ຂະບວນລົດໄຟເລີ່ມຂັບເຄື່ອນ, ແລ້ວມາຫວນຄືນເບິ່ງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຂອງ ກຸ່ມບໍລິສັດ POWERCHINA

ການບັນທຶກຂອງບັນນາທິການ

ໃນວັນທີ 3 ທັນວາ ປີ 2021 ເສັ້ນທາງລົດໄຟລາວ-ຈີນ (ສະຖານີບໍ່ເຕັນ ຫາ ສະຖານີນະຄອນຫຼວງວຽງຈັນ) ໄດ້ເປີດນໍາໃຊ້ຢ່າງເປັນທາງການ ພ້ອມກັບການສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 46 ປີ ຜ່ານການເຮັດວຽກຢ່າງໜັກໃນຕະຫຼອດ 5 ປີ ຖືວ່າໂຄງການນີ້ເປັນໂຄງການຮ່ວມມືຍຸດທະສາດທີ່ທາງລັດຖະບານຂອງທັງສອງປະເທດ ໄດ້ດໍາເນີນການອອກນະໂຍບາຍ ແລະ ສົ່ງເສີມໃຫ້ເປັນໂຄງການສັນຍາລັກຂໍ້ສະເໜີລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ປະຊາຊົນສອງປະເທດມີຄວາມດີໃຈທີ່ຈະຮ່ວມກັນສະເຫຼີມສະຫຼອງ ແລະ ຕ້ອນຮັບຂະບວນລົດໄຟຂອງການເລີ່ມຕົ້ນນະໂຍບາຍ “ການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ” ຢ່າງແທ້ຈິງ ການຮັບເໝົາກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງປະມູນທີ 4-5 ຂອງກຸ່ມບໍລິສັດ POWERCHINA ມີຄວາມຍາວທັງໝົດ 165.016 ກິໂລແມັດ ໃນນັ້ນມີຂົວທັງໝົດ 59 ແຫ່ງ ອຸໂມງ 30 ແຫ່ງ ທໍ່ລະບາຍນໍ້າລຸ່ມທາງລົດໄຟ 251 ຈຸດ ສະຖານີ 11 ແຫ່ງ ເສັ້ນທາງທັງໝົດ 64,5 ກິໂລແມັດ ການສ້າງຂົວ ແລະ ອຸໂມງແມ່ນກວມເອົາ 60,9% ກຸ່ມບໍລິສັດ POWERCHINA ໄດ້ຍຶດໝັ້ນໃນເປົ້າໝາຍການກໍ່ສ້າງທີ່ວ່າ “ວິສະວະກໍາການກໍ່ສ້າງທີ່ປານີດ” ສືບຕໍ່ຍົກລະດັບການກໍ່ສ້າງ ແລະ ມາດຕະຖານໃນທິດສະດີການກໍ່ສ້າງ ເພື່ອບັນລຸການກໍ່ສ້າງໃຫ້ເປັນໂຄງການຕົວຢ່າງ ແລະ ໄດ້ມາດຕະຖານ ເປັນການສ້າງໃຫ້ເຫັນໝາກຜົນໃນຮູບປະທຳທາງດ້ານເຕັກໂນໂລຊີໃໝ່ທີ່ທັນສະໄໝ ພ້ອມນັ້ນ ວິສະວະກອນກໍ່ສ້າງທາງລົດໄຟທີ່ທຸ້ມເທເຫື່ອແຮງ ດຸໝັ່ນ ສູ້ຊົນ ມີຄວາມຮັບຜິດຊອບສູງກໍ່ໄດ້ຄ່ອຍໆເຕີບໃຫຍ່ຢ່າງແຂງແຮງ ແລະ ໄດ້ສ້າງຄ່ານິຍົມໃຫ້ກຸ່ມບໍລິສັດ POWERCHINA ເຊັ່ນ “ມີໜ້າທີ່ຮັບຜິດຊອບ ຫົວຄິດປະດິດສ້າງໃໝ່ ຈິງໃຈ ແລະ ຊະນະຮ່ວມກັນ” ແລະ ຍັງເປັນການສະແດງກໍາລັງແຮງຂອງ POWERCHINA ທີ່ມີຄວາມສະຖຽນໝັ້ນຄົງໃຫ້ປະຊາຊົນໃນທົ່ວໂລກໄດ້ຮັບຮູ້.

