ສະພາການສຶກສາຊັ້ນສູງແຫ່ງຊາດ ຈັດກອງປະຊຸມສະໄໝວິສາມັນ ເທື່ອທີ 2 ລະຫວ່າງວັນທີ 9-10 ທັນວາ 2021 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານສະພາການສຶກສາຊັ້ນສູງແຫ່ງຊາດ ມີທ່ານ ຮສ ປອ ກອງສີ ແສງມະນີ ຮອງປະທານສະພາການສຶກສາຊັ້ນສູງແຫ່ງຊາດ ພ້ອມດ້ວຍບັນດາຄະນະກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ ຜູ້ຊົງຄຸນວຸດທິທາງດ້ານຂະແໜງການສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບທາງໄກ.

ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ໃນໄລຍະເກືອບເຄິ່ງປີທີ່ຜ່ານມາ ໃນການຈັດຕັ້ງປະຕິບັດແຜນການຂອງສະພາການສຶກສາຊັ້ນສູງແຫ່ງຊາດ ກໍຄືປະຕິບັດມະຕິກອງປະຊຸມສະໄໝສາມັນປະຈຳປີ 2020 ເທື່ອທີ 1 ມາຮອດປະຈຸບັນ ເຫັນວ່າມີຜົນສຳເລັດໃນເບື້ອງຕົ້ນ ແລະ ມີລັກສະນະຕັ້ງໜ້າ ໂດຍສະເພາະການສືບຕໍ່ລົງຕິດຕາມກວດກາຄວາມພ້ອມຕໍ່ການຂໍຍົກຖານະຂອງວິທະຍາໄລ ຕິດຕາມຊຸກຍູ້ສົ່ງເສີມບັນດາສະຖາບັນທີ່ຢູ່ໃນຂັ້ນທົດລອງ 2 ປີ ເພື່ອຈະເປັນສະຖາບັນສົມບູນໃນຕໍ່ໜ້າ ຕາມມະຕິຂອງກອງປະຊຸມສະໄໝສາມັນປະຈຳປີ 2020 ເທື່ອທີ 1 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ແລະ ການພິຈາລະນາການຂໍຕໍາແໜ່ງວິຊາການຄູສອນຂັ້ນສາດສະດາຈານ (ສຈ) ແລະ ຂັ້ນຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ແຕ່ພ້ອມດຽວກັນນັ້ນ ກໍຍັງມີບາງດ້ານຍັງຄົງຄ້າງ ແລະ ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງທີ່ຕິດພັນເຖິງພາລະບົດບາດ ການປະກອບກົງຈັກການຈັດຕັ້ງສະພາການສຶກສາຊັ້ນສູງແຫ່ງຊາດ ກໍຄືຫ້ອງການສະພາການສຶກສາຊັ້ນສູງ ການສ້າງ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າພິຈະລະນາ ແລະ ປະກອບຄຳຄິດເຫັນໃສ່ວຽກງານສຳຄັນ ເພື່ອຄົ້ນຄວ້າພິຈາລະນາແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 31/ຫສພ ລົງວັນທີ 2 ສິງຫາ 2021 ກ່ຽວກັບການຄົ້ນຄວ້າຊື່ທາງການຂອງຕຳແໜ່ງບໍລິຫານໃນຂະແໜງການສຶກສາ ໂດຍສະເພາະແມ່ນໃນສາຍການສຶກສາຊັ້ນສູງ ເພື່ອອອກເປັນລະບຽບໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ຫຼຸດຜ່ອນຫາງສຽງທາງສັງຄົມ ຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາການສຶກສາຊັ້ນສູງແຫ່ງຊາດ (ສະບັບປັບປຸງ) ການແຕ່ງຕັ້ງສະມາຊິກສະພາການສຶກສາຊັ້ນສູງແຫ່ງຊາດ ເພື່ອນໍາສະເໜີໃຫ້ລັດຖະບານຮັບຮອງອະນຸມັດຢ່າງເປັນທາງການ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຂັ້ນຕອນຕໍ່ໄປ ສະເໜີປຶກສາຫາລື ຄົ້ນຄວ້າ ແລະ ພິຈາລະນາ ການຂໍຕຳແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ໂດຍຈະພິຈາລະນາຜູ້ທີ່ມີຄວາມພ້ອມຫຼາຍກວ່າໝູ່ (ຜູ້ທີ່ປີການບໍ່ເຖິງໃນກອງປະຊຸມຄັ້ງວັນທີ 29 ກໍລະກົດ 2021) ເພື່ອໃຫ້ສອດຄ່ອງຕາມເງື່ອນໄຂ ແລະ ມາດຕະຖານ ຕາມດຳລັດ03/ລບ ລົງວັນທີ 10 ມັງກອນ 2020 ແລະ ຄຳສັ່ງແນະນຳກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 1054/ສສກ ລົງວັນທີ 4 ທັນວາ 2020 ເພື່ອນຳສະເໜີນາຍົກແຕ່ງຕັ້ງຕາມລຳດັບ ແລະ ເພື່ອປຶກສາຫາລືບັນຫາອື່ນໆທີ່ກ່ຽວຂ້ອງກັບວຽກງານສະພາການສຶກສາຊັ້ນສູງແຫ່ງຊາດ.

# ຂ່າວ – ພາບ : ບຸນມີ