ເຊັນສັນຍາສະໜອງທຶນໃຫ້ 10 ໂຄງການທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ

    ພິທີເຊັນສັນຍາສະໜອງທຶນໃຫ້ 10 ໂຄງການທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ມູນຄ່າທັງໝົດ 6,7 ຕື້ກີບ ຈັດຂຶ້ນວັນທີ 10 ທັນວາ 2021 ທີ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກປສ) ໂດຍການລົງນາມຕາງໜ້າຜູ້ໃຫ້ທຶນຂອງທ່ານນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ  ແລະ ຕາງໜ້າຈາກ 10 ໂຄງການທີ່ໄດ້ຮັບທຶນ ມີທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກປສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. 

    ໂຄງການທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ 10 ໂຄງການ ປະກອບມີ ໂຄງການການສ້າງຄວາມເຂັ້ມແຂງ ແລະ ພັດທະນາສະຖິຕິຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມູນຄ່າ 455.000.000 ກີບ ມີໄລຍະຈັດຕັ້ງປະຕິບັດ 3 ປີ ໂຄງການສ້າງເຄືອຂ່າຍການຄວບຄຸມມົນລະພິດທາງອາກາດ ແລະ ຈຸດສະສົມຄວາມຮ້ອນຢູ່ 4 ແຂວງພາກເໜືອ (ອຸດົມໄຊ ໄຊຍະບູລີ ຫຼວງພະບາງ ແລະ ຫົວພັນ) ໂດຍນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ ແລະ ລະບົບຂໍ້ມູນດ້ານພູມສາດ ມູນຄ່າ 353.000.000 ກີບ ມີໄລຍະການປະຕິບັດ 2 ປີ ໂຄງການສົ່ງເສີມການນຳໃຊ້ສີທຳມະຊາດ ເພື່ອຫຼຸດຜ່ອນສານເຄມີຍ່ອມສີ ມູນຄ່າ 410.000.000 ກີບ ໄລຍະຈັດຕັ້ງປະຕິບັດ 3 ປີ ໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນການຄຸ້ມຄອງການປ່ຽນ ແປງດິນຟ້າອາກາດທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດໃນ ສປປ ລາວ ມູນຄ່າ 798.600.000 ກີບ ໄລຍະຈັດຕັ້ງປະຕິບັດໂຄງການ 2 ປີ ໂຄງການປ້ອງກັນ ແລະ ເຝົ້າລະວັງໄຟໄໝ້ລາມປ່າ ເຂດປ່າສະຫງວນແຫ່ງຊາດພູພະນັງ ເຂດນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ມູນຄ່າໂຄງການ 795.000.000 ກີບ ໄລຍະຈັດຕັ້ງປະຕິບັດໂຄງການ 2 ປີ ໂຄງການຄຸ້ມຄອງປ່າໄມ້ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດປ່າປ້ອງກັນແຫ່ງຊາດນ້ຳງຽບ-ນ້ຳມັງ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ມູນຄ່າ 733.000.000 ກີບ ໄລຍະຈັດຕັ້ງປະຕິບັດໂຄງການ 2 ປີ ໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ການປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ມູນຄ່າ 800.000.000 ກີບ ໄລຍະຈັດຕັ້ງປະຕິບັດໂຄງການ 2 ປີ ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກທຸລະກິດທ່ອງທ່ຽວ ກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວທີ່ຍືນຍົງ ມູນຄ່າ 800.000.000 ກີບ ໄລຍະຈັດຕັ້ງປະຕິບັດໂຄງການ 2 ປີ ໂຄງການປັບປຸງສະພາບສິ່ງແວດລ້ອມສີຂຽວຕາມເສັ້ນທາງເລກທີ 13 ເລກທີ 42 ແລະ ທາງເຊື່ອມຕໍ່ຈາກທາງເລກທີ 13 ຫາ ເສັ້ນທາງສາລາຂຽວດົງຈອງ ນະຄອນປາກເຊ ຄວາມຍາວ 3.709 ແມັດ ມູນຄ່າ 799.720.000 ກີບ ໄລຍະຈັດຕັ້ງປະຕິບັດ 2 ປີ ແລະ ໂຄງການປັບປຸງສະພາບສິ່ງແວດລ້ອມຂຽວຕາມເສັ້ນທາງຫຼວງໃຈກາງເມືອງ ແລະ ສວນສາທາລະນະນະຄອນປາກເຊ ແຂວງ ຈຳປາສັກ ມູນຄ່າໂຄງການ 799.600.000 ກີບ ໄລຍະຈັດຕັ້ງປະຕິບັດໂຄງການ 2 ປີ.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!