ນັບແຕ່ມື້ລິເລີ່ມການກໍ່ສ້າງຈົນຮອດມື້ເປີດທາງລົດໄຟ ຍຶດໝັ້ນຢ່າງໜຽວແໜ້ນໃນການດໍາເນີນງານ

ທ່ານ ຫຼີ່ປິນ (Li Bin) ຫົວໜ້າບັນຊາການພະແນກບັນຊາການ ພະນັກງານອາວຸໂສຂອງກຸ່ມບໍລິສັດ POWERCHINA ທີ່ມີປະສົບການດ້ານການວິສະວະກຳການກໍ່ກ້າງຫຼາຍກວ່າ 40 ປີ ທ່ານໄດ້ເອົາປະສົບການໃນການບໍລິຫານຄຸ້ມຄອງບໍລິຫານມາສະໜອງໃຫ້ແກ່ການບໍລິຫານງານໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມນັ້ນ ທ່ານຍັງເປັນຄົນມີຄວາມຮັບຜິດຊອບສູງ ແລະ ທຸ້ມເທໃນໜ້າທີ່ວຽກງານຂອງຕົນ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຄົນອື່ນອີກດ້ວຍ ເຊິ່ງກ່ອນທີ່ຈະເລີ່ມໂຄງການກໍ່ສ້າງຢ່າງເປັນທາງການ ທ່ານ ຫຼີ່ປິນ (Li Bin) ໄດ້ຈັດຕັ້ງທີມງານດໍາເນີນການສໍາຫຼວດຕົວຈິງຢ່າງລະອຽດ ໂດຍມີການສໍາຫຼວດປະເມີນສະພາບແວດລ້ອມທາງທໍລະນີສາດ ຂໍ້ມູນການຕະຫຼາດ ແລະ ຕົ້ນທຶນຂອງວັດສະດຸຢ່າງລະອຽດ ແລະ ຖືກຕ້ອງ ເພື່ອເປັນພື້ນຖານທີ່ດີໃຫ້ແກ່ການກະກຽມສ້າງໃນບາດກ້າວຕໍ່ໄປ ພ້ອມນັ້ນໄດ້ປະສານງານກັບ 4 ໜ່ວຍງານຂອງກຸ່ມບໍລິສັດ POWERCHINA ມີການຈັດຕັ້ງດ້ານການແບ່ງປັນເຄື່ອງອຸປະກອນກໍ່ສ້າງ ແລະ ຊັບພະຍາກອນຢ່າງເໝາະສົມ ເພື່ອໃຫ້ບັນລຸການຄວບຄຸມຕົ້ນທຶນທາງດ້ານເສດຖະກິດ ແລະ ເວລາ ໄດ້ຊຸກຍູ້ການພົວພັນປະສານງານລະຫວ່າງໜ່ວຍງານ ພ້ອມແບ່ງປັນຄວາມຮູ້ກ່ຽວກັບບັນຫາທີ່ມັກພົບເຫັນ ແລະ ແບ່ງປັນປະສົບການຢ່າງມີປະສິດທິພາບໃຫ່ແກ່ທຸກໆໜ່ວຍງານເພື່ອຍົກສູງລະດັບວິຊາການຂອງທີມງານກໍ່ສ້າງທາງລົດໄຟລາວ-ຈີນຂອງກຸ່ມບໍລິສັດ POWERCHINA ການສ້າງທາງລົດໄຟລາວ-ຈີນ ແມ່ນປາສະຈາກບໍ່ໄດ້ທີ່ຈະປະສົບບັນຫາກັບເງື່ອນໄຂຄວາມຫຍຸ້ງຍາກທາງດ້ານທໍລະນີສາດ ການສ້າງອຸໂມງຕ້ອງໄດ້ສ້າງຜ່ານພູເຂົາທີ່ສູງ ບາງຈຸດມີນໍ້າ ແລະ ຕົມໄຫຼອອກມາ ເປັນຊັ້ນດິນທີ່ບົກຜ່ອງ ແລະ ຍັງມີແກ໊ສອີກ ຕໍ່ກັບການປະເຊີນໜ້າກັບຄວາມອັນຕະລາຍດັ່ງກ່າວ ທ່ານ ຫຼີ່ປິນ (Li Bin) ເອງກໍ່ໄດ້ມີການວິເຄາະເບິ່ງພາກສະໜາມຢ່າງລະອຽດ ເພື່ອຊອກຫາຂໍ້ກໍານົດໃນການຮັບມື ແລະ ການແກ້ໄຂຢ່າງມີປະສິດທິພາບ ໃນຊ່ວງໄລຍະເວລາດັ່ງກ່າວ ຖ້າເວົ້າໃນແງ່ຂອງທ່ານ ຫຼີ່ປິນ (Li Bin) ເຫັນວ່າເປັນຊ່ວງໄລຍະເວລາທີ່ບໍ່ມີກາງເວັນ ແລະ ກາງຄືນ ຫຼື “ໄລຍະເວລາການກໍ່ສ້າງຮີບດ່ວນ ທຸກໆນາທີແມ່ນມີຄ່າ ແລະ ຈໍາເປັນຕ້ອງໜັກແໜ້ນ” ຍ້ອນຄໍາເວົ້າ ດັ່ງກ່າວຂອງທ່ານ ຈຶ່ງເຮັດໃຫ້ທຸກຄົນຫ້າວຫັນ ດຸໝັ່ນ​ ກະຕືລືລົ້ນ ແລະ ພະຍາຍາມ ທຸກຄົນມີຄວາມສາມັກຄີ ແລະ ສູ້ຊົນ ເມື່ອພົບກັບບັນຫາກໍ່ແກ້ໄຂຢ່າງລະອຽດ ອັນເປັນໝາກຜົນຈາກການເຝິກຝົນໃນທຸກໆຂັ້ນຕອນ ເປັນການຮັບປະກັນວ່າການກໍ່ສ້າງທາງລົດໄຟລາວ-ຈີນ ເປັນການກໍ່ສ້າງທີ່ມີເຕັກໂນໂລຊີທີ່ທັນສະໄໝ ແລະ ຮັບປະກັນໄດ້ໃນຄຸນນະພາບ.

