ໄຂກອງປະຊຸມໃຫຍ່ ສະໄໝທີ VIII ຜູ້ແທນພະສົງທົ່ວປະເທດ

    ກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພະສົງທົ່ວປະເທດ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ) ຈັດຂຶ້ນວັນທີ 9 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ຮັກສາການປະທານສູນກາງ ອພສ ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງ ອພສ ພ້ອມດ້ວຍພະເຖລານຸເທລະ ຜູ້ແທນພະສົງທົ່ວປະເທດ ອະດີດການນໍາພັກ-ລັດ ຜູ້ຊົງຄຸນວຸດທິ ພຸດທະສາສະນິກຊົນ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ອົງການທຽບເທົ່າຂັ້ນສູນກາງ ນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ພະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມກ່າວວ່າ: ປະຊຸມໃຫຍ່ໃນຄັ້ງນີ້ ມີຈຸດປະສົງເພື່ອພ້ອມກັນທົບທວນຄືນຜົນງານຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VII ຂອງ ອພສ ໃນນັ້ນ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄາຈຸດດີ ກໍຄືຜົນງານທີ່ບັນລຸເປັນໝາກຜົນມາໄດ້ ພ້ອມທັງຊອກຮູ້ຈຸດອ່ອນ ຂໍ້ຄົງຄ້າງ ບັນດາສາຍເຫດ ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີທີ່ຜ່ານມາ ພ້ອມກັນນັ້ນ ກອງປະຊຸມໃຫຍ່ຈະໄດ້ກຳນົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ ແລະ ວິໄສທັດຂອງ ອພສ ແລະ ແຜນງານຍຸດທະສາດການພັດທະນາໃນໄລຍະ 10 ຕໍ່ໜ້າ ຄືແຕ່ປີ 2021-2030.

    ກອງປະຊຸມໃຫຍ່ຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາຜູ້ແທນກອງປະຊຸມໃຫຍ່ ເພື່ອພ້ອມກັນເຮັດໃຫ້ພາຣະບົດບາດ ສິດ ແລະ ໜ້າທີ່ ຂອງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ແລະ ບັນດາບົດຮຽນທີ່ຖອດຖອນໄດ້ ກ່ຽວກັບການເຕົ້າໂຮມຄວາມສາມັກຄີ ແລະ ນຳເອົາກຳລັງແຮງດັ່ງກ່າວເຂົ້າສູ່ຂະບວນການວຽກງານຕົວຈິງຂອງ ອພສ ໄດ້ຮັບໝາກຜົນສຳເລັດ ເລິກເຊິ່ງກວ່າເກົ່າ ອັນສໍາຄັນອີກປະການໜຶ່ງຂອງກອງປະຊຸມໃຫຍ່ ແມ່ນຈະໄດ້ພິຈາລະນາຮັບຮອງເອົາມະຕິກອງປະຊຸມໃຫຍ່ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກໍາມະການບໍລິຫານງານສູນກາງ ອພສ ຄະນະບໍລິຫານງານປະຈໍາການຂອງສູນກາງ ອພສ ຊຸດໃໝ່ ລວມທັງຄະນະທີ່ປຶກສາ ປະທານ ຮອງປະທານ ຫົວໜ້າຫ້ອງການບໍລິຫານ ແລະ ບັນດາຫົວໜ້າກໍາມາທິການສູນກາງ ອພສ ນອກນີ້ ກອງປະຊຸມຍັງເປັນມະຫາມຸງຄຸນບຸນໃຫຍ່ພິເສດ ເປັນນິມິດໝາຍແຫ່ງຄວາມຈະເຣີນຮຸ່ງເຮືອງຂອງພະທໍາມະວິໄນ ກໍຄືພະພຸດທະສາສະໜາ ຈະໄດ້ຮັບຮອງເອົາພະໄຕຣປີຕົກລາວ ເຊິ່ງ ອພສ ໄດ້ອຸດສາຫະພາກພຽນພະຍາຍາມເຮັດສຳເລັດລົງແລ້ວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!