ຝຸ່ນຊີວະພາບກາຕົ້ນກ້າ ມີວາງຈໍາໜ່າຍຕາມຕົວແທນຢູ່ນະຄອນຫຼວງ-ບັນດາແຂວງ

    ວັນທີ 9 ທັນວາ 2021 ທີ່ສູນາບັດຂີ້ເຫຍື້ອ ບ້ານນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທ່ານ ຊຽງສີດາ ພົມວິໄຊ ປະທານບໍລິສັດນໍ້າເນີນຈະເລີນຊັບ ກໍ່ສ້າງ ການຄ້າ ແລະ ການກະເສດ ຈໍາກັດ ໃຫ້ຮູ້ວ່າ: ດ້ານຮ່ວມມືເກັບຊື້ຝຸ່ນຊີວິພາບຈາກຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ທາງບໍລິສັດພວກເຮົາແມ່ນມາເຮັດໃນການຫຸ້ມຫໍ່ ການຕະຫຼາດ ແລະ ການຈັດຈໍາໜ່າຍ ເຊິ່ງໃນປັດຈຸບັນ ມີຜະລິດຕະພັນວາງຂາຍຢູ່ທ້ອງຕະຫຼາດ ມີຝຸ່ນຊີວະພາບ ຫຼືວ່າໃສ່ໃນຍີ່ຫໍ້ຝຸ່ນຊີວະພາບກາຕົ້ນກ້າ ຊະນິດຝົງ ແລະ ຊະນິດເມັດ ໄດ້ແຍກການບັນຈຸອອກ 2 ປະເພດ ຄື: ຖົງ 25 ກິໂລກຣາມ ແລະ 10 ກິໂລກຣາມ ແລະ ແຜນໃນມໍ່ໆນີ້ ຈະຕໍ່ຍອດຈາກການນໍາໃຊ້ຝຸ່ນດັ່ງກ່າວ ເຮັດເປັນດິນປູກຝັງ ເຊິ່ງໄດ້ວາງຈໍາໜ່າຍຢູ່ນະຄອນຫຼວງວຽງຈັນ ປະມານ 50 ຮ້ານ ແລະ ມີຕົວແທນຢູ່ຕ່າງແຂວງ ເປັນຕົ້ນ: ແຂວງຫົວພັນ ອຸດົມໄຊ ແລະ ຈໍາປາສັກ ສໍາລັບແຜນຕໍ່ໜ້າ (2022) ແມ່ນຈະເຮັດໂຄງການການສົ່ງເສີມການປູກ ໂດຍທີ່ປະຊາຊົນເຮັດການປູກຝັງບໍ່ຈໍາເປັນຕ້ອງມາຊື້ຝຸ່ນນໍາພວກເຮົາກ່ອນ ມີທີມງານວິຊາການລົງໄປແນະນໍາຢູ່ພາກສະໜາມໃຫ້ເຖິງຂັ້ນຕອນນໍາໃຊ້ຕ່າງໆ ພ້ອມທັງເອົາຝຸ່ນຊີວະພາບໄປຊົມໃຊ້ຕົວຈິງ ພາຍຫຼັງຂາຍຜົນຜະລິດແລ້ວ ຈຶ່ງມາຊໍາລະນໍາບໍລິສັດຂອງພວກເຮົາ ປັດຈຸບັນ ໄດ້ປະກາດຮັບຕົວແທນຈໍາໜ່າຍ ສະເພາະຢູ່ນະຄອນຫຼວງວຽງຈັນ ທາງບໍລິສັດຈະເອົາຝຸ່ນໃຫ້ຮ້ານຕົວແທນວາງຂາຍກ່ອນ  ພາຍຫຼັງໝົດເດືອນ  ທາງບໍລິສັດລົງເກັບເອົາຕາມຍອດຂາຍຕົວຈິງ   ສໍາລັບຮ້ານໃດມີເງື່ອນໄຂທີ່  ເໝາະສົມແມ່ນປະສານຫາພວກເຮົາໄດ້ທີ່ ເພສ: ຝຸ່ນຊີວະພາບກາຕົ້ນກ້າ ຫຼື ໂທ5501 4558.

# ຂ່າວ & ພາບ : ວຽງມາ 

error: Content is protected !!