ທາງລົດໄຟລາວ-ຈີນ ເປັນສັນຍາລັກຂອງຂໍ້ສະເໜີລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງມິດຕະພາບລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ ທ່ານ ຫຼີ່ປິນ (Li Bin) ໄດ້ຈື່ໄວ້ໃນໃຈຢ່າງບໍ່ມີວັນລືມ ແລະ ໄດ້ເນັ້ນໜັກ ແນວຄວາມຄິດການກໍ່ສ້າງທີ່ປະສົມປະສານລະຫວ່າງແບບຊົ່ວຄາວ ແລະ ຖາວອນ ໃຫ້ແກ່ອີກ 4 ໜ່ວຍງານຂອງກຸ່ມບໍລິສັດ POWERCHINA ເພື່ອສ້າງເປັນຈຸດອອກເດີນທາງ ແລະ ຈຸດເລີ່ມຕົ້ນແຫ່ງການເດີນທາງຂອງປະຊາຊົນລາວ ນອກນີ້ຕາມເສັ້ນທາງລົດໄຟຍັງມີການດໍາເນີນການກໍ່ສ້າງສ້ອມແປງຂົວ ເສັ້ນທາງ ມີການບໍລິຈາກຊ່ວຍເຫຼືອດ້ານການຮຽນ ເປີດຊຸດເຝິກອົບຮົມ ກິດຈະກໍາປິ່ນປົວພະຍາດແບບບໍ່ເສຍຄ່າ ແລະ ອື່ນໆ ໃນສະພາບການທີ່ແຂວງອັດຕະປືເກີດເຫດການເຂື່ອນແຕກນັ້ນ ທ່ານກໍ່ໄດ້ຈັດຕັ້ງ “ທີມຊ່ວຍເຫຼືອທ້ອງຟ້າສີຄາມ” ຂອງ POWERCHINA ມາຊ່ວຍໃນການສ້ອມແປງເສັ້ນທາງໝາຍເລກທີ 18 ມີການສ້ອມແປງຂົວ 2 ແຫ່ງ ຍ້ອນເຫດຜົນດັ່ງກ່າວຈຶ່ງເຮັດໃຫ້ກຸ່ມບໍລິສັດ POWERCHINA ຂອງພວກເຮົາໄດ້ຮັບຫຼຽນໄຊແຫ່ງການພັດທະນາ ແລະ ໃບຍ້ອງຍໍຈາກລັດຖະບານ ສປປ ລາວ ພາບໂລໂກ້ສີແດງຟ້າທີ່ງົດງາມໄດ້ຝັງເລິກຢູ່ໃນໃຈຂອງປະຊາຊົນລາວໄປແລ້ວ.

