ລົງທຶນໃສ່ສຸຂະພາບຈະເລີນພັນ ແລະ ການປົກປ້ອງແຮງງານເພດຍິງ ເພື່ອຟື້ນຟູຂະແໜງການຕັດຫຍິບ ແລະ ການທ່ອງທ່ຽວ

    ອົງການສະຫະປະຊາຊາດ ກອງທຶນປະຊາກອນ (UNFPA) ຮ່ວມກັບສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເພື່ອສົນທະນາກ່ຽວກັບການຮ່ວມມືກັບພາກເອກະຊົນ ເພື່ອສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບການຈະເລີນພັນ ແລະ ສຸຂະພາບທາງເພດຂອງແຮງງານໃນໂຮງງານ ວັນທີ 9 ທັນວາ 2021 ທີ່ ນວ ເປັນປະທານຮ່ວມຂອງທ່ານນາງ ດາໄລວັນ ແກ້ວນະຄອນ ຮອງປະທານສະຫະພັນແມ່ຍິງ ນວ ແລະ ທ່ານນາງມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ຊາວໜຸ່ມ ສະຫະພັນກຳມະບານລາວ ແນວລາວສ້າງຊາດ ແລະ ສູນໄວໜຸ່ມ ນວ ໄດ້ເຂົ້າຮ່ວມ. 

    ເພື່ອເພີ່ມທະວີການລົງທຶນເຂົ້າໃນໂຄງການບໍລິການແບບເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ ສົມທົບກັບການປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ໂດຍເປັນຄູ່ຮວ່ມງານກັບພາກເອກະຊົນ ເພື່ອຮັບປະກັນໃຫ້ແຮງງານໃນໂຮງງານມີຄວາມປອດໄພ ມີສຸຂະພາບແຂງແຮງ ແລະ ສາມາດເຮັດວຽກຢ່າງມີປະສິດທິພາບ ຜົນກະທົບຂອງພະຍາດໂຄວິດ -19 ໄດ້ເຮັດໃຫ້ການຖືພາທີ່ບໍ່ໄດ້ວາງແຜນ ຫຼຸລູກ ແລະ ລູກຕາຍໃນທ້ອງແມ່ເພີ່ມຂຶ້ນ ໂດຍສະເພາະໃນແມ່ຍິງໄວໜຸ່ມ ແລະ  ກຸ່ມທີ່ໃຫຍ່ທີ່ສຸດຂອງການຕິດເຊື້ອໂຄວິດ-19  ແມ່ນໃນບັນດາແຮງງານໜຸ່ມຂອງໂຮງງານຕ່າງໆ ສະນັ້ນ ເພື່ອແກ້ໄຂບັນຫາເຫຼົ່ານີ້ ຮຽກຮ້ອງໃຫ້ມີການຮ່ວມມືກັບພາກເອກະຊົນໃນການການລົງທຶນໃສ່ດ້ານສະຫວັດດີການຂອງແຮງງານເພດຍິງ ດ້ວຍການຮັບປະກັນໃຫ້ມີຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບທີ່ມີຄຸນນະພາບ ເຄື່ອງມືທີ່ມີນະວັດຕະກໍາເຊັ່ນ ສາຍດ່ວນ ແລະ ສາຍດ່ວນຊ່ວຍເຫຼືອດ້ານສຸຂະພາບ ການປົກປ້ອງໄວໜຸ່ມ ເພດຍິງ ເຊິ່ງພະນັກງານມີສຸຂະພາບແຂງແຮງດີ ກໍເປັນການປົກປ້ອງຄວາມສາມາດໃນການດຳເນີນງານຂອງໂຮງງານ ແລະ ອຳນວຍຄວາມສະດວກໃຫ້ແກ່ການຟື້ນຟູເສດຖະກິດຂອງ ສປປ ລາວ. ການເພີ່ມທະວີການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທີ່ເປັນມິດກັບໄວໜຸ່ມ ການປ້ອງກັນພະຍາດໂຄວິດ-19 ພາຍໃຕ້ການນໍາພາຂອງສະຫະພັນແມ່ຍິງລາວ ແລະ ດ້ວຍການຮ່ວມມືກັບພາກເອກະຊົນ ຊາວໜຸ່ມທີ່ມີອາຍຸຕ່ຳກວ່າ 24 ປີ ເກືອບເຄິ່ງໜຶ່ງຂອງປະຊາກອນລາວ ການລົງທຶນ ການປົກປ້ອງໄວໜຸ່ມສາມາດໃຫ້ເງິນປັນຜົນດ້ານປະຊາກອນເຊັ່ນ ການເຕີບໂຕດ້ານເສດຖະກິດແບບເລັ່ງລັດ ເນື່ອງຈາກພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບທາງລົບຕໍ່ສຸຂະພາບ ແລະ ສະຫວັດດີພາບຂອງໄວໜຸ່ມ ໃນນັ້ນ ແມ່ຍິງໄວໜຸ່ມໄດ້ຮັບຜົນກະທົບຫຼາຍທີ່ສຸດ ດັ່ງທີ່ເຫັນໄດ້ຈາກການຖືພາທີ່ບໍ່ໄດ້ວາງແຜນໄດ້ເພີ່ມຂຶ້ນ ພະຍາດຕິດຕໍ່ທາງເພດສຳພັນ ການຕິດເຊື້ອ HIV ທີ່ສູງຂຶ້ນ ໄວໜຸ່ມແມ່ນກຳລັງແຮງງານສ່ວນໃຫຍ່ໃນ 2 ຂະແໜງການເຊັ່ນ ຂະແໜງການຕັດຫຍິບ ແລະ ຂະແໜງການທ່ອງທ່ຽວ ການລົງທຶນໃສ່ໄວໜຸ່ມເຫຼົ່ານີ້ ແມ່ນການລົງທຶນໃສ່ການຟື້ນຕົວຂອງຂະແໜງການທ່ອງທ່ຽວ ແລະ ຂະແໜງການຕັດຫຍິບອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ 

error: Content is protected !!