ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງກນຕ່າງປະເທດ ແລະ ຕາງໜ້າລັດຖະບານ ສ. ກູບາ ທ່ານ ປາໂບຼ ອານໂຕນີໂອ ໂຣດີເກດສ ບີດານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສ. ກູບາ ປະຈຳ ສປປ ລາວ ໄດ້ຮ່ວມລົງນາມສັນຍາສອງຝ່າຍວ່າດ້ວຍແລກປ່ຽນທີ່ດິນ ແລະ ເຮືອນຂອງສໍານັກງານຜູ້ຕາງໜ້າສະຖານທູດທີ່ມີສຳນັກງານຂອງແຕ່ລະຝ່າຍ ຕັ້ງຢູ່ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງລາຮາວານ.

ພິທີລົງນາມ ໄດ້ຈັດຂຶ້ນວັນທີ 10 ທັນວາ 2021 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ.ກູບາ ເປັນປະເທດເພື່ອນມິດຍຸດທະສາດ ຊຶ່ງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ວັນທີ 4 ພະຈິກ 1974 ໂດຍມີຫ້ອງການຕາງໜ້າແນວລາວຮັກຊາດປະຈຳຢູ່ນະຄອນຫຼວງລາຮາວານ ແລະ ໄດ້ຍົກລະດັບຂຶ້ນເປັນສະຖານທູດໃນ ປີ 1975 ຊຶ່ງມີສາຍພົວພັນຄົບຮອບ 47 ປີ.

ພິທີລົງນາມດັ່ງກ່າວ ແມ່ນຈັດຂຶ້ນດ້ວຍຄວາມຕັ້ງໃຈຂອງສອງລັດຖະບານ ເພື່ອຢາກຮັດແໜ້ນສາຍພົວພັນມິດຕະພາບ ແລະ ຮັບປະກັນເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ການພັກເຊົາ ແລະ ການປະຕິບັດໜ້າທີ່ສໍາລັບພະນັກງານການທູດຂອງສອງປະເທດ ບົນພື້ນຖານການຕອບສະໜອງຊຶ່ງກັນ ແລະ ກັນ.
ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງ ແລະ ສະແດງຂອບໃຈຢ່າງຈິງໃຈຕໍ່ການຮ່ວມມືຂອງລັດຖະບານ ສ.ກູບາ ໂດຍອີງຕາມແນວທາງການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືຂອງສອງຝ່າຍ ສປປ ລາວ ແລະ ສ.ກູບາ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ບົນພື້ນຖານອຸດົມການຂອງສັງຄົມນິຍົມ ແລະ ຍຶດໝັ້ນແນວທາງອັນສະເໝີຕົ້ນສະເໝີປາຍ ແລະ ສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນຢູ່ໃນເວທີພາກພື້ນ ແລະ ສາກົນ.

# ຂ່າວ – ພາບ : ໄຊບັນດິດ