ຜ່ານ​ມາ​ເຮົາ​ໄດ້​ປະຕິບັດ​ວຽກ​ງານ​ນີ້​ເຂັ້ມ​ງວດ​ແລ້ວ ຫຼື ບໍ່?

    ກົດໝາຍ​ວ່າ​ດ້ວຍ ການ​ປົກ​ປ້ອງ​ຜູ້​ຊົມໃຊ້ ຊຶ່ງ​ໄດ້​ປະກາດ​ໃຊ້​ໃນ​ປີ 2010 ມາ​ຮອດ​ປັດຈຸບັນ​ກໍ ເກຶອບ10 ປີ ຜົນ​ການຈັດຕັ້ງ​ປະຕິບັດ ກໍ​ເຫັນ​ວ່າ​ປະຊາຊົນ​ລາວ​ບັນດາເຜົ່າ ກໍ​ໄດ້​ຮັບ​ການ​ປົກ​ປ້ອງທາງ​ດ້ານ​ສິດ ແລະ ຜົນ​ປະໂຫຍດ​ຈາກ​ກົດໝາຍ​ສະບັບ​ນີ້ ຫລາຍ​ພໍ​ສົມຄວນ ແລະ ຍັງ​ຈະ​ສຶບ​ຕໍ່​ປົກ​ປ້ອງ​ຕະຫຼອດ​ໄປ. ການ​ປະກາດ​ໃຊ້​ກົດໝາຍ​ສະບັບ​ດັ່ງກ່າວ​ນີ້ ແນໃສ່​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ຍຸຕິ​ທຳ ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ດີ​ຂຶ້ນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ?ສັງ ຄົມ​ຂອງ​ປະເທດ​ເຮົາ​ໃຫ້​ນັບ​ມື້​ນັບ​ເຂັ້ມແຂງ.

     ການ​ປົກ​ປ້ອງ​ຜູ້​ຊົມໃຊ້​ແມ່ນ ການ​ປົກ​ປ້ອງ​ແນວໃດ? ກົດໝາຍ​ໄດ້​ກຳນົດ​ວ່າ ແມ່ນ​ການ​ນຳ​ໃຊ້​ມາດ​ຕະການ ເພື່ອ​ຮັກສາ​ຊີວິດ ສຸຂະພາບ ຊັບ​ສິນ ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ຜູ້​ຊົມໃຊ້ ທີ່​ເນື່ອງ​ມາ​ຈາກ​ຜົນ​ກະທົບ​ຂອງ​ການ​ນຳ​ໃຊ້​ສິນຄ້າ ແລະ ການ​ບໍລິການ​ເປັນຕົ້ນ ອາຫານ ຢາ ເຄື່ອງ​ສຳອາງ ການ​ປິ່ນປົວ​ສຸຂະພາບ ລວມ​ທັງ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ທີ່​ເກີດ​ຂຶ້ນ​ລະຫວ່າງ​ຜູ້​ຊົມໃຊ້ ແລະ ຜູ້​ສະໜອງ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ລະບຽບ​ກົດໝາຍ. ເພື່ອ​ຮັບປະກັນ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ແຕ່​ລະ​ຝ່າຍ​ນັ້ນ ກົດໝາຍ​ສະບັບ​ນີ້ ກໍ​ໄດ້​ກຳນົດ​ສິດ ແລະ ພັນທະ​ຂອງ​ຜູ້​ຊົມໃຊ້ ແລະ ຜູ້​ສະໜອງ​ໄວ້​ດັ່ງນີ້:

