ປະທານສານປະຊາຊົນສູງສຸດ ຊີ້ນໍາວຽກງານຢູ່ແຂວງສະຫວັນນະເຂດ

    ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມຄະນະ ໄດ້ຢ້ຽມຢາມພົບປະກັບທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ວັນທີ 30 ພະຈິກ 2021 ຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ມີປະທານສານປະຊາຊົນແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານນາງ ວຽງທອງ ສີພັນດອນ ກ່າວວ່າ: ການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ ຄັ້ງນີ້ ເພື່ອຊີ້ນໍາຕິດຕາມຢ້ຽມຢາມການຈັດຕັ້ງປະຕິບັດໜ້າທີ່ຂອງສານປະຊາຊົນແຂວງສະຫວັນນະເຂດ ພ້ອມຕິດຕາມເບິ່ງຕົວຈິງຂອງສານປະຊາຊົນເຂດ 1 ເຊິ່ງເປັນແຂວງທໍາອິດໃນການລົງມາເຄື່ອນໄຫວເຮັດວຽກພາຍຫຼັງທີ່ໄດ້ຮັບຕໍາແໜ່ງໃໝ່ເປັນປະທານສານປະຊາຊົນສູງສຸດ ໃນວັນທີ 1 ມີນາ 2021 ນີ້ ຕົ້ນຕໍກໍເພື່ອເປັນການຮັບເອົາຄໍາສະເໜີຂອງສານປະຊາຊົນແຂວງສະຫວັນນະເຂດ ໄປພິຈາລະນາປັບປຸງໃນຕໍ່ໜ້າ ເຮັດໃຫ້ວິທີການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ພິພາກສາຄະດີມີຄວາມຖືກຕ້ອງ ໂປ່ງໃສ ຍຸຕິທໍາ ເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍແຕ່ຂັ້ນທ້ອງຖິ່ນ ແລະ ສຸນກາງເປັນລວງດຽວກັນ.

     ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງສະຫວັນະເຂດ ໄດ້ກ່າວສະແດງການຕ້ອນຮັບຊົມເຊີຍຕໍ່ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່ ທ່ານສະແດງຄວາມດີໃຈທີ່ທ່ານ ແລະ ຄະນະໄດ້ມາພົບປະ ແລະເຮັດວຽກຢູ່ແຂວງສະຫວັນນະເຂດຄັັ້ງນີ້ ເປັນການໃຫ້ທິດຊີ້ນໍາສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນຂັ້ນທ້ອງຖິ່ນ ແນໃສ່ຮັບປະກັນເຮັດໃຫ້ການດໍາເນີນຄະດີ ແລະ ການພິພາກສາຄະດີມີຄວາມຖືກຕ້ອງໂປ່ງໃສ ເປັນການປົກປ້ອງສິດຜົນປະໂຫຍດຕໍ່ພັກ-ລັດ ແລະ ປະຊາຊົນ ພ້ອມນັ້ນ ທ່ານເຈົ້າແຂວງຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານຂອງແຂວງໂດຍລວມ ສະເພາະວຽກງານຂອງອົງການປົກຄອງແຂວງທີ່ຕິດພັນກັບກົດໝາຍໄລຍະຜ່ານມາຕື່ມອີກ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!