ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 1.898 ຄົນ ເສຍຊີວິດ 5 ຄົນ

    ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຮັບຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 11 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ສະພາບການການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາໃນປັດຈຸບັນ ເຫັນວ່າມີຕົວເລກການຕີດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍຢ່າງຕໍ່ເນື່ອງ ໃນວັນທີ 10 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 8.074 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.898 ຄົນ (ຕິດເຊື້ອພາຍໃນ ມີ 1.897 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປັດຈຸບັນ ແມ່ນ 88.064  ຄົນ  ເສຍຊີວິດສະສົມ 236 ຄົນ ກວມເອົາ 0.26% ຂອງຜູ້ຕິດເຊື້ອທັງໝົດ (ໃນນີ້ເສຍຊີວິດໃໝ່ 5 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 599 ຄົນ ກໍາລັງປິ່ນປົວ 12.011 ຄົນ ມາຮອດມື້ນີ້ ຍັງມີຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ກຳລັງປີ່ນປົວ ແມ່ນ 13,7% ຂອງຈໍານວນຜູ້ຕິດເຊື້ອສະສົມທັງໝົດ ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86,3%  ຂອງຈໍານວນຜູ້ຕິດເຊື້ອສະສົມທັງໝົດ. 

    ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 1.897 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງ 737 ຄົນ ໃນ 228 ບ້ານ ແລະ 9 ເມືອງ
  • ຊຽງຂວາງ ມີ 344 ຄົນ 
  • ຫົວພັນ ມີ 184 ຄົນ 
  • ບໍ່ແກ້ວ ມີ 90 ຄົນ 
  • ຫຼວງພະບາງ ມີ 89 ຄົນ 
  • ຫຼວງນໍ້າທາ ມີ 81 ຄົນ 
  • ອຸດົມໄຊ ມີ 79 ຄົນ 
  • ແຂວງວຽງຈັນ ມີ 74 ຄົນ  
  • ສະຫວັນນະເຂດ ມີ 49 ຄົນ 
  • ໄຊສົມບູນ ມີ  43 ຄົນ 
  • ບໍລິຄຳໄຊ ມີ  41 ຄົນ 
  • ໄຊຍະບູລີ ມີ  26 ຄົນ 
  • ຄຳມ່ວນ ມີ  19 ຄົນ 
  • ອັດຕະປື ມີ 17  ຄົນ 
  • ຈຳປາສັກ ມີ 12 ຄົນ 
  • ສາລະວັນ  ມີ 7  ຄົນ 
  • ຜົ້ງສາລີ ມີ 4 ຄົນ 
  • ເຊກອງ ມີ  1 ຄົນ 

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກແຂວງສະຫວັນນະເຂດ ໄດ້ເຂົ້າຈຳກັດສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້. 

    ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 5 ຄົນ: 

  1. ເພດຍິງ ອາຍຸ 61 ປີ ບ້ານດອນປ່າໃໝ່ ເມືອງສີສັດຕະນາກ ນະຄອນຫຼວງ. 

    – ພະຍາດປະຈຳໂຕ: ຄວາມດັນເລືອດສູງ ເບົາຫວານ ກິນຢາປະຈຳມາ 10 ກ່ວາປີ 

    – ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 01 ເຂັມ 

    – ຄົນເຈັບເລີ່ມໄຂ້ ໄອ ຫາຍໃຈຝືດ ແຕ່ວັນທີ 29 ພະຈິກ 2021 ແລະ ວັນທີ 2 ທັນວາ 2021 ໄດ້ກວດໂຄວິດຢູ່ໂຮງໝໍ 103 ໃຫ້ຜົນບວກ 

    – ວັນທີ 4 ທັນວາ 2021 ເຂົ້ານອນຕິດຕາມປີ່ນປົວຢູ່ສູນຫ້ວຍຫົງ

    – ວັນທີ 5 ທັນວາ 2021 ຍ້າຍມານອນຕຶກໃໝ່ໂຮງໝໍມິດຕະພາບ

    – ຕໍ່ມາຄົນເຈັບມີອາການ ກະວົນກະວາຍ ຫາຍໃຈຝືດ ນອນພຽງບໍ່ໄດ້ ຫາຍໃຈໄວ ແລະ ຫອບ

    – ລວມມື້ປິ່ນປົວ 5-10 ທັນວາ 2021 ລວມເປັນ 6 ວັນ

    – ມາຮອດເວລາ 4:50 ໂມງ ຂອງວັນທີ່ 10 ທັນວາ 2021 ຄົນເຈັບ ໄດ້ເສຍຊີວິດລົງ.

