ກຸ່ມບໍລິສັດໂຄລາວ ມອບລົດຮັບໃຊ້ໃຫ້ອົງການປົກຄອງ ນວ

    ກຸ່ມບໍລິສັດໂຄລາວ ໄດ້ປະກອບສ່ວນມອບລົດຕູ້ຮັບໃຊ້ຊົ່ວຄາວ 5 ຄັນ ພ້ອມນໍ້າມັນລົດມູນຄ່າ 220 ລ້ານກີບໃຫ້ອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ) ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ ນວ ໃນວັນທີ 8 ທັນວາ 2021 ຢູ່ຫ້ອງວ່າການປົກຄອງ ນວ ກ່າວມອບໂດຍ ທ່ານ ຄຳຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ ແລະ ໃຫ້ກຽດຕາງໜ້າຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະນໍາອົງການປົກຄອງ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ຄຳຂັນ ນະພາວົງ ກ່າວວ່າ: ໂດຍເຫັນໄດ້ເຖິງຄວາມສຳຄັນ ແລະ ຈຳເປັນຂອງວຽກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຄື່ອນໄຫວວຽກງານໃຫ້ຫຼາຍຂຶ້ນ ດັ່ງນັ້ນ ກຸ່ມບໍລິສັດໂຄລາວພວກເຮົາ ຈຶ່ງໄດ້ນຳເອົາລົດຕູ້ມາປະກອບສ່ວນໃຫ້ອົງການປົກຄອງ ນວ ຕື່ມອີກ 5 ຄັນ ພ້ອມນໍ້່າມັນມູນຄ່າ 220 ລ້ານກີບ ເຊິ່ງການມອບຄົ້ງນີ້ ຖືວ່າເປັນຄັ້ງທີ 3 ຈາກທີ່ຜ່ານມາໄດ້ມອບລົດຮັບໃຊ້ຈໍານວນໜຶ່ງໃຫ້ອົງການປົກຄອງ ນວ ເພື່ອຮັບໃຊ້ຊົ່ວຄາວ ໃນການລຳລຽງຄົນເຈັບຢູ່ ນວ ໃຫ້ພຽງພໍກັບຄວາມຕ້ອງການ ແລະ ຫວັງວ່າການປະກອບສ່ວນຈາກກຸ່ມບໍລິສັດພວກເຮົາຈະສ້າງຜົນປະໂຫຍດສ່ວນລວມໃຫ້ປະເທດຊາດ ກໍຄື ນວ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ໃຫ້ຫຼາຍຂຶ້ນ. 

    ໂອກາດດັ່ງກ່າວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຂອບໃຈມາຍັງມາກຸ່ມບໍລິສັດໂຄລາວທີ່ເຫັນໄດ້ຄວາມສຳຄັນໃນການປະກອບສ່ວນລົດຮັບໃຊ້ວຽກງານດັ່ງກ່າວ ໂດຍລົດທີ່ໄດ້ຮັບຄັ້ງນີ້ ຈະນຳໄປເຄື່ອນໄຫວຂົນສົ່ງວັດຖຸອຸປະກອນ ລວມທັງບຸຄະລາກອນທາງການແພດ ໄປຮັບເອົາຜູ້ຕິດເຊື້ອຢູ່ເຮືອນ  ແລະ  ຈະໝູນໃຊ້ເຂົ້າໃນວຽກງານຕ່າງໆຂອງລັດໃຫ້ເກີດຜົນປະໂຫຍດສູງສຸດ.

# ຂ່າວ – ພາບ : ລັດເວລາ 

error: Content is protected !!