ທີມຊາດລາວ ຕ້ານບໍ່ໄຫວ ເສຍ ມາເລເຊຍຂາດລອຍ 0-4

    ເຕະບານ ຊູຊູກິ ຄັບ 2020 ຂຸນພົນນັກເຕະພິກຂີ້ໜູທີມຊາດລາວ ລົງສະໜາມນັດທີ 2 ຍັງສະກົດຄຳວ່າໄຊຊະນະບໍ່ເປັນ ຫຼັງຕ້ານຄວາມແຂງແກ່ນຂອງທີມຊາດມາເລເຊຍບໍ່ໄຫວ ເສຍໄປແບບຂາດລອຍ 0-4 ປະຕູ ໃນການແຂ່ງຂັນບານເຕະຊາຍ ຊີງແຊັມອາຊຽນ ປະຈຳປີ 2020 ຫຼື “AFF Suzuki Cup 2020” ທີ່ປະເທດສິງກະໂປ ເປັນເຈົ້າພາບ. 

    ການແຂ່ງຂັນບານເຕະນັດດັ່ງກ່າວ ໄດ້ມີຂຶ້ນໃນຕອນແລງວັນທີ 9 ທັນວາ 2021 ທີ່ສະໜາມບິຊານ ປະເທດສິງກະໂປ ໂດຍເກມນັດທຳອິດ ທີມຊາດລາວເຮົາເສຍໃຫ້ ທີມຊາດຫວຽດນາມ ມາ 0-2 ປະຕູ ແລະ ທີມຊາດມາເລເຊຍ ແມ່ນຊະນະ ທີມຊາດກຳປູເຈຍ ມາ 3-1 ປະຕູ ຜ່ານມາ ການແຂ່ງຂັນຜົນປາກົດວ່າ ທີມຊາດລາວເຮົາ ຕ້ານຄວາມແຂງແກ່ນຂອງທີມຊາດມາເລເຊຍບໍ່ໄຫວ ເສຍໄປ 0-4 ປະຕູ ໂດຍມາເລເຊຍໄດ້ປະຕູຈາກ ຊາຟາວີ ຣາຊິກ ນາທີ 7 ນາທີ 34 ແລະ ນາທີ 80 ສ່ວນອີກໜຶ່ງປະຕູໄດ້ຈາກ ຊາຣູນ ຊາອັດ ຈາກຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ຜ່ານໄປສອງນັດ ທີມຊາດລາວບໍ່ມີຈັກຄະແນນ ຢູ່ອັນດັບສຸດທ້າຍຂອງກຸ່ມ ຂະນະທີ່ທີມຊາດມາເລເຊຍ ເກັບໄຊ 2 ນັດລວດ ເກັບເພີ່ມເປັນ 6 ຄະແນນເຕັມ ເປັນທີມນຳກຸ່ມ B.

    ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປໃນວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ ແລະ ນັດສຸດທ້າຍ ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ທີມຊາດກຳປູເຈຍ.

# ຂ່າວ – ພາບ : ສີພອນ 

error: Content is protected !!