ຜົນສໍາເລັດກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພຣະສົງທົ່ວປະເທດຂອງ ອພສ

    ກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພຣະສົງທົ່ວປະເທດ ອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ (ອພສ) ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນຕອນບ່າຍວັນທີ 9 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ເປັນປະທານຂອງພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ຮັກສາການປະທານສູນກາງ ອພສ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍັກລັດຖະມົນຕີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພະເຖລານຸເຖລະຈາກນະຄອນຫຼວງວຽງຈັນ ແລະ ແຂວງໃນຂອບເຂດທົ່ວປະເທດ ຜູ້ຕາງໜ້າກະຊວງ ອົງການ ສະຖາບັນ ຂະແໜງການ ແລະ ແຂກຖືກເຊີນເຂົ້າຮ່ວມທັງຢູ່ໃນນະຄອນຫຼວງວຽງຈັນ ແລະ ຮູບແບບທາງໄກ. 

    ກອງປະຊຸມໃຫຍ່ ໄດ້ຮັບຟັງ ແລກປ່ຽນຄຳຄິດຄຳເຫັນ ແລະ ເປັນເອກະພາບຢ່າງສົມບູນ ໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຄື: ກອງປະຊຸມໃຫຍ່ໄດ້ຮັບຮອງເອົາການຕີລາຄາໂດຍສັງລວມກ່ຽວກັບຈຸດດີ ຜົນງານທີ່ພົ້ນເດັ່ນ ຈຸດອ່ອນ ຂໍ້ຄົງຄ້າງຕົ້ນຕໍ ສາເຫດພາໃຫ້ມີຈຸດດີ ແລະ ຈຸດອ່ອນ ກໍຄືບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VII ຮັບຮອງເອົາການຄາດໝາຍສູ້ຊົນ ທິດທາງໜ້າທີ່ ແລະ ມາດຕະການສຳລັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຊຸມປີຕໍ່ໜ້າ ພິເສດ ໄດ້ສະເໜີ ແລະ ຮັບຮອງການປັບປຸງທໍາມະນູນສົງລາວ ພາຍຫຼັງສຳເລັດກອງປະຊຸມໃຫຍ່ແລ້ວ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ. 

    ກອງປະຊຸມໃຫຍ່ໄດ້ຮັບຮອງເອົາຄະນະກໍາມະການບໍລິຫານງານ ສູນກາງ ອພສ 79 ອົງ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະບໍລິຫານງານປະຈຳການສູນກາງ ອພສ 21 ອົງ ຮັບຮອງເອົາການສະເໜີແຕ່ງຕັ້ງ ພະອາຈານໃຫຍ່ມະຫາບຸນມາ ສິມມາພົມ ເປັນປະທານສູນກາງ ອພສ ແຕ່ງຕັ້ງ ພະອາຈານໃຫຍ່ ມະຫາບົວຄຳ ສາຣີບຸດ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ພະອາຈານໃຫຍ່ ມະຫາຄຳມາ ປັນຍາວິຈິດ ພະອາຈານໃຫຍ່ ບຸນສ່ວນ ພັນທະວົງເປັນຮອງປະທານສູນກາງ ອພສ ຮັບຮອງເອົາຄະນະຜູ້ຊ່ວຍວຽກປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ 3 ອົງ ຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າຫ້ອງການບໍລິຫານງານ ແລະ ບັນດາຫົວໜ້າກໍາມາທິການທັງ 5 ກໍາມາທິການຄື: ພະອາຈານ ອະທິປະໄຕ ໄມຕີຈິດ ເປັນຫົວໜ້າຫ້ອງການບໍລິຫານງານ ພະອາຈານ ວັນຄຳ ວົງສາສຸລິນ ເປັນຫົວໜ້າກໍາມາທິການປົກຄອງສົງ ພະອາຈານ ມະຫາພູສະຫວັນ ພັນທະບົວລີ ເປັນຫົວໜ້າກໍາມາທິການສຶກສາສົງ ພະອາຈານ ສີທົນ ໄຊຍະວົງສອນ ເປັນ ຫົວໜ້າກໍາມາທິການເຜີຍແຜ່ສີລະທໍາ ແລະ ປະຕິບັດກໍາມະຖານ ພະອາຈານບຸນທະວີ ປະສິດທິສັກ ເປັນຫົວໜ້າກໍາມາທິການສາທາລະນູປະການ ພະອາຈານ ດຳຣົງ ພິມມະຈັກ ເປັນຫົວໜ້າກັມມາທິການການຕ່າງປະເທດ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!