ສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານ ໄລຍະ I

       ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ສະຖານທູດເຢຍລະມັນ ແລະ ທະນາຄານພັດທະນາ KFW ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານ ຫຼື VFMP ໄລຍະ I ຂຶ້ນໃນເມື່ອບໍ່ດົນມານີ້ ທີ່ເມືອງວັງວຽງ ແຂວງວຽງ ຈັນ ເປັນປະທານຂອງ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທ່ານ ຮານ ຊໍລິກ ຊາດແບັກ (Hans-Ulrich Südbeck) ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກລັດຖະບານ ສປປ ລາວຄູ່ຮ່ວມພັດທະນາ ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ຈຸດປະສົງກອງປະຊຸມ ເພື່ອທົບທວນຄືນຜົນສໍາເລັດ ແລະ ບົດຮຽນທີ່ໄດ້ຈາກໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານ ໄລຍະ I (2019-2026) ແລະ ປຶກສາຫາລືເຖິງແນວທາງໃນການບໍລິຫານຈັດການປ່າໄມ້ແບບຍືນຍົງ ໃນ ສປປ ລາວ.

     ທ່ານ ປອ ນາງ ຈັນທະຄອນ ບົວລະພັນ  ໄດ້ກ່າວວ່າ: ໂຄງການ ໄລຍະທີ I ໄດ້ມອບປະສົບການທີ່ມີຄຸນຄ່າ ແລະ ເປັນພື້ນຖານທີ່ເຂັ້ມແຂງ ສຳລັບການພັດທະນາການຄຸ້ມຄອງປ່າໄມ້ບ້ານໃນ ສປປ ລາວ ລັດຖະບານຈະສືບຕໍ່ເອົາບົດຮຽນເຫຼົ່ານີ້ ເຂົ້າໃນນະໂຍບາຍປ່າໄມ້ແຫ່ງຊາດ ແລະ ເສີມສ້າງບົດບາດຂອງຊຸມຊົນທ້ອງຖິ່ນໃນການປົກປັກຮັກສາ ແລະ ການຄຸ້ມຄອງປ່າໄມ້ ໂຄງການ ໄລຍະທີ II ນີ້ ພວກເຮົາຈະປັບປຸງການປະສານງານລະຫວ່າງສະຖາບັນ ແລະ ຊຸມຊົນ ແລະ ສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ ເຊິ່ງເປັນການປະກອບສ່ວນທີ່ສຳຄັນຕໍ່ປະເທດຊາດ.

       ທ່ານ ຮານ ຊໍລິກ ຊາດແບັກ ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງຄວາມພະຍາຍາມຮ່ວມກັນເພື່ອປົກປັກຮັກສາປ່າໄມ້ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ ຂອງ ສປປ ລາວ “ຄວາມສຳເລັດຂອງໂຄງການສະແດງໃຫ້ເຫັນວ່າ: ການຄຸ້ມຄອງປ່າໄມ້ແບບຍືນຍົງ ສາມາດປັບປຸງທັງລະບົບນິເວດປ່າໄມ້ ແລະ ຊີວິດການເປັນຢູ່ຂອງຊົນນະບົດ ເຢຍລະມັນຍັງຄົງມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການຂະຫຍາຍວິທີການທີ່ປະສົບຜົນສຳເລັດນີ້ ພວກເຮົາມີຄວາມພູມໃຈທີ່ຈະສືບຕໍ່ຮ່ວມມືກັບກົມປ່າໄມ້ ແລະ ຊຸມຊົນທ້ອງຖິ່ນເພື່ອປົກປັກຮັກສາປ່າໄມ້ ເສີມສ້າງຄວາມ ຢືດຢຸ່ນຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງໂອກາດໃນການດຳລົງຊີວິດແບບຍືນຍົງສຳລັບປະຊາຊົນຊົນນະບົດ ພວກເຮົາຫວັງວ່າຈະສ້າງຕໍ່ຈາກຜົນສຳເລັດຂອງ ໄລຍະທີ I ຜ່ານໄລຍະຕໍ່ໄປຂອງໂຄງການ.”

