Meta ນໍາສະເໜີຟີວເຈີ້ບໍລິຈາກເລືອດໃນລາວ ໂດຍຮ່ວມມືກັບສູນເລືອດແຫ່ງຊາດ

    Meta ປະກາດການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວ ໃນການຊ່ວຍເພີ່ມການສະໜອງເລືອດໃນປະເທດ ຄຽງຄູ່ກັບຄວາມຕ້ອງການຂອງຜູ້ບໍລິຈາກໜ້າໃໝ່ ວັນທີ 8 ທັນວາ 2021 ເຊິ່ງນັບແຕ່ມີການນໍາສະເໜີຄັ້ງທຳອິດ ປີ 2017 ຟີວເຈີ້ບໍລິຈາກເລືອດຂອງ Meta ຊ່ວຍໃຫ້ຜູ້ນໍາໃຊ້ Facebook ຫຼາຍກວ່າ 100 ລ້ານຄົນ ໄດ້ລົງທະບຽນ ເພື່ອຮັບການແຈ້ງເຕືອນກ່ຽວກັບການບໍລິຈາກເລືອດໃນທົ່ວໂລກ ເພີ່ມອັດຕາການບໍລິຈາກເລືອດ ແລະ ຊ່ວຍຮັກສາອັດຕາການສະໜອງເລືອດ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19. 

    ທ່ານ ພັກເດ ເຮັງ ຫົວໜ້າຝ່າຍນະໂຍບາຍສາທາລະນະສຸກ ປະຈຳ ສປປ ລາວ ຂອງ Meta ກ່າວວ່າ: ທຸກໆວັນ ພວກເຮົາເຫັນຜູ້ຄົນທົ່ວໂລກ ມາລວມຕົວກັນໃນແພັດຟອມຂອງພວກເຮົາ ເພື່ອສົ່ງເສີມກັນແລະ ກັນ ແລະ ຊ່ວຍເຫຼືອຊຸມຊົນຂອງເຂົາເຈົ້າ ໂດຍການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວຄັ້ງນີ້ ພວກເຮົາຕ້ອງການສ້າງຊ່ອງທາງທີ່ງ່າຍທີ່ສຸດສຳລັບຄົນລາວ ໃນການບໍລິຈາກເລືອດ ແລະ ຮັກ ສາຊີວິດຂອງຜູ້ຄົນ ແລະ ພາຍໃນການກົດປຸ່ມພຽງແຕ່ 2-3 ຄັ້ງ ທ່ານກໍສາມາດລົງທະບຽນ ໄດ້ຮັບການແຈ້ງເຕືອນ ເມື່ອສູນບໍລິຈາກເລືອດໃນທ້ອງຖິ່ນຕ້ອງການຜູ້ບໍລິຈາກເພີ່ມ ແລະ ຍັງເປັນການປຸກລະດົມໃຫ້ຄົນອື່ນໆໄດ້ເຮັດແບບດຽວກັນອີກດ້ວຍ ພວກເຮົາຂໍຂອບໃຈສູນເລືອດແຫ່ງຊາດ ອົງການກາແດງລາວ ສຳ ລັບການຮ່ວມມືຄັ້ງນີ້ ແລະ ເຮັດໃຫ້ພວກເຮົາສາມາດເປີດນຳໃຊ້ຟີວເຈີ້ນີ້ ໃນປະເທດລາວໄດ້ຢ່າງສົມບູນ. 

    ສຳລັບຟີວເຈີ້ນີ້ ຈະອະນຸຍາດໃຫ້ຜູ້ທີ່ມີອາຍຸ 18-65 ປີ ສາມາດລົງທະບຽນ ເພື່ອຮັບການອັບເດດເທິງ Facebook ກ່ຽວກັບການໃຫ້ເລືອດ ໄດ້ຮັບການແຈ້ງເຕືອນກ່ຽວກັບໂອກາດໃນການບໍລິຈາກ ທີ່ສູນບໍ ລິຈາກເລືອດໃນທ້ອງຖິ່ນ ແລະ ເຊີນຊວນໝູ່ເພື່ອນຂອງທ່ານມາບໍລິຈາກນໍາກັນ Meta ກຳລັງໂປຣໂໝດ ຟີວເຈີ້ດັ່ງກ່າວ ດ້ວຍການແຈ້ງເຕືອນຂຶ້ນ Newsfeeds ຫຼື ເຮົາສາມາດຄົ້ນຫາງ່າຍໆ ພຽງແຕ່ກົດຄົ້ນຫາ “ການບໍລິຈາກເລືອດ” ເທິງແອັບ Facebook ຟີວເຈີ້ການບໍລິຈາກເລືອດ ແມ່ນຟີວເຈີ້ທີ່ນຳໃຊ້ທົ່ວໂລກ ເທິງແອັບ Facebook 2 ເດືອນທຳອິດ ຫຼັງຈາກທີ່ພວກເຮົາໄດ້ນໍາສະເໜີຢູ່ ສ ອາເມລິກາ ເດືອນມິຖຸນາ 2019 ຟີວເຈີ້ການບໍລິຈາກເລືອດ ໄດ້ເພີ່ມອັດຕາການບໍລິຈາກຂອງຜູ້ບໍລິຈາກເທື່ອທຳອິດ ຂຶ້ນ 19% ປັດ ຈຸບັນ ໄດ້ເປີດໃຊ້ງານຢູ່ຫຼາຍກວ່າ 43 ປະເທດ ລວມທັງ ສປປ ລາວ. 

    ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ພວກເຮົາມີຄວາມຍິນດີທີ່ຈະເຂົ້າຮ່ວມໃນຖານະໜຶ່ງໃນຜູ້ທີ່ຮັບຮອງເອົາຟີວເຈີ້ບໍລິຈາກເລືອດຂອງ Facebook ທົ່ວໂລກ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ການຮັບເອົາການບໍລິຈາກເລືອດຜ່ານສື່ອອນລາຍ ແມ່ນເຄື່ອງມືທີ່ເໝາະສົມໃນການຊ່ວຍໂປຣໂໝດຄໍາຂວັນ “ໃຫ້ເລືອດ ໃຫ້ຊີວິດ” ພວກເຮົາຕ້ອງການປຸກລະດົມທຸກຄົນທີ່ມີເງື່ອນໄຂໃນການລົງທະບຽນເປັນຜູ້ບໍລິຈາກ ພ້ອມທັງແບ່ງປັນປະສົບການເພື່ອສ້າງແຮງບັນດານໃຈໃຫ້ຄົນອື່ນໆ ໃນການເຮັດສິ່ງດຽວກັນນີ້ ຄວາມຕ້ອງການເລືອດໃນປະເທດລາວ ແມ່ນມີຢູ່ເລື້ອຍໆ ເຊິ່ງພວກເຮົາມີຄວາມຕ້ອງການຮັບເອົາການບໍລິຈາກເລືອດຫຼາຍກວ່າ 1.300 ຄັ້ງໃນທຸກໆອາທິດ ເພື່ອຕອບສະ  ໜອງຄວາມຕ້ອງການຂອງຄົນເຈັບ ພາຍໃນປະເທດ ຕ້ອງຂໍຂອບໃຈສຳລັບຄວາມເອື້ອເຟື້ອເຜື່ອແຜ່ຂອງຜູ້ບໍລິຈາກພາຍໃນປະເທດ ທີ່ມີສ່ວນເຮັດໃຫ້ຫຼາຍພັນຊີວິດປອດໄພໃນທຸກໆມື້ ແຕ່ຄວາມຕ້ອງການແມ່ນມີເພີ່ມຂຶ້ນກວ່າແຕ່ກ່ອນ ພວກເຮົາຍັງຕ້ອງການຜູ້ບໍລິຈາກທີ່ເພີ່ມຂຶ້ນເຊັ່ນກັນ. 

    ສາມາດລົງທະບຽນເພື່ອຮັບການແຈ້ງເຕືອນກ່ຽວກັບການບໍລິຈາກເລືອດເທິງ Facebook ໂດຍການເຂົ້າໄປທີ່ “ການບໍລິຈາກເລືອດ” ໃນພາກສ່ວນ “ກ່ຽວກັບ” ເທິງໂປຣຟາຍຂອງພວກເຂົາ ຫຼື ເຂົ້າໄປທີ່ລິ້ງ facebook.com/donateblood ສຳລັບຄົນທີ່ລົງທະບຽນແລ້ວ ຈະເຫັນການຮ້ອງຂໍ ແລະ ເຂົ້າເຖິງໂອກາດໃນການບໍລິຈາກເລືອດໃນຫຼາຍກວ່າ 18 ສູນບໍລິຈາກພາຍໃນປະເທດເທິງ Blood Donations on Facebook ໃນໂທລະສັບມືຖືຂອງພວກເຂົາ. 

# ຂ່າວ – ພາບ : ສະບາໄພ

error: Content is protected !!