ພິຊິດປ່າດົງດິບ, ດ້ວຍຄວາມສາມາດຂອງຜູ້ຈັດການຮຸ່ນໃໝ່

ທ່ານ ຫຼີວຊຽນຫຼີ (Liu Qianli) ແມ່ນຜູ້ຈັດການໂຄງການທາງລົດໄຟລາວ-ຈີນ ຂອງບໍລິສັດຊີໂນໄຮໂດເລກ 3 ທີ່ຂຶ້ນກັບ POWERCHINA ເຂົ້າຮ່ວມການກໍ່ສ້າງໂຄງການນີ້ໃນໄວອາຍຸພຽງ 30 ປີ ຕົ້ນໆ ໃນເວລາທີ່ຮອດເຂດກໍ່ສ້າງຂອງແຂວງຫຼວງພະບາງ ທ່ານໄດ້ພົບກັບບັນຫາໃຫຍ່ທີ່ຕ້ອງເຮັດໃຫ້ຄົນເຈັບຫົວຄື: ການກໍາຈັດສິ່ງທີ່ເຊື່ອງຊ້ອນ ຫຼື ສິ່ງທີ່ກີດຂວາງໃນການກໍ່ສ້າງ ແລະ ລະເບີດທີ່ບໍ່ທັນແຕກໃນປ່າ ທ່ານໄດ້ນໍາພາພະນັກງານຂອງ ຊີໂນໄຮໂດເລກ 3 ບຸກເຂົ້າປ່າເພື່ອດໍາເນີນວຽກງານການກໍາຈັດສິ່ງເຊື່ອງຊ້ອນ ແລະ ລະເບີດທີ່ບໍ່ທັນແຕກ ພາຍໃຕ້ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດ ສປປ ລາວ ກໍ່ສາມາດກໍາຈັດລະເບີດທີ່ບໍ່ທັນແຕກໃນເຂດກໍ່ສ້າງໄດ້ 10 ກວ່າລູກ ແຕ່ລະລູກແມ່ນມີຄວາມຍາວເຖິງ 30-40 ຊັງຕີແມັດ ທ່ານ ຫຼີວຊຽນຫຼີ (Liu Qianli) ໄດ້ທຸ້ມເທອອກແຮງຢ່າງສຸດຄວາມສາມາດເພື່ອແກ້ໄຂບັນຫາ ທ່ານ ຫຼີວຊຽນຫຼີ (Liu Qianli) ໄດ້ເວົ້າວ່າ “ການກໍາຈັດລະເບີດທີ່ບໍ່ທັນແຕກແມ່ນໜ້າທີ່ຈໍາເປັນທີ່ຕ້ອງເຮັດໃຫ້ສໍາເລັດ ເຖິງອັດຕາການລະເບີດມີພຽງແຕ່ 1/10000 ກໍ່ບໍ່ເຮັດໃຫ້ເຮົາວາງໃຈໄດ້”.

ເພື່ອຄວາມສະດວກໃນການກໍ່ສ້າງ ທ່ານ ຫຼີວຊຽນຫຼີ (Liu Qianli) ໄດ້ສູ້ຊົນຜ່ານຜ່າກັບອຸປະສັກທີ່ຢູ່ໃນປ່າ ເຊັ່ນ: ການຂົ່ມຂູ່ຈາກໝີ ງູ ໂຈນ ແລະ ອື່ນໆ ໄດ້ນໍາພາທີມງານການສ້າງທາງໃນປ່າ ສ້າງອາຄານທີ່ພັກຊົ່ວຄາວ ເປີດທາງໃນເຂດພູ ສ້າງຂົວຂ້າມແມ່ນໍ້າ ແລະ ຄ້າຍປະຈໍາການໃນເຂດປ່າເລິກ ປີ 2019 ແມ່ນປີແຫ່ງການຕັດສິນໄຊຊະນະຂອງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ຍ້ອນໄດ້ຮັບຜົນກະທົບຈາກສະພາບອາກາດທີ່ຮ້າຍແຮງ ກໍ່ເຮັດໃຫ້ການກໍ່ສ້າງມີຄວາມລ່າຊ້າ ເຖິງຈະໄດ້ຮັບຄວາມກົດດັນຈາກຫຼາຍຝ່າຍ ຫຼາຍພາກສ່ວນ ແຕ່ທ່ານ ຫຼີວຊຽນຫຼີ (Liu Qianli) ກໍ່ບໍ່ຫວັ່ນ ແລະ ພະຍາຍາມຕັ້ງໃຈດໍາເນີນການຢ່າງທັນທີ ຈັດຕັ້ງທີມງານ ແລະ ສ້າງແຜນການທີ່ມີປະສິດທິພາບ ເມື່ອພົບບັນຫາກໍ່ຮີບຟ້າວແກ້ໄຂໃຫ້ທັນເວລາໂດຍທັນທີ ພາຍໃຕ້ຄວາມພະຍາຍາມຂອງພະນັກງານທຸກຄົນ ໃນວັນທີ 29 ເດືອນ 9 ປີ 2020 ອຸໂມງຊຽງເງິນກໍ່ສ້າງສໍາເລັດ ເຊິ່ງສະແດງໃຫ້ເຫັນວ່າ ການກໍ່ສ້າງອຸໂມງທີ 75 ຂອງທາງລົດໄຟລາວ-ຈີນ ໄດ້ສໍາເລັດເປັນທີ່ຮຽບຮ້ອຍ ໃນສະໜາມການກໍ່ສ້າງ ແລະ ພິທີສະເຫຼີມສະຫຼອງ ທຸກຄົນໄດ້ຊົມເຊີຍຜູ້ຈັດການໜຸ່ມ ຍ້ອງຍໍວ່າ “ຊຽນຫຼີ (Qianli) ເຈົ້າສຸດຍອດຫຼາຍ”!.

