ທ່ານປະທານ​ປະ​ເທດ ຊົມເຊີຍຫົວເຫວີຍ ທີ່ໃຫ້ການຮັບປະກັນພິທີເປີດນຳໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ ຢ່າງເຕັມ​ສ່ວນ

    ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ໄດ້ພົບປະກັບທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ຢ່າງເປັນທາງການ ວັນ​ທີ 3 ທັນ​ວາ ​ຜ່ານມາ​ ໃນຮູບແບບທາງໄກ ພ້ອມທັງເປັນ​ສັກຂີ​ພິຍານໃນ​ພິທີ​ເປີດ​ໃຊ້ເສັ້ນທາງ​ລົດ​ໄຟ ​ລາວ-ຈີນ ເຊິ່ງເປັນໂຄງການປະຫວັດສາດຂອງປະເທດລາວ ແລະ ແຫຼມອິນດູຈີນໂດຍລວມ ຈາກນະຄອນຄຸນໝິງ ສປ ຈີນ ເຖິງນະຄອນຫຫຼວງວຽງຈັນ ສປປ ລາວ ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຍາວ 1.035 ກິໂລແມັດ ເຊິ່ງຈະຊຸກຍູ້ການແລກປ່ຽນບຸຄະລາກອນ ສິນຄ້າ ແລະ ການຮ່ວມມືຮອບດ້ານໃນຫຼາຍຂົງເຂດຂອງພາກພື້ນ.

    ພາຍຫຼັງ​ການ​ເປີດໃຊ້​ເສັ້ນທາງ​ລົດ​ໄຟ​ ລາວ-ຈີນ ໄລຍະເວລາການ​ເດີນ​ທາງລະຫວ່າງ​ນະຄອນ​ຄຸນ​ໝິງ​ ແລະ​ ນະຄອນຫຼວງ​ວຽງ​ຈັນກໍສັ້ນລົງ​ ສາມາດ​ເດີນທາງເຖິງຈຸດໝາຍ​ໄດ້​ພາຍໃນ​ວັນ​ດຽວ ທາງ​ລົດ​ໄຟ ​ລາວ -ຈີນ ຈະ​ກາຍ​ເປັນສ່ວນສຳຄັນຂອງເສັ້ນທາງສາຍ​​ເໜືອ-​ໃຕ້​ຂອງ​ແຫຼມ​ອິນ​ດູ​ຈີນ ​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ ​ແລະ ​ການ​ເດີນທາງລະຫວ່າງ​ສອງ​ປະ​ເທດ ​ແລະ​ ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ ​ຈີນ-ລາວ ນີ້​ແມ່ນ​ເສັ້ນ​ທາງ​ລົດ​ໄຟ​ສາຍທຳ​ອິດ​ຂອງ​ລາວ ​ທີ່ຈະປ່ຽນ​ລາວ​ຈາກ “ປະເທດທີ່ບໍ່ມີຊາຍແດນຕິດຈອດ” ເປັນ “ປະເທດທີ່ມີຊາຍແດນຕິດຈອດ” ແລະ ຈະສ້າງຄວາມເຊື່ອໝັ້ນ ແລະ ແຮງຊຸກຍູ້ຢ່າງຫຼວງຫຼາຍຕໍ່ການພັດທະນາພາກພື້ນ.

    ພື້ນຖານໂຄງລ່າງດ້ານດີຈີຕອນຕາມທາງລົດໄຟ ມີຄວາມຈຳເປັນ ແລະ ມີຄວາມສຳຄັນຫຼາຍສໍາລັບທາງລົດໄຟທີ່ທັນສະໄໝ ຫົວເຫວີຍ ເຮັດວຽກຮ່ວມກັບລາວໂທລະຄົມ ເພື່ອສ້າງເຄືອຂ່າຍຄວາມຖີ່ກວ້າງຂອງໂທລະສັບມືຖື ຕາມເສັ້ນທາງລົດໄຟ ແລະ ສະໜອງການເຊື່ອມຕໍ່ 5G ໃຫ້ສະຖານີນະຄອນຫຼວງວຽງຈັນ ເຊິ່ງເປັນການຮັບປະກັນພິທີເປີດໃຊ້ທາງລົດໄຟຢ່າງຍິ່ງໃຫຍ່.

    ທ່ານ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ​ ແລະ ສປ ​ຈີນ ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ເປີດ​ໃຊ້ທາງລົດໄຟ ລາວ-ຈີນ ໃນຮູບແບບທາງໄກ ເຊິ່ງ​ຂັບເຄື່ອນໂດຍລະບົບການປະຊຸມ HUAWEI CLOUD meeting ພາຍຫຼັງ​ສິ້ນສຸດພິທີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍທີມງານຫົວເຫວີຍ ທີ່ພະຍາຍາມຢ່າງໃຫຍ່ຫຼວງ ເພື່ອເຮັດໃຫ້ພິທີດັ່ງກ່າວປະສົບຜົນສໍາເລັດ ໂດຍກ່າວວ່າ: ຫົວເຫວີຍເປັນບໍລິສັດທີ່ໜ້າເຊື່ອຖື ແລະ ເຊື່ອຖືໄດ້.

# ຂ່າວ & ພາບ :  ສະບາໄພ

error: Content is protected !!