  1. ເພດຍິງ ອາຍຸ 87 ປີ ບ້ານນາວຽງຄຳ ເມືອງຫຼວງພະບາງ ແຂວງຫຼວງພະບາງ

    – ພະຍາດປະຈຳໂຕ: ເປັ ວັນນະໂລກປອດມາກ່ອນ ໄດ້ກິນຢາຄົບເປັນໄດ້ 20 ປີ ບໍ່ເຄີຍເຊັກສຸຂະພາບ

    – ບໍ່ໄດ້ສັກຢາປ້ອງກັນໂຄວິດ-19

    – ເຂົ້າໂຮງໝໍ ວັນທີ່ 7 ທັນວາ 2021 ເວລາ 10:20 ໂມງ ຜູ້ກ່ຽວມີອາການໄຂ້ ໄອ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ຄົນເຈັບໄຂ້ຢູ່ບ້ານໄດ້ 10 ວັນໄຂ້ຫຸ່ມໆ-ໄອເລັກນ້ອຍ ເຈັບທ້ອງເຂດກະເພາະ ອິດເມື່ອຍ ພີ່ນ້ອງຈຶ່ງພາມາກວດຢູ່ສຸກເສີນແລ້ວສົ່ງມານອນຕຶກແຍກປ່ຽວເວລາ 11:10 ໂມງ

    – ມາຮອດເວລາ 12:20 ໂມງ ຂອງວັນທີ 9 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ.

  1. ເພດຍິງ ອາຍຸ 80 ປິ ບ້ານອຸມມົງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

    – ພະຍາດຜ່ານມາ ຫຼ່ອຍຫຼາຍກ່ວາ 20 ປີ

    – ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 

    – ເຂົ້າມາໂຮງໝໍມິດຕະພາບ ວັນທີ 30 ພະຈິກ 2021 ຍ້ອນເມື່ອຍ ອ່ອນແຮງແຂນຂາ ຄົນເຈັບງ້ວງຊຶມ ແລະ ກິນດື່ມບໍ່ໄດ້    

    – ສະພາບໄລຍະການປິ່ນປົວແມ່ນບໍ່ມີອາການດີຂຶ້ນ  ສະຕິງ້ວງຊືມຕະຫຼອດ ບໍ່ສາມາດກິນດື່ມໄດ້ ອາການຊຸດໂຊມລົງຫຼາຍໃນແຕ່ລະວັນ.

    – ໄລຍະການປິ່ນປົວ 30 ພະຈິກ -10 ທັນວາ 2021 ລວມເປັນ 11 ວັນ

    – ມາຮອດເວລາ 3:30 ໂມງ ຂອງວັນທີ 10 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ

  1. ເພດຊາຍ ອາຍຸ 91 ປີ ບ້ານນາຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງ

    – ພະຍາດປະຈໍາຕົວ ບໍ່ໄດ້ກວດສຸຂະພາບມາກ່ອນ

    – ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 

    – ວັນທີ 5 ທັນວາ 2021 ຜົນກວດຢັ້ງຢືນພົບເຊື້ອໂຄວິດ-19 ແລະ ເຂົ້ານອນສູນສີເກີດ

    – ເວລາ 19:30 ໂມງ ຂອງວັນທີ 6 ທັນວາ 2021 ຮັບຄົນເຈັບຈາກສູນສີເກີດ ມານອນປີ່ນປົວຢູ່ໂຮງໝໍເສດ ຖາທິລາດ ດ້ວຍອາການເມື່ອຍ ຫາຍໃຈຝຶດ ແລະ ຫາຍໃຈຫອບ

    – ໄລຍະການປິ່ນປົວ: 7-10 ທັນວາ 2021 ລວມເປັນ 4 ວັນ

    – ມາຮອດເວລາ 5:58 ໂມງ ຂອງວັນທີ 10 ທັນວາ 2021 ຄົນເຈັບໄດ້ເສຍຊີວິດລົງ

  1. ເພດຍິງ 74 ປີ ບ້ານສີບຸນເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງ

    – ພະຍາດປະຈໍາຕົວ ເບົາຫວານ ມາໄດ້ຫຼາຍປີ ກິນຢາປະຈໍາ

    – ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຄົບ

    – ເວລາ 12:21 ໂມງ ຂອງວັນທີ 7 ທັນວາ 2021 ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້ ໄອ ແໜ້ນໜ້າເອິກ ແລະ ອ່ອນເພຍມາໄດ້ 3 ວັນ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ

    – ໄລຍະການປິ່ນປົວ: 7-10 ທັນວາ 2021 ລວມເປັນ 4 ວັນ

    – ມາຮອດເວລາ 10:30 ໂມງ ຂອງວັນທີ 10 ທັນວາ 2021 ຄົນເຈັບໄດ້ເສຍຊີວິດລົງ. 

    ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່. 

    ສ່ວນຈຸດກວດຢູ່ນະຄອນຫຼວງວຽງຈັນ ມີ 2 ຈຸດກວດນອກສະຖານທີ່ ຄື:ສະໜາມກີລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ແລະ ມສ ເຈົ້າອານຸວົງ  (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ສໍາລັບໜ່ວຍກວດເຄື່ອນທີ່: ເມືອງໄຊທານີ ສີສັດຕະນາກ ສີໂຄດຕະບອງ ເມືອງລະ 1 ທີມ ສ່ວນເມືອງນາຊາຍທອງ  ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 2 ທີມ .

    ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍສູນກາງ 103 ກອງທັບ ໂຮງໝໍ 5 ເມສາ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ) ໂຮງໝໍເມືອງ 9 ຕົວເມືອງ ວັດຈີນ ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ). 

# ຂ່າວ – ພາບ : ສີພອນ

error: Content is protected !!