ແລກປ່ຽນເຕັກນິກການກໍ່ສ້າງຈີນ ເພື່ອການກໍ່ສ້າງທີ່ມີຄຸນນະພາບ

ທ່ານ ວູຊິງຢູ (Wu Qingyu) ຜູ້ຈັດການປະຈໍາໂຄງການທາງລົດໄຟລາວ-ຈີນ ຂອງບໍລິສັດ ຊີໂນໄຮໂດເລກ 14 ທີ່ຂຶ້ນກັບ POWERCHINA ເນັ້ນໜັກວ່າ:ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນການກໍ່ສ້າງທີ່ມີຄວາມໝາຍຄວາມສໍາຄັນ ໃນຂະນະທີ່ດໍາເນີນການກໍ່ສ້າງທ່ານໄດ້ນໍາພາທີມງານຂອງຕົນສູ້ຊົນໃນການຄົ້ນຄວ້າ ແລະ ນໍາໃຊ້ເຕັກນິກ ຫຼື ວິທີການເຂົ້າໃນການກໍ່ສ້າງທາງລົດໄຟລາວ-ຈີນ ອັນເປັນການເຜີຍແຜ່ ແລກປ່ຽນມາດຕະຖານເຕັກໂນໂລຊີຂອງຈີນ ເຮັດໃຫ້ບັນລຸການປະຕິຮູບດ້ານເຕັກນິກຫຼາຍໆລາຍການ.

ທ່ານ ວູຊິງຢູ (Wu Qingyu) ໄດ້ອີງຕາມສະພາບຂອງອຸໂມງຕາມຊ່ວງໄລຍະການກໍ່ສ້າງ ເພື່ອດໍາເນີນຕາມວິທີການການກໍ່ສ້າງທີ່ເປັນມາດຕະຖານ ໄດ້ນໍາໃຊ້ເຕັກນິກການກໍ່ສ້າງທີ່ທັນສະໄໝເຂົ້າໃນການດໍາເນີນງານກໍ່ສ້າງຕົວຈິງຢ່າງມີປະສິດທິພາບ ມີການປັບປຸງລະບົບຊັບຄອນກຣີດ ນໍາໃຊ້ຮູບແບບການແບ່ງວັດສະດຸຄອນກຣີດທີ່ໄດ້ມາດຕະຖານ ຕະຫຼອດຮອດການເຕີມເຕັມຄອນກຣີດຢ່າງສະໝໍ່າສະເໝີ ອັນເປັນການຍົກສູງຄຸນນະພາບທາງດ້ານໃນ ແລະ ດ້ານນອກຂອງຄອນກຣີດ ດ້ານເທິງສຸດຂອງອຸໂມງ ແມ່ນຕິດຕັ້ງໃຫ້ມີເຄື່ອງເທຄອນກຣີດ ນໍາໃຊ້ເຕັກນິກສາຍພານຂົນສົ່ງ ເພື່ອຮັບປະກັນໃຫ້ຄອນກຣີດມີຄວາມເຕັມ ແຂງແຮງປອດໄພ ແລະ ທັນເວລາ ທ່ານ ວູຊິງຢູ (Wu Qingyu) ຍັງໄດ້ນໍາພາທີມງານຂອງໂຄງການ ປະດິດສ້າງອຸປະກອນຕົວເກາະເຫຼັກ ເຫຼັກເຊື່ອມຕໍ່ ແລະ ອື່ນໆ ເພື່ອແກ້ໄຂບັນຫາການກໍານົດທີ່ຕັ້ງຂອງເຫຼັກໃຫ້ຖືກຕ້ອງ ແລະ ບັນຫາຕ່າງໆໄດ້ຢ່າງມີປະສິດທິພາບ ພ້ອມດໍາເນີນການກໍ່ສ້າງຢ່າງລະອຽດ ວິທີການກໍ່ສ້າງມີຄວາມທັນສະໄໝ ແລະ ມີຫົວຄິດປະດິດສ້າງ ອັນກາຍເປັນ “ສິ່ງທີ່ມີຄ່າ” ສໍາລັບການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍກຸ່ມບໍລິສັດ POWERCHINA ເປັນການຢັ້ງຢືນເຮັດໃຫ້ປະຊາຊົນລາວໄດ້ເຫັນເຖິງ ເຕັກນິກການສ້າງທາງລົດໄຟຂອງຈີນ ມາດຕະຖານຂອງຈີນທີ່ທັນສະໄໝ ແລະ ອຸດົມສົມບູນ.

