ມື້ນີ້ ຢູ່ ນວ ເສຍຊີວິດຈາກພະຍາດໂຄວິດ-19 ຈຳນວນ 6 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 5 ທັນວາ 2021 ທີ່ກະຊວງສາທາລະນະສຸກ. 

    ໃນວັນທີ 4 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.423 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອພະຍາດໂຄວິດ-19 ທັງໝົດ 1.364 ຄົນ (ຕິດເຊື້ອພາຍໃນ 1.359 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.359 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້: 

  • ນະຄອນຫຼວງວຽງຈັນ 658 ຄົນ ໃນ 194 ບ້ານ ແລະ 9 ເມືອງ 
  • ຫຼວງນໍ້າທາ 176 ຄົນ ໃນ 46 ບ້ານ ແລະ 4 ເມືອງ 
  • ຈຳປາສັກ 79 ຄົນ ໃນ 37 ບ້ານ ແລະ 7 ເມືອງ 
  • ບໍ່ແກ້ວ 77 ຄົນ ໃນ 26 ບ້ານ ແລະ 5 ເມືອງ
  • ຫຼວງພະບາງ 72 ຄົນ ໃນ 36 ບ້ານ ແລະ 6 ເມືອງ 
  • ອຸດົມໄຊ 53 ຄົນ ໃນ 22 ບ້ານ ແລະ 4 ເມືອງ
  • ຫົວພັນ 44 ຄົນ ໃນ 11 ບ້ານ ແລະ 3 ເມືອງ 
  • ໄຊສົມບູນ 38 ຄົນ ໃນ 4 ບ້ານ ແລະ 3 ເມືອງ 
  • ສະຫວັນນະເຂດ 34 ຄົນ ໃນ 31 ບ້ານ ແລະ 5 ເມືອງ 
  • ໄຊຍະບູລີ 29 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  • ຊຽງຂວາງ 20 ຄົນ ໃນ 8 ບ້ານ ແລະ 2 ເມືອງ 
  • ສາລະວັນ 18 ຄົນ ໃນ 7 ບ້ານ ແລະ 4 ເມືອງ 
  • ວຽງຈັນ 15 ຄົນ ໃນ 12 ບ້ານ ແລະ 8 ເມືອງ 
  • ຄຳມ່ວນ 13 ຄົນ ໃນ 9 ບ້ານ ແລະ 3 ເມືອງ
  • ເຊກອງ 10 ຄົນ ໃນ 6 ບ້ານ ແລະ 2 ເມືອງ 
  • ອັດຕະປື 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  • ຜົ້ງສາລີ 8 ຄົນ ໃນ 2 ບ້ານ ແລະ 1 ເມືອງ 
  • ບໍລິຄຳໄຊ 6 ຄົນ ໃນ 3 ບ້ານ ແລະ 1 ເມືອງ 

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 5 ຄົນ ຈາກແຂວງຈຳປາສັກ 4 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ. ມາຮອດວັນທີ 5 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ສປປ ລາວ ທັງໝົດ 79.833 ຄົນ ເສຍຊີວິດສະສົມ 207 ຄົນ (ໃໝ່ 6 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 4 ທັນວາ 2021 ມີ 551 ຄົນ ກໍາລັງປິ່ນປົວ 11.842 ຄົນ. 

    ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 6 ຄົນ ມີດັ່ງນີ້: 

  • ຜູ້ທີ 1.ເພດຊາຍ ອາຍຸ 67 ປີ ບ້ານສີສະຫວາດ ເມືອງຈັນທະບູລີ ນວ 
  • ຜູ້ທີ 2.ເພດຍິງ ອາຍຸ 70 ປີ ບ້ານສະພານທອງ ເມືອງສີສັດຕະນາກ ນວ 
  • ຜູ້ທີ 3. ເພດຊາຍ ອາຍຸ 87 ປີ ບ້ານດົງປ່າແລບ ເມືອງຈັນທະບູລີ ນວ 
  • ຜູ້ທີ 4.ເພດຊາຍ ອາຍຸ 88 ປີ ບ້ານອາມອນ ເມືອງໄຊເສດຖາ ນວ
  • ຜູ້ທີ 5.ເພດຊາຍ ອາຍຸ 52 ປີ ບ້ານພູຄຳ ເມືອງໄຊທານີ ນວ ແລະ 
  • ຜູ້ທີ 6.ເພດຍິງ ອາຍຸ 88 ປີ ບ້ານຈອມມະນີ ເມືອງໄຊເສດຖາ ນວ. 

    ທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ຕິດເຊື້ອສະສົມທັງໝົດ 265.843.258 (ໃໝ່ 523.950 ຄົນ) ເສຍຊິວິດທັງໝົດ 5.263.719 (ໃໝ່ 5,641 ຄົນ) ປີ່ນປົວຫາຍດີ 239.350.562 (ໃໝ່ 376.200 ຄົນ).

# ຂ່າວ – ພາບ : ຊິລິການດາ

error: Content is protected !!