      ໂຄງການຄຸ້ມຄອງປ່າໄມ້ບ້ານແມ່ນໂຄງການພັດທະນາຂອງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະ ບານກາງເຢຍລະມັນ ຜ່ານການຮ່ວມມືທາງດ້ານການເງິນທີ່ຈັດຕັ້ງປະຕິບັດໂດຍທະນາຄານພັດທະນາ KfW. ດ້ວຍງົບປະມານທັງໝົດ 7.76 ລ້ານເອີໂຣ, ລວມທັງ 7 ລ້ານເອີໂຣ ຈາກລັດຖະບານເຢຍລະມັນ ແລະ 0.76 ລ້ານເອີໂຣຈາກລັດຖະບານແຫ່ງ ສປປ ລາວ, ໂຄງການດັ່ງກ່າວໄດ້ສະໜັບສະໜູນຄວາມພະຍາຍາມໃນການປັບປຸງລະບົບນິເວດປ່າໄມ້ ແລະ ຊີວິດການເປັນຢູ່ຂອງຊົນນະ ບົດ ຜ່ານການຄຸ້ມຄອງປ່າໄມ້ແບບຍືນຍົງທີ່ນຳພາໂດຍໝູ່ບ້ານ.

ໂຄງການດັ່ງກ່າວ ແມ່ນອີງໃສ່ຫຼັກການຂອງຄວາມເປັນເຈົ້າການຂອງລາວ, ວິທີການຈາກລຸ່ມຂຶ້ນເທິງ ແລະ ການຮຽນຮູ້ໂດຍການລົງ ມືເຮັດ. ຜ່ານວິທີການເຫຼົ່ານີ້, VFMP ໄດ້ພັດທະນາຮູບແບບການຄຸ້ມຄອງປ່າໄມ້ບ້ານ 08 ຮູບແບບ, ເຊິ່ງປະກອບສ່ວນເຂົ້າໃນການປັບປຸງການຄຸ້ມຄອງປ່າໄມ້, ການປົກປ້ອງລະບົບນິເວດ ແລະ ຊີວິດການເປັນຢູ່ຂອງຊົນນະບົດໃນເຂດໂຄງການ. ໂຄງການດັ່ງກ່າວໄດ້ເຮັດວຽກຮ່ວມກັບ 70 ບ້ານ. ໃນນີ້, 35 ບ້ານໃນເມືອງພຽງ, ແຂວງໄຊຍະບູລີ ແລະ 35 ບ້ານໃນເມືອງໂພນໄຊ, ແຂວງຫຼວງພະບາງ ເຊິ່ງເປັນບ່ອນທີ່ປ່າໄມ້ປະເຊີນກັບຄວາມກົດດັນຢ່າງຫຼວງຫຼາຍຈາກການຕັດໄມ້ທຳລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້.

ທ່ານ ພາວະນາ ສົມບັນເພັງ ຫົວໜ້າກອງເລຂາໂຄງການ, ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ບ້ານ ໄລຍະທີ I ໄດ້ຍົກໃຫ້ເຫັນຜົນໄດ້ຮັບທີ່ສຳຄັນ, ບົດຮຽນທີ່ໄດ້ຮຽນຮູ້ ແລະ ສິ່ງທ້າທາຍຂອງໂຄງການ ແລະ ນຳສະເໜີໂຄງຮ່າງຂອງ VFMP ໄລຍະທີ II.