      ຮັບປະກັນຄຸນນະພາບ ແລະ ເວລາການກໍ່ສ້າງ ຜູ້ກໍ່ສ້າງປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ

  ທ່ານ ເສິງຜິງຈຸນ (Cheng Pingjun) ຜູ້ຈັດການທາງລົດໄຟລາວ-ຈີນ ບໍລິສັດ ຊີໂນໄຮໂດ ເລກ 15 ທີ່ຂຶ້ນກັບກຸ່ມບໍລິສັດ POWERCHINA ແມ່ນນັກວິສະວະກອນລະດັບສູງທີ່ມີຄຸນວຸດທິສູງ ຈາກປະສົບການເຮັດວຽກໃນໄລຍະເວລາອັນຍາວນານ ທ່ານໄດ້ກາຍເປັນບຸກຄົນທີ່ດໍາເນີນການເຮັດວຽກຕາມລະບຽບທີ່ເຂັ້ມງວດ ໂດຍເນັ້ນການປະຕິບັດຕາມລະບຽບເປັນຫຼັກ ເພື່ອສ້າງໃຫ້ການກໍ່ສ້າງມີປະສິດທິຜົນ.

ບໍລິສັດ ຊີໂນໄຮໂດ ເລກ 15 ໄດ້ຮັບຜິດຊອບໃນການກໍ່ສ້າງຂົວນໍ້າລີກ ເມືອງຫີນເຫີບ ແຂວງວຽງຈັນ ເຊິ່ງເປັນ ຂົວໃຫຍ່ອັນດັບ 3 ຂອງເສັ້ນທາງລົດໄຟລາວ-ຈີນ ໂດຍໃຊ້ຄານແບບຕໍ່ເນື່ອງ (48+80+48) ເຂົ້າໃນການສ້າງຂົ້ວຂ້າມແມ່ນໍ້າ ຈົນຖືກຂະໜານນາມເປັນ “ລະບຽງແມ່ນໍ້າ” ຂອງຊ່ວງນໍ້າໄຫຼໃນເຂດດັ່ງກ່າວ ຄວາມຍາກລໍາບາກໃນການສ້າງຂົວດັ່ງກ່າວໄດ້ເຮັດໃຫ້ ທ່ານ ເສິງຜິງຈຸນ (Cheng Pingjun) ບໍ່ສາມາດລືມລົງໄດ້.

      ເມື່ອຮອດລະດູຝົນ ແມ່ນໍ້າລີກກໍ່ມີລະດັບນໍ້າທີ່ສູງຂຶ້ນ ສະພາບການໄຫຼຂອງນໍ້າບໍ່ປົກກະຕິ ລະດັບນໍ້າທີ່ສູງແມ່ນສາມາດສ້າງຄວາມອັນຕະລາຍໃຫ້ແກ່ການກໍ່ສ້າງໄດ້ ເມື່ອຝົນຕົກແຮງ ຖ້າຮ້າຍແຮງກໍ່ຈໍາເປັນທີ່ຈະຕ້ອງຢຸດການກໍ່ສ້າງຊົ່ວຄາວ ຈຶ່ງເຮັດໃຫ້ການກໍ່ສ້າງມີຄວາມລ່າຊ້າ ເພື່ອຮັບປະກັນໃຫ້ພະນັກງານໂຄງການທຸກຄົນມີຄວາມປອດໄພ ພ້ອມຮັບປະກັນການປະຕິບັດຕາມກົດລະບຽບ ທ່ານ ເສິງຜິງຈຸນ (Cheng Pingjun) ຈຶ່ງໄດ້ຈັດຕັ້ງໃຫ້ມີທີມງານບໍລິຫານເຕັກນິກໂຄງການ ດໍາເນີນການອອກແຜນໃນການຮັບມືກັບຄວາມສ່ຽງ ແລະ ຄວາມປອດໄພໃນການກໍ່ສ້າງ ໄດ້ນໍາພາໃຫ້ເຈົ້າໜ້າທີ່ທີ່ຮັບຜິດຊອບການກໍ່ສ້າງຂົວຂ້າມນໍ້າລີກ ເຊື່ອມຊຶມເຂົ້າໃນກົດລະບຽບການປ້ອງກັນຄວາມສ່ຽງດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນໄດ້.