      ສິດ ຂອງ​ຜູ້​ຊົມໃຊ້​ມີ​ດັ່ງນີ້: 1. ເລືອກ ແລະ ຕັດສິນ​ໃຈ​ຊື້​ສິນຄ້າ ຫຼື ໃຊ້​ບໍລິການ​ຕາມ​ຄວາມ​ຕ້ອງການ; 2. ຮູ້​ຂໍ້​ມູນ​ຂ່າວສານ ແລະ ຄຳ​ແນະນຳ ທີ່​ຊັດ​ເຈນ ກ່ຽວ​ກັບ​ຄຸນ​ນະ​ພາບ ລາຄາ ສະຖານທີ່​ຜະລິດ ຜູ້​ຜະລິດ ວິທີ​ນຳ​ໃຊ້ ຫຼື ຄູ່​ມື​ນຳ​ໃຊ້ ລັກສະນະ​ພິເສດ ສ່ວນ​ປະກອບ ວັນ​ເດືອນ​ປີ ຜະລິດ ວັນ​ໝົດ​ອາຍຸ​ນຳ​ໃຊ້ ໃບ​ຮັບຮອງ​ສິນຄ້າ ການ​ບໍລິການ​ຫລັງ​ການ​ຂາຍ ແລະ ຂໍ້​ມູນ​ອື່ນ​ທີ່​ຈຳເປັນ; 3. ໄດ້​ຮັບ​ຄວາມ​ປອດ​ໄພ​ດ້ານ​ຊີວິດ ສຸຂະພາບ ແລະ ຊັບ​ສິນ ໃນ​ເວລາ​ນຳ​ໃຊ້​ສິນຄ້າ ແລະ ການ​ບໍລິການ; 4. ຮ້ອງ​ຂໍ ຫຼື ຮ້ອງ​ຟ້ອງ​ເອົາ​ການ​ທົດ​ແທນ​ຄ່າ​ເສຍ​ຫາຍ ທີ່​ເນື່ອງ​ມາ​ຈາກ​ການ​ຊົມໃຊ້​ສິນຄ້າ ແລະ ການ​ບໍລິການ ທີ່​ບໍ່​ມີ​ຄຸນ​ນະ​ພາບ ຫຼື ບໍ່​ໄດ້​ມາດຕະຖານ ແລະ ມີ​ຜົນ​ກະທົບ​ຕໍ່​ຊີວິດ ສຸຂະພາບ ແລະ ຊັບ​ສິນ​ຂອງ​ຕົນ; 5. ສະເໜີ​ຕໍ່​ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ການ​ດຳເນີນ​ການ​ຜະລິດ ທຸລະ​ກິດ ແລະ ການ​ບໍລິການ ທີ່​ລະເມີດ​ລະບຽບ​ກົດໝາຍ ເປັນຕົ້ນ ການ​ປອມ​ແປງ​ສິນຄ້າ ການ​ສ້າງ​ຜົນ​ກະທົບ​ຕໍ່​ສິງ​ແວດ​ລ້ອມ​ເກີນ​ມາດຕະຖານ. ສຳລັບ​ພັນທະ​ແມ່ນ: 1. ຈ່າຍ​ຄ່າ​ສິນຄ້າ ແລະ ການ​ບໍລິການ​ເປັນ​ເງິນ​ກີບ; 2. ນຳ​ໃຊ້​ສິນຄ້າ ແລະ ການ​ບໍລິການ​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ແນະນຳ ຫຼື ຄູ່​ມື​ນຳ​ໃຊ້​ຢ່າງ​ຖືກຕ້ອງ; 3. ສະໜອງ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ສິນຄ້າ ແລະ ການ​ບໍລິການ ທີ່​ບໍ່​ມີ​ຄຸນ​ນະ​ພາບ ແລະ ບໍ່​ໄດ້​ມາດຕະຖານ​ໃຫ້​ແກ່​ເຈົ້າ​ໜ້າທີ່ ທີ່​ກ່ຽວຂ້ອງ.

    ສິດ ແລະ ພັນທະ​ຂອງ​ຜູ້​ສະໜອງ​ມີ​ດັ່ງນີ້: 1. ດຳເນີນ​ທຸລະ​ກິດ ການ​ຜະລິດ ການ​ຄ້າ ການຈຳໜ່າຍ ແລະ ການ​ບໍລິການ ຕາມ​ລະບຽບ​ກົດໝາຍ; 2. ກຳນົດ ຕິດ​ລາຄາ​ສິນຄ້າ ແລະ ການ​ບໍລິການ ເປັນ​ເງິນ​ກີບ; 3. ໂຄສະນາ ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ສິນຄ້າ ແລະ ການ​ບໍລິການ​ໃຫ້​ຊັດ​ເຈນ ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ; 4. ຍື່ນ​ຄຳ​ຮ້ອງ ຄຳ​ສະເໜີ ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້ ແລະ ການ​ລະເມີດ​ລິ​ຂະ​ສິດ ສິນຄ້າ ແລະ ການ​ບໍລິການ​ຂອງ​ຕົນ ຕໍ່​ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້​ທີ່​ກ່ຽວຂ້ອງ.

