ນາຍົກລັດຖະມົນຕີ ຖວາຍຄໍາໂອ້ລົມຕໍ່ກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພຣະສົງທົ່ວປະເທດ

    ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະຕີ ໃຫ້ກຽດເຂົ້າຮ່ວມ ແລະ ຖວາຍຄໍາໂອ້ລົມຕໍ່ກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພຣະສົງທົ່ວປະເທດ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ) ວັນທີ 9 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ຮັກສາການປະທານສູນກາງ ອພສ ມີພຣະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງ ອພສ ພ້ອມດ້ວຍພຣະເຖລານຸເທລະ ຜູ້ແທນພະສົງທົ່ວປະເທດ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ອະດີດການນໍາພັກ-ລັດ ຜູ້ຊົງຄຸນວຸດທິ ພຸດທະສາສະນິກຊົນ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ອົງການທຽບເທົ່າຂັ້ນສູນກາງ ນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມໃນຮູບແບບປົກກະຕິ ແລະ ແບບທາງອອນລາຍ. 

    ໂອກາດນີ້ ທ່ານ ພັນຄໍາ ວິພາວັນ ມີຄໍາເຫັນຖວາຍວ່າ:ຕະຫຼອດໄລຍະຜ່ານມາ ພັກ-ລັດຖະບານ ຍາມໃດກໍຍຶດໝັ້ນຕາມນະໂຍບາຍຂອງພັກ ຕໍ່ວຽກງານສາສະໜາຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງ ອພສ ຜ່ານມາ ເປັນການປະກອບສ່ວນສໍາຄັນໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ຄວາມເປັນເອກະລາດແຫ່ງຊາດລາວເຮົາໄວ້ຢ່າງໝັ້ນຄົງ ຮັກສາໄດ້ບົດບາດເປັນຫຼັກແຫຼ່ງຄວາມເປັນເຈົ້າຂອງພະພຸດທະສາສະໜາໄວ້ເປັນຢ່າງດີ ຄຽງຄູ່ກັນນັ້ນ ມີພະສົງ ສາມະເນນ ແລະ ພຸດທະສາສະນິກະຊົນຈໍານວນໜຶ່ງບໍ່ກໍາແໜ້ນທາດແທ້ຂອງພະທໍາຄໍາສັ່ງສອນຂອງພະພຸດທະເຈົ້າ ບໍ່ເຊື່ອມຊຶມແນວທາງຂອງພັກ-ກົດໝາຍຂອງລັດກ່ຽວກັບວຽກງານສາສະໜາ ຈຶ່ງເຮັດໃຫ້ແນວຄິດ ແລະ ການກະທໍາຕົວຈິງຜິດເຂວເຊັ່ນ: ບວດເປັນພະເປັນເນນຫຼາຍປີຍັງບໍ່ຮູ້ສູດ ບໍ່ຮູ້ນໍາພາປະຊາຊົນດໍາເນີນກິດຈະກໍາທາງພຸດທະສາສະໜາຕ່າງໆທີ່ຖືກຕ້ອງ ແລະ ອື່ນໆ ທັງໝົດນີ້ ເປັນສິ່ງທີ່ຈະຕ້ອງເອົາໃຈໃສ່ແກ້ໄຂ ເພື່ອເອົາການໄຂ່ວເຂວອອກຈາກທາດແທ້ຂອງພະພຸດທະສາສະໜາ. 

    ສໍາລັບວຽກງານຈຸດສຸມໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຕື່ມບາງບັນຫາສໍາຄັນຄື: ເຫັນດີເຫັນພ້ອມນໍາກອງປະຊຸມທີ່ໄດ້ມີການຮັບຮອງເອົາການປັບປຸງທຳມະນູນສົງຢ່າງເປັນເອກະສັນ ແນໃສ່ປົກປັກຮັກສາ ແລະ ພັດທະນາການເຄື່ອນໄຫວຂອງ ອພສ ໃຫ້ສອດຄ່ອງກັນແຕ່ລະໄລຍະ ນ້ອມສະເໜີເຖິງຄະນະບໍລິຫານງານສູນກາງ ອພສ ນຳພາການຄົ້ນຄ້ວາໃຫ້ເລິກເຊິ່ງ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າໃນເງື່ອນໄຂໃໝ່ ທາດແທ້ມູນເຊື້ອທີ່ດີງາມຂອງພະສົງລາວ ໃນເງື່ອນໄຂແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ ນ້ອມສະເໜີພຣະສົງສາມະເນນ ແລະ ພຸດທະສາສະນິກະຊົນທັງຫຼາຍຈົ່ງຮັບເອົາແນວຄິດ ກິດຈະກຳດ້ານສາສະໜາ ແລະ ຮີດຄອງປະເພນີຈາກພາຍນອກເຂົ້າມາ ສປປ ລາວ ເຮົາຢ່າງມີການເລືອກເຟັ້ນ ຫຼີກເວັ້ນແນວຄິດ ແລະ ການກະທໍາທີ່ໄຂ່ວເຂວອອກຈາກທາດແທ້ຂອງພຸດທະສາດສະໜາ ເອົາໃຈໃສ່ປົກປັກຮັກສາ ປະຕິສັງຂອນ ປູສະນີຍະສະຖານ ທີ່ກ່ຽວຂ້ອງກັບພຸດທະສາສະໜາທີ່ບັນພະບູລຸດພວກເຮົາສ້າງໄວ້ໃຫ້ຄົງຢູ່ຄູ່ສັງຄົມລາວ ສືບຕໍ່ເອົາໃຈໃສ່ປັບປຸງຂະຫຍາຍລະບົບການສຶກສາສົງ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ສະພາບຈຸດພິເສດຂອງລາວເຮົາ ຮັບປະກັນໄດ້ຕາມ 3 ລັກສະນະ ໂດຍມີການຂະຫຍາຍສະຖາບັນການສຶກສາສົງຢ່າງສົມເຫດສົມຜົນ ແລະ ມີການປະສົມກົມກ່ຽວກັນດ້ານການສຶກສາທໍາມະ ແລະ ການສຶກສາທາງໂລກໃຫ້ມີການປັບປຸງແກ້ໄຂບັນຫາການຂະຫຍາຍ ແລະ ການເຜີຍແຜ່ພຸດທະສາສະໜາຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ມີການພົວພັນຮ່ວມມືກັບຊາວພຸດໂລກ ແລະ ບັນດາປະເທດໃນພາກພື້ນ ແລະ ສາກົນ ບົນພື້ນຖານຄວາມເປັນເຈົ້າການຂອງຊາວພຸດລາວ ສະກັດກັ້ນໄດ້ການແຊກຊຶມຂອງພາຍນອກໃນທຸກຮູບການທີ່ມີຄວາມມຸ່ງຫວັງຈະມ້າງເພທໍາລາຍ ຄວາມດີງາມຂອງພຸດທະສາສະໜາຂອງລາວເຮົາ

# ຂ່າວ – ພາບ : ຂັນທະວີ

error: Content is protected !!