ປະທານສະພາແຫ່ງຊາດລາວ ສໍາເລັດການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ

    ໃນລະຫວ່າງວັນທີ 6-8 ທັນວາ 2021 ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສໍາເລັດການຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຢ່າງເປັນທາງການ.

    ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ສະຫາຍ ປະທານສະພາແຫ່ງຊາດ ໄດ້ເຂົ້າຢ້ຽມຄຳນັບບັນດາການນໍາຂັ້ນສູງພັກ-ລັດ ແຫ່ງ ສສ ຫວຽດນາມ ເປັນຕົ້ນ ຢ້ຽມຄຳນັບສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ້ຽມຄຳນັບສະຫາຍ    ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ ປະທານປະເທດແຫ່ງ ສສ ຫວຽດນາມ ຢ້ຽມຢາມພົບປະສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສສຫວຽດນາມ ທັງນີ້ກໍເພື່ອປຶກສາຫາລືທິດທາງໃນການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດ ນາມ ອ້າຍນ້ອງ.

    ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຄັ້ງນີ້ ໄດ້ມີການພົບປະສອງຝ່າຍ ລະຫວ່າງສອງປະທານສະພາແຫ່ງຊາດ ທີ່ມີສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ສະໜິດສະໜົມ ຖານສະຫາຍອ້າຍນ້ອງ ສອງຝ່າຍໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນແມ່ນການປັບປຸງບົດບັນທຶກການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ເຊິ່ງຈະໝົດອາຍຸໃນປີ 2022 ການສ້າງກິດຈະກໍາສະເຫຼີມ ສະຫຼອງສອງວັນປະຫວັດສາດ ແລະ ປີສາມັກຄີມິດຕະພາບລາວ-ຫວຽດນາມ ໃນປີ 2022 ທັງສອງຝ່າຍໄດ້ເອກະພາບສືບຕໍ່ການພົວພັນຮວມມືລະຫວ່າງສອງອົງການນິຕິບັນຍັດ ເປັນຕົ້ນ ການປັບປຸງບົດບັນທຶກສອງຝ່າຍ ການແລກປ່ຽນຄະນະຜູ້ແທນ ແລກປ່ຽນຄະນະມິດຕະພາບ ແລກປ່ຽນສະມາຊິກສະພາແຫ່ງຊາດ (ສສຊ) ໜຸ່ມ ແລກປ່ຽນ ສສຊ ເພດຍິງ ແລກປ່ຽນຈັດຕັ້ງກອງປະຊຸມສໍາມະນາໃນຫົວຂໍ້ ວິທະຍາສາດຮ່ວມກັນ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງລັດຖະບານ ປະສານສົມທົບຮ່ວມກັນຕິດຕາມກວດກາບັນດາໂຄງການຮ່ວມມືຕ່າງໆ ປະສານສົມທົບໃນການພົວພັນຮ່ວມມືໃນເວທີພາກພື້ນ ແລະ ສາກົນ ປັນຕົ້ນ AIPA IPU APPF ASEP CLV ແລະ ອື່ນໆ ຮ່ວມກັນຈັດຕັ້ງບັນດາກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ສືບຕໍ່ການຄົ້ນຄວ້າຍ້ອງຍໍບັນດາກົມກອງ ແລະ ບຸກຄົນຝ່າຍຫວຽດນາມ ທີ່ມີຜົນງານດີເດັ່ນໃນການປຸກສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ພ້ອມດຽວກັນນັ້ນ ສສ ຫວຽດນາມ ຈະສືບຕໍ່ໃຫ້ການຮ່ວມມືໃນການຄຸ້ມຄອງ ແລະ ນໍາໃຊ້ຫໍສະພາແຫ່ງຊາດລາວສືບຕໍ່ແລກປ່ຽນບົດຮຽນກ່ຽວກັບວຽກງານອົງຄະນະພັກສະພາແຫ່ງຊາດ.

    ພ້ອມດຽວກັນ ສະຫາຍ ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນຮ່ວມກັນລະຫວ່າງສອງສະພາແຫ່ງຊາດ ກ່ຽວກັບການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ ການນໍາໃຊ້ບັນດາຂໍ້ກໍານົດຂອງກົດໝາຍເຂົ້າໃນການຜັນຂະຫຍາຍບັນດາໂຄງການພັດ ທະນາເສດຖະກິດ-ສັງຄົມ ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ຕ້ອນຮັບ ແລະ ຢ້ຽມພົບປະກັບສະຫາຍ ນົງ ດຶກ ແມັງ ແລະ ສະຫາຍ ຫງວຽນ ວັນ ອານ ອະດີດປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ສະຫາຍ ເຈິນ ວັນ ຕຸ່ຍ ອະດີດກໍາມະການສູນກາງພັກກອມມູນິດຫວຽດນາມ ອພດີດຫົວໜ້າຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ ອະດີດປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ແລະ ສະຫາຍ ໂດ ວັນ ຈ້ຽນ ປະທານສູນກາງແນວໂຮມປະເທດຊາດ ແຫ່ງ ສສ ຫວຽດນາມ.

   ນອກນີ້ ຍັງໄດ້ເດີນທາງໄປແຂວງວິ້ງຟຸກ ເພື່ອຢ້ຽມຢາມກຸ່ມບໍລິສັດເກ້ວເລີມ ເຊິ່ງເປັນກຸ່ມບໍ່ລິສັດທີ່ໄດ້ຮັບຜົນສໍາເລັດດ້ານກະສິກໍາ ໂດຍສະເພາະແມ່ນການຜະລິດຝຸ່ນຊີວະພາບດ້ວຍເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຢ້ຽມຢາມ ມີຄໍາເຫັນໂອ້ລົມພະນັກງານສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ຍັງເປັນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄືສອງສະພາແຫ່ງຊາດລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນງອກງາມຍິ່ງໆຂຶ້ນ.

error: Content is protected !!