ສ້າງບົດບັນທຶກກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທຳ

    ພິທີເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນວັນທີ 8 ທັນວາ 2021 ທີ່ອົງການໄອຍະການປະຊາຊົນສູງສຸດ ຮ່ວມລົງນາມໃນເອກະສານສຳຄັນຄັ້ງນີ້ ລະຫວ່າງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີຄະນະພັກ ຄະນະນຳ ບັນດາຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການເຊັນບົດບັນທຶກສ້າງກົນໄກປະສານງານຮ່ວມກັນຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທຳ ຄັ້ງທີ VI ສະບັບລົງວັນທີ 15 ກໍລະກົດ 2021 ເຂົ້າສູ່ວຽກງານຕົວຈິງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ໃນການດຳເນີນຄະດີອາຍາ ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະພາກສ່ວນ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ພ້ອມທັງຮັບປະກັນຄວາມສັກສິດຂອງກົດໝາຍ ປະຕິບັດຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ຫຼືສາຍບັນຊາແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເຮັດໃຫ້ການດຳເນີນຄະດີອາຍາໄດ້ດຳເນີນໄປຢ່າງຖືກຕ້ອງ ໂປ່ງໃສ ທັນຕາມກຳນົດເວລາ ແລະ ຍຸຕິທຳ.

    ດັ່ງນັ້ນ ທັງສອງອົງການຈຶ່ງໄດ້ປະສານສົມທົບກັນຄົ້ນຄວ້າຕົກລົງເຫັນດີເປັນເອກະພາບສ້າງບົດບັນທຶກກົນໄກ ເຊິ່ງປະກອບມີ 7 ຂໍ້ ໂດຍໄດ້ກຳນົດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ອອກ ເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກຮ່ວມໃຫ້ປະກົດຜົນເປັນຈິງ ປະກອບສ່ວນໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໂປ່ງໃສ່ ເຂັ້ມແຂງ ມີປະສິດທິພາບ ປະສິດທິຜົນ ປະຢັດ ແລະ ປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍຕາມຂະບວນຍຸຕິທຳ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!