ໃນຊ່ວງໄລຍະການກໍ່ສ້າງ ທ່ານໄດ້ຊີ້ນໍາຜູ້ຮັບຜິດຊອບໃນເຂດກໍ່ສ້າງກ່ຽວກັບການຮັກສາຄານ ຫົວຂົວ ແລະ ວຽກງານເຕັກນິກອື່ນໆ ຈຶ່ງໄດ້ຈັດຕັ້ງໃຫ້ມີເຈົ້າໜ້າທີ່ລາດຕະເວນເບິ່ງຄວາມປອດໄພໃນເຂດກໍ່ສ້າງຕະຫຼອດເວລາ ໂດຍຕາມການຜັດປ່ຽນ ນອກນີ້ ທ່ານຍັງໄດ້ມີການເພີ່ມທະວີການຄວບຄຸມຄຸນນະພາບການຜະລິດໃນພາກສະໜາມ ໂດຍເລີ່ມຈາກການເທຄອນກຣີດຂອງຫົວຂົວທັງສອງຈຸດ ແລະ ທິດທາງການວາງຄານຂອງຂົວ ເພື່ອໃຫ້ສາມາດຮັບຄວາມແຮງໄດ້ຢ່າງສົມດູນ ທ່ານ ເສິງຜິງຈຸນ (Cheng Pingjun) ໄດ້ຊີ້ນໍາວຽກງານຢ່າງລະອຽດ ຈົນເຮັດໃຫ້ຂົວຈຸດຊ່ວງແມ່ນໍ້າລີກສໍາເລັດການກໍ່ສ້າງໄດ້ຢ່າງມີຄຸນນະພາບ ອັນນີ້ເຮັດໃຫ້ໂລກເຫັນວ່າຄົນຂອງ POWERCHINA ໄດ້ປະຕິບັດໃນກົດລະບຽບການກໍ່ສ້າງທີ່ເຂັ້ມງວດ.

ໃນເດືອນມັງກອນ ປີ 2020 ໃນສະພາບທີ່ເກີດການລະບາດຂອງພະຍາດໂຄວິດ-19 ໃນໂລກ ຫຼາຍໆປະເທດອ້ອມຂ້າງເຊັ່ນ: ໄທ ຫວຽດນາມ ກໍາປູເຈຍ ກໍເກີດເຫດການລະບາດຂອງພະຍາດທີ່ຮ້າຍແຮງເຊັ່ນດຽວກັນ ຈົນເຮັດໃຫ້ທ່ານ ຫຼີ່ສຽງ (Li Qiang) ຜູ້ຈັດການໂຄງການທາງລົດໄຟລາວ-ຈີນ ຂອງບໍລິສັດ ຊີໂນໄຮໂດ ເລກ 10 ທີ່ຂຶ້ນກັບ POWERCHINA ໄດ້ຮັບຄວາມກົດດັນພາຍໃຕ້ຜົນກະທົບດັ່ງກ່າວ ມີແຮງງານຈໍານວນຫຼາຍທີ່ບໍ່ສາມາດກັບມາເຮັດວຽກຄືນ ແລະ ໃນຕອນນັ້ນໂຄງການທາງລົດໄຟລາວ-ຈີນ ຂອງ ຊີໂນໄຮໂດ ເລກ 10 ກໍາລັງຢູ່ໃນຊ່ວງຮັບໜ້າທີ່ທີ່ສໍາຄັນສໍາລັບການຕິດຕັ້ງຄານເຫຼັກ ໄລຍະເວລາການກໍ່ສ້າງຖືວ່າຮີບດ່ວນຫຼາຍ ຍ້ອນປະເຊີນໜ້າກັບປັດໄຈທາງລົບຢ່າງກະທັນຫັນ ທ່ານ ຫຼີ່ສຽງ (Li Qiang) ຈຶ່ງໄດ້ຟ້າວຈັດຕັ້ງໃຫ້ພະນັກງານທຸກຄົນເຂົ້າຮ່ວມແຕ່ລະຈຸດການກໍ່ສ້າງໂດຍໄວ ທ່ານເຄີຍໄດ້ເວົ້າວ່າ “ບໍ່ມີແຮງງານ ແຕ່ພວກເຮົາກໍ່ຕ້ອງໄດ້ດໍາເນີນການເອງ!” ທ່ານໄດ້ຍຶດໝັ້ນວ່າ “ໃຫ້ພວກເຮົາດໍາເນີນການກ່ອນ” ຕໍ່ຈາກນັ້ນພະນັກງານທຸກຄົນ ຈຶ່ງເລີ່ມໃນການກໍ່ສ້າງເຊັ່ນ: ຫັນນັອດ ວາງລາງເຫຼັກ ປະສົມຄອນກຣີດ ແລະ ອື່ນໆຢ່າງຈິງຈັງ ພາຍໃຕ້ການນໍາພາຂອງທ່ານ ຫຼີ່ສຽງ (Li Qiang) ກໍ່ໄດ້ເຮັດໃຫ້ທຸກຄົນບໍ່ມີຄວາມລັງເລ ແຕ່ຫາກກ້າທີ່ຈະດໍາເນີນວຽກໃນພາກສະໜາມຢ່າງບໍ່ຢ້ານຄວາມອິດເມື່ອຍ.

