ວັນທີ 8 ທັນວາ 2021 ທີ່ຫ້ອງປະຊຸມຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີເຊັນສັນຍາຮັບເໝົາສືບຕໍ່ໂຄງການກໍ່ສ້າງຮ່ອງລະບາຍນໍ້າ ແລະ ທາງຍ່າງຕາມເທດສະບານເມືອງ ລະຫວ່າງທ່ານ ອ່ອນຈັນ ບຸນຍາວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ຕາງໜ້າເຈົ້າຂອງໂຄງການ ແລະ ທ່ານ ສົມພອນ ຈັນດາລາ ຮອງປະທານບໍລິິສັດ ວິໄລພອນ 1818 ກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຕາງໜ້າຜູ້ຮັບເໝົາ ໂດຍມີທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ພ້ອມດ້ວຍຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ແລະ ນາຍບ້ານ 3 ບ້ານຄື: ບ້ານໂພນໄຊ ບ້ານຈອມແຈ້ງ ແລະ ບ້ານສີມຸງຄຸນ ເຂົ້າຮ່ວມ.

ທ່ານ ໄຊຍະສິດ ພັນທະນະວົງ ຮອງຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ກໍໄດ້ຜ່ານຮ່າງສັນຍາຮັບເໝົາໂຄງການກໍ່ສ້າງຮ່ອງລະບາຍນໍ້າ ແລະ ທາງຍ່າງເທດສະບານເມືອງໂດຍລະອຽດ ເຊິ່ງໂຄງການນີ້ແມ່ນແມ່ນເສັ້ນທາງຫຼວງແຫ່ງຊາດ 4A ທີ່ຜ່ານບ້ານໂພນໄຊ ບ້ານຈອມແຈ້ງ ແລະ ບ້ານສີມຸງຄຸນ ປະມານ 2.500 ກິໂລແມັດ ເປັນມູນຄ່າ 12 ຕື້ກວ່າກີບ ໂດຍນຳໃຊ້ແຫຼ່ງທຶນພັດທະນາຊຸມຊົນ ໂຄງການ ໄຟຟ້າພະລັງຄວາມຮ້ອນຫົງສາ ໜ້າວຽກແມ່ນສືບຕໍ່ປັບປຸງແກ້ໄຂຂຸມພັກນ້ໍາສອງຝາກທາງ ແບບມີຝາປິດ ກວ້າງ 1,50 ຊມ X 1,50 ຊມ ທາງຍ່າງກວ້າງ 1,50 ຊມ ປູ່ດ້ວຍຄອນກີດ ເຊິ່ງກໍານົດໄລຍະດໍາເນີນການກໍ່ສ້າງແມ່ນ 18 ເດືອນໃຫ້ສໍາເລັດ (ເລີ່ມແຕ່ວັນທີ 1 ມັງກອນ 2022 ຫາ ວັນທີ 30 ມິຖຸນາ2023).
# ຂ່າວ – ພາບ : ບຸນມີ