດີໂອຄອນເຟີເຣັນ ເພື່ອປຶກສາຫາລືໃນການພິຈາລະນາອະນຸຍາດໃຫ້ບໍລິສັດໄຟຟ້າຫົງສາ ຈໍາກັດ ນໍາເຂົ້າຜູ້ຊຽ່ວຊານ ແລະ ວິຊາການຈາກຕ່າງປະເທດເຂົ້າມາສ້ອມບຳລຸງໂຮງງານໄຟຟ້າ ໂດຍເປັນປະທານຂອງ ທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ຮອງຫົວໜ້າຄະນະສະເພາະກິດຂັ້ນເມືອງ ມີທ່ານ ດຣ ບຸນບູລີ ຖານະວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ ທ່ານ ນາງອໍລະໄທ ເຂມບຸນກູນ ຜູ້ຈັດການພະແນກອົງກອນປະຊາສໍາພັນ ບໍລິສັດໄຟຟ້າຫົງສາ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນປຶກສາຫາລືໃນການພິຈາລະນາອະນຸຍາດໃຫ້ບໍລິສັດໄຟຟ້າຫົງສາ ຈໍາກັດ ນໍາເຂົ້າຜູ້ຊຽ່ວຊານ ແລະ ວິຊາການຈາກຕ່າງປະເທດ ຈໍານວນ 742 ຄົນ ໃນລະຫວ່າງວັນທີ 1–31 ທັນວາ 2021 ເຂົ້າມາສ້ອມບໍາລຸງໃຫຍ່ ແລະ ປຽ່ນແທນອຸປະກອນພາຍໃນໂຮງງານໄຟຟ້າພະລັງງານຄວາມຮ້ອນຫົງສາ ໂດຍອີງໃສ່ສະພາບການເຊື່ອມໂຊມຕາມອາຍຸການນຳໃຊ້ກົນຈັກ ແລະ ອຸປະກອນຕ່າງໆທີ່ຈໍາເປັນ ໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ເຊິ່ງຜູ້ເຂົ້າຮວ່ມ ໄດ້ປຶກສາຫາລືກັນກ່ຽວກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເມືອງຫົງສາ ເມືອງເງິນ ແລະ ບໍລິສັດໄຟຟ້າຫົງສາ ຈໍາກັດ ເປັນຕົ້ນແຜນນໍາຄົນເຂົ້າ ມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ມາດຕະການການກັກຕົວ ການກະກຽມລົດຮັບ-ສົ່ງ ການຈັດສັນທີ່ພັກອາໄສລະຫວ່າງກັກຕົວຢູ່ໃນລາວ ການຈັດການດ້ານອາຫານລະຫວ່າງກັກຕົວ ປຶກສາຫາລື ເພື່ອຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆເພື່ອໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິ ບັດ..

# ຂ່າວ – ພາບ : ບຸນມີ