ໃນເວລາດຽວກັນນັ້ນ ເພື່ອສະກັດກັ້ນຄວາມສ່ຽງຈາກການລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຂອງພະນັກງານຂອງໂຄງການ ທ່ານ ຫຼີ່ສຽງ (Li Qiang) ກໍ່ໄດ້ມີການສ້າງຈຸດຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນພາກສະໜາມຢ່າງເຄັ່ງຄັດ ຮຽກຮ້ອງໃຫ້ພະນັກງານທຸກຄົນ ກວດໂຄວິດ “3 ຄັ້ງຕໍ່ມື້” ພ້ອມເຮັດວຽກຕ້ອງໄດ້ໃສ່ຜ້າປິດປາກຢ່າງເຄັ່ງຄັດ ຮຽກຮ້ອງໃຫ້ທຸກຄົນມີການລາຍງານວຽກປ້ອງກັນພະຍາດຂອງຕົນເອງໃນແຕ່ລະມື້ ແລະ ບັນທຶກການເຄື່ອນໄຫວເພື່ອລີກລ່ຽງຄວາມສ່ຽງ ພ້ອມດຽວກັນນັ້ນກໍ່ມີການກະກຽມເຄື່ອງອຸປະກອນໃນການປ້ອງກັນ ແລະ ເງື່ອນໄຂການກັກກັນທີ່ມີຄຸນນະພາບ.

ພະນັກງານທຸກຄົນຂອງໂຄງການບໍ່ຫວັ່ນໄຫວຕໍ່ກັບບັນຫາການຂາດແຮງງານໃນຊ່ວງການລະບາດຂອງພະຍາດໂຄວິດ-19 ດໍາເນີນການປະຕິບັດວຽກການຕິດຕັ້ງຄານເຫຼັກໃນນະໂຍບາຍ “ບໍ່ມີການລະບາດ ຫຼື ເປັນສູນ” ເພື່ອໃຫ້ການກໍ່ສ້າງສໍາເລັດຕາມເວລາທີ່ກໍານົດ ອັນເປັນການສ້າງຮາກຖານທີ່ເຂັ້ມແຂງໃຫ້ແກ່ວຽກງານວາງລາງຂອງເສັ້ນທາງລາວ-ຈີນໃນຂັ້ນຕໍ່ໄປ.

ມາຮອດປັດຈຸບັນ “ຂະບວນລ້ານຊ້າງ” “ຂະບວນແຄນລາວ” ໄດ້ມາຮອດລາວແລ້ວ ເສັ້ນທາງລົດໄຟເສັ້ນນີ້ປຽບເໝືອນດັ່ງສາຍໄໝ ທີ່ອ້ອມຮອບເອົາສາຍພູຜາ ສາຍນໍ້າທີ່ງົດງາມຂອງປະເທດລາວ ເສັ້ນທາງລົດໄຟລາວ-ຈີນ ມີບົດບາດຕໍ່ການຊຸກຍູ້ລະບຽງເສດຖະກິດລາວ-ຈີນ ເຮັດໃຫ້ການທ່ອງທ່ຽວ ການຄ້າ ກະສິກໍາ ແລະ ຂະແໜງການອື່ນໆມີການພັດທະນາ ສົ່ງເສີມໃຫ້ເສດຖະກິດແຫ່ງຊາດລາວ ເຊື່ອມຊຶມເຂົ້າໄປໃນສະໄໝແຫ່ງການຂົນສົ່ງໂດຍເສັ້ນທາງລົດໄຟຢ່າງແທ້ຈິງ ເສັ້ນທາງລົດໄຟເສັ້ນນີ້ ເປັນເສັ້ນທາງແຫ່ງຄວາມຫວັງ ທີ່ມີຄົນຂອງ POWERCHINA ຢູ່ໃນເບື້ອງຫຼັງການກໍ່ສ້າງ ພວກເຂົາໄດ້ທຸ້ມເທທຸກເຫື່ອແຮງເພື່ອຜືນແຜ່ນດິນລາວ ພະຍາຍາມສູ້ຊົນ ເພື່ອສ້າງຜົນປະໂຫຍດແກ່ປະຊາຊົນລາວ ເພື່ອສ້າງຄວາມສຸກໃຫ້ແກ່ທຸກຄົນໃນໂລກ.

error: Content is protected !!