ວັນນີ້ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນຫຼາຍ ແລະ ເສຍຊີວິດໃໝ່ 5 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ທົ່ວໂລກ ປະຈໍາວັນທີ 9 ທັນວາ ປີ 2021 ວ່າ: ໃນວັນທີ 8 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.925 ຕົວຢ່າງ ແລະ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 1.212 ຄົນ (ຕິດເຊື້ອພາຍໃນ 1.196 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ) ສຳລັບການຕິດເຊືື້ອໂຄວິດ-19 ໃໝ່ພາຍໃນທັງໝົດ 1.196 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ (ນວ) ຄື:

  • ນະຄອນຫຼວງວຽງຈັນ 610 ຄົນ ໃນ 180 ບ້ານ ແລະ 9 ເມືອງ
  • ອຸດົມໄຊ ມີ 101 ຄົນ
  • ຊຽງຂວາງ ມີ 99 ຄົນ
  • ຫຼວງພະບາງ ມີ 87 ຄົນ
  • ບໍ່ແກ້ວ ມີ 63 ຄົນ
  • ບໍລິຄຳໄຊ ມີ 39 ຄົນ
  • ວຽງຈັນ ມີ 35 ຄົນ
  • ສະຫວັນນະເຂດ ມີ 34 ຄົນ
  • ຈຳປາສັກ ມີ 29 ຄົນ
  • ໄຊສົມບູນ ມີ 27 ຄົນ
  • ໄຊຍະບູລີ ມີ 22 ຄົນ
  • ຫົວພັນ ມີ 18 ຄົນ
  • ຄຳມ່ວນ ມີ 15 ຄົນ
  • ສາລະວັນ ມີ 9 ຄົນ
  • ອັດຕະປື ມີ 4 ຄົນ
  • ເຊກອງ ມີ 3 ຄົນ
  • ຜົ້ງສາລີ ມີ 1 ຄົນ

     ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 16 ຄົນ ຈາກ ນວ 15 ຄົນ ແລະ ບໍລິຄຳໄຊ 1 ຄົນ ທຸກຄົນໄດ້ເຂົ້າຈຳກັດສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້ ມາຮອດວັນທີ 8 ທັນວາ ທົ່ວປະເທດມີຕົວເລກຜູ້ຕິດເຊື້ອໂຄວິດ-19 ສະສົມ 83.294 ຄົນ ເສຍຊີວິດສະສົມ 224 ຄົນ (ໃໝ່ 5) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 751 ຄົນ ກໍາລັງປິ່ນປົວ 12.151 ຄົນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!