      ສຳລັບ​ພັນທະ​ຂອງ​ຜູ້​ສະໜອງ​ທີ່​ຕ້ອງ​ໄດ້​ປະຕິບັດ​ມີ​ດັ່ງນີ້: 1. ຮັບປະກັນ​ຄຸນ​ນະ​ພາບ ມາດຕະຖານ ຂອງ​ສິນຄ້າ ແລະ ການ​ບໍລິການ ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ທີ່​ກ່ຽວຂ້ອງ; 2. ຮັບປະກັນ​ບໍ່​ໃຫ້ການ​ຜະລິດ ການ​ນຳ​ເຂົ້າ ການຈຳໜ່າຍ​ສິນຄ້າ ການ​ບໍລິການ ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ​ເກີນ​ມາດຕະຖານ​ທີ່​ໄດ້​ກຳນົດ; 3. ສະໜອງ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ການ​ຜະລິດ ການ​ນຳ​ເຂົ້າ ການຈຳໜ່າຍ​ສິນຄ້າ ແລະ ການ​ບໍລິການ ແກ່​ຜູ້​ຊົມໃຊ້​ໃຫ້​ຊັດ​ເຈນ ແລະ ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ; 4. ຮັບຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ ທີ່​ເນື່ອງ​ມາ​ຈາກ​ຜະລິດ​ຕະ​ພັນ ສິນຄ້າ ແລະ ການ​ບໍລິການ​ທີ່​ບໍ່​ມີ​ຄຸນ​ນະ​ພາບ ແລະ ບໍ່​ໄດ້​ມາດຕະຖານ ຊຶ່ງ​ຕົນ​ໄດ້​ສະໜອງ; 5. ປະຕິບັດ​ສັນຍາ ກັບ​ຜູ້​ຊົມໃຊ້​ຢ່າງ​ເຂັ້ມ​ງວດ ແລະ ຕິດ​ສະຫຼາກ​ສິນຄ້າ ຕາມ​ລະບຽບ​ການ; 6. ໃຫ້ການ​ຮ່ວມ​ມື ແລະ ສະໜອງ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ສິນຄ້າ ແລະ ການ​ບໍລິການ​ຂອງ​ຕົນ​ໃຫ້​ແກ່​ເຈົ້າ​ໜ້າທີ່​ກ່ຽວຂ້ອງ. ສິ່ງ​ທີ່​ຍົກ​ເອົາ​ມາ​ສະເໜີ ແມ່ນ​ກ່ຽວຂ້ອງ​ກັບ​ພົນລະເມືອງ​ລາວ​ທຸກ​ຄົນ ຄົນ​ຕ່າງ​ດ້າວ ແລະ ຄົນ​ບໍ່​ມີ​ສັນຊາດ ລວມ​ທັງ​ຜູ້​ສະໜອງ​ທີ່​ເປັນ​ຊາວ​ຕ່າງປະເທດ​ຕ້ອງ​ໄດ້​ເອົາໃຈໃສ່​ປະຕິບັດ​ຢ່າງ​ເຂັ້ມ​ງວດ ຖ້າ​ໃຜ​ຫາກ​ລະເມີດ​ຈະ​ຕ້ອງ​ຮັບຜິດຊອບ​ຕາມ​ກົດໝາຍ​ນີ້ ແລະ ກົດໝາຍ​ອື່ນ​ທີ່​ໄດ້​ກຳນົດ​ໂທດ​ທາງ​ອາຍາ​ເອົາ​ແລ້ວ ໂດຍ​ສະເພາະ ແມ່ນ​ປະມວນ​ກົດໝາຍ​ອາຍາ ຂອງ ​ສປປ ລາວ ຕາມ​ສະຖານ​ເບົາ ຫຼື ໜັກ. ສ່ວນ​ບັນດາ​ຂໍ້​ຫ້າມ ການ​ລະເມີດ​ຂໍ້​ຫ້າມ ແລະ ອົງການ​ແກ້​ໄຂ ຂັ້ນ​ຕອນ​ການ​ແກ້​ໄຂ ຈະ​ນຳ​ສະເໜີ​ໃນ​ບົດ​ຕໍ່​ໄປ. ທ່ານ​ຜູ້​ອ່ານ​ທີ່​ຮັກແພງ​ທັງຫຼາຍ​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ມີ​ກົດໝາຍ ມີ​ຂໍ້​ຫ້າມ​ຢ່າງ​ລະອຽດ​ຈະແຈ້ງ​ແລ້ວ​ກໍ​ຕາມ ຖ້າ​ພວກ​ເຮົາ​ຫາກ​ຍັງ​ຂາດ​ການ​ຕິດຕາມ​ກວດກາ ຂາດ​ການ​ບັງຄັບ​ໃຊ້​ກົດໝາຍ​ທີ່​ກ່ຽວຂ້ອງ​ຢ່າງ​ແຂງແຮງ ຂາດ​ການເຄື່ອນໄຫວ​ຢ່າງ​ເປັນ​ຮູບ​ປະ​ທຳ ກົດໝາຍ​ກໍ​ເປັນ​ພຽງ​ກົດໝາຍ ຫາກ​ຈະ​ບໍ່ເກີດ​ຄວາມ​ສັກສິດ​ໃນ​ຕົວ​ຂອງ​ມັນ​ເອງ​ໄດ້.

error: Content is protected !!