ທ່ານຮອງສາດສະດາຈານ ປອ.. ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ໄດ້ເນັ້ນໜັກວ່າ: ຜົນສຳເລັດຂອງໂຄງການ ໄລຍະທີ 1 ເປັນພື້ນຖານທີ່ເຂັ້ມແຂງສຳລັບການເພີ່ມທະວີການຄຸ້ມຄອງປ່າໄມ້ແບບມີສ່ວນຮ່ວມ ແລະ ຍືນຍົງ: “VFMP ໄດ້ສະແດງໃຫ້ເຫັນວ່າ ການປົກປັກຮັກສາປ່າໄມ້ທີ່ມີປະສິດທິພາບ ແລະ ການປັບປຸງຊີວິດການເປັນຢູ່ຂອງຊົນນະບົດ ສາມາດກ້າວໄປຂ້າງໜ້າຮ່ວມກັນໄດ້ ເມື່ອຊຸມຊົນທ້ອງຖິ່ນຖືກວາງໄວ້ເປັນໃຈກາງຂອງການຄຸ້ມຄອງປ່າໄມ້. ຮູບແບບການຄຸ້ມຄອງປ່າໄມ້ບ້ານທັງ 08 ຮູບແບບ ແລະ ບົດຮຽນຕົວຈິງທີ່ເກີດຂຶ້ນຜ່ານ ໄລຍະທີ 1 ແມ່ນຊັບສິນທີ່ສໍາຄັນສໍາລັບຂະແໜງປ່າໄມ້. ໃນໄລຍະທີ II, ກົມປ່າໄມ້ຈະເຮັດວຽກຢ່າງໃກ້ຊິດກັບອຳນາດການປົກຄອງແຂວງ ແລະ ເມືອງ, ຊຸມຊົນບ້ານ, ລັດຖະບານເຢຍລະມັນ ແລະ KfW ເພື່ອສ້າງລະບົບ ແລະ ຂະຫຍາຍວິທີການເຫຼົ່ານີ້, ເສີມສ້າງການຄຸ້ມຄອງປ່າໄມ້ ແລະ ຄວາມຢືດຢຸ່ນຕໍ່ສະພາບອາກາດ, ອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ຮັບປະກັນວ່າ ການຄຸ້ມຄອງປ່າໄມ້ຈະໃຫ້ຜົນປະໂຫຍດທີ່ຍືນຍົງແກ່ປະຊາຊົນທ້ອງຖິ່ນ.”

ກົມປ່າໄມ້ໄດ້ເຮັດໜ້າທີ່ເປັນອົງການປະຕິບັດໂຄງການ, ໂດຍມີຄວາມຮັບຜິດຊອບໂດຍລວມສຳລັບການຈັດຕັ້ງປະຕິບັດໂຄງການ. ໄລຍະທີ 1 ໄດ້ຖືກຈັດຕັ້ງປະຕິບັດຕັ້ງແຕ່ເດືອນມິຖຸນາ 2019 ຫາເດືອນພຶດສະພາ 2026, ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກ NIRAS Consulting. ຜ່ານການຮ່ວມມືນີ້, VFMP ໄດ້ເສີມສ້າງຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານ ແລະ ຊຸມຊົນທ້ອງຖິ່ນໃນການປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ຢ່າງຍືນຍົງ.

 ໂດຍອີງໃສ່ຜົນສໍາເລັດ ແລະ ບົດຮຽນທີ່ໄດ້ຮຽນຮູ້ຈາກ ໄລຍະທີ I, ໄລຍະທີ II ຂອງ VFMP ຈະເລີ່ມຕົ້ນໃນເດືອນກັນຍາ 2026 ແລະ ສືບຕໍ່ຈົນຮອດປີ 2032. ໄລຍະທີ II ຈະຂະຫຍາຍກິດຈະກຳຕ່າງໆໃນພື້ນທີ່ໂຄງການທີ່ມີຢູ່ແລ້ວ ແລະ ຂະຫຍາຍການສະ ໜັບສະໜູນໄປຍັງແຂວງເປົ້າໝາຍໃໝ່, ລວມທັງຜົ້ງສາລີ ແລະ ນະຄອນຫຼວງວຽງຈັນ, ພ້ອມທັງສືບຕໍ່ສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ, ຄວາມຢືດຢຸ່ນຕໍ່ການປ່ຽນແປງສະພາບອາກາດ, ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຊົນນະບົດ.

error: Content is protected !!