ໂຊລູເຊິນລົດໄຟອັດສະລິຍະຂອງຫົວເຫວີຍ ແລະ ເຄືອຂ່າຍ 5G ຮັບປະກັນການເປີດໃຊ້ທາງລົດໄຟລາວ-ຈີນ ຢ່າງຍິ່ງໃຫຍ່

    ວັນ​ທີ 3 ທັນ​ວາ ​ຜ່ານມາ ​ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ໄດ້ພົບປະກັບທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ເປັນທາງການ ແບບທາງໄກ ພ້ອມທັງເປັນ​ສັກຂີ​ພິຍານໃນ​ພິທີ​ເປີດນໍາ​ໃຊ້ເສັ້ນທາງ​ລົດ​ໄຟ ​ລາວ-ຈີນ ​ເຊິ່ງ​ມີຄວາມຍາວ 1.035 ກິ​ໂລ​ແມັດ​ ຈາກ​ນະຄອນຄຸນ​ໝິງ ສປ ​ຈີນ​ ເຖິງນະຄອນຫຼວງ​ວຽງ​ຈັນ ສປປ ລາວ ເສັ້ນທາງລົດໄຟດັ່ງກ່າວມີຄວາມສໍາຄັນຢ່າງຍິ່ງຕໍ່ການແລກປ່ຽນເສດຖະກິດ ສັງຄົມ ແລະ ວັດທະນະທຳ ລະຫວ່າງສອງປະເທດ ຕະຫຼອດເຖິງການເຊື່ອມໂຍງລະດັບພາກພື້ນ ສ້າງຄວາມ​ໝັ້ນ​ໃຈ ​ແລະ ຊຸກຍູ້ການ​ພັດທະນາໃນ​ພາກພື້ນ.

    ການເດີນທາງຈາກຊາຍແດນ ລາວ-ຈິນ ສູ່ນະຄອນຫຼວງວຽງຈັນ ຈະ​ສັ້ນ​ລົງ​ຈາກ 2 ວັນ ເປັນ 3 ຊົ່ວ​ໂມງ ແລະ ການເດີນທາງຈາກນະຄອນຄຸນໝິງ ເຖິງນະຄອນຫຼວງວຽງຈັນ ຈະໃຊ້ເວລາພຽງແຕ່ 1 ວັນ ນີ້​ແມ່ນ​ເສັ້ນ​ທາງ​ລົດ​ໄຟ​ສາຍທຳ​ອິດ​ຂອງ​ລາວ ​ທີ່ຈະປ່ຽນ​ລາວ​ຈາກ “ປະເທດທີ່ບໍ່ມີຊາຍແດນຕິດຈອດ” ເປັນ “ປະເທດທີ່ມີຊາຍແດນຕິດຈອດ” ເພີ່ມທະວີການເຊື່ອມຕໍ່ພາກພື້ນ ແລະ ຄວາມຍືດຍຸ່ນຂອງຕ່ອງໂສ້ອຸປະທານ ການ​ເຄື່ອນ​ໄຫວ​ທຸລະ​ກິດ ​ແລະ ​ການ​ເດີນທາງ​ ລະຫວ່າງ​ ຈີນ ​ກັບ ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ໄດ້​ຮັບ​ຄວາມ​ສະດວກ​ກວ່າ ທາງ​ລົດ​ໄຟ ລາວ-ຈີນ ​ໄດ້​ນຳພາ​ປະ​ເທດ​ ເຂົ້າ​ສູ່​ຍຸກ​ໃໝ່​ຂອງ​ເຄືອ​ຂ່າຍ​ຄົມມະນາ ຄົມ​ໃນ​ພາກ​ພື້ນ ເສັ້ນທາງລົດໄຟຈະຊ່ວຍຊຸກຍູ້ຂະແໜງການຕ່າງໆໃນພາກພື້ນ ແລະ ຊ່ວຍໃຫ້ລາວຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

    ໂຊລູເຊິນລົດໄຟອັດສະລິຍະຂອງຫົວເຫວີຍ ໄດ້ໃຫ້ການສະໜັບສະໜູນທາງລົດໄຟ ລາວ-ຈີນ ໃນຄວາມພະຍາຍາມຫັນເປັນດີຈີຕອນ ສ້າງຄວາມກ້າວໜ້າດ້ານຄວາມປອດໄພ ແລະ ການຮັກສາຄວາມປອດໄພໃນທຸກດ້ານຂອງທາງລົດໄຟ ລວມທັງການກໍ່ສ້າງ ການດໍາເນີນງານ ແລະ ບໍາລຸງຮັກສາ ພ້ອມນີ້ຫົວເຫວີຍ ຍັງໄດ້ເຮັດວຽກຢ່າງໃກ້ຊິດກັບຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມໃນລາວ ເພື່ອສ້າງເຄືອຂ່າຍຄວາມໄວສູງ ຮັບປະກັນການເຊື່ອມຕໍ່ທີ່ສະຖຽນ ໝັ້ນຄົງ ເຕັກໂນໂລຊີທີ່ກ້າວໜ້າທີ່ໃຫ້ຜົນປະໂຫຍດແກ່ປະຊາຊົນ ແລະ ຜູ້ໂດຍສານຂອງລາວ.

    ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​​ກະຊວງ​​ເຕັກ​ໂນ​ໂລ​ຊີ ​ແລະ ການສື່ສານ​ ກ່າວ​ວ່າ: ການ​ເປີດ​ນໍາໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ ​ແມ່ນ​ວິ​ໄສ​ທັດ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ນຳ​ຂອງ​ທັງ​ສອງ​ປະ​ເທດ ດ້ວຍ​ຄວາມ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ກຳ​ມະ​ກອນ​ທຸກ​ຄົນ ​ເຮັດ​ໃຫ້​ສິ່ງ​ດັ່ງ​ກ່າວ​ເປັນ​ຈິງ​ໃນ​ໄລ​ຍະ 5 ປີ ຫົວເຫວີຍ ໄດ້ເຮັດວຽກຮ່ວມກັບຜູ້ໃຫ້ບໍລິການໂທລະຄົມມະນາຄົມຂອງລາວ ເພື່ອສ້າງເຄືອຂ່າຍໄຮ້ສາຍຕາມເສັ້ນທາງລົດໄຟ ການ​ຄຸ້ມ​ຄອງ 5G ຈະ​ພ້ອມນຳໃຊ້​ໃນ​ອະ​ນາ​ຄົດ​ອັນ​ໃກ້ນີ້ ທີ່​ປະ​ຊາ​ຊົນຈະ​ສາ​ມາດເພີດເພີນກັບການ​ເຊື່ອມ​ຕໍ່​ທີ່ສະຖຽນ​ ຄວາມ​ໄວ​ສູງ ​ແລະ smart ຫຼາຍ​ກວ່າ​ ການ​ເຮັດ​ວຽກ​ຢູ່​ເທິງລົດ​ໄຟ ​ແລະ ການຕິດຕໍ່​ກັບໝູ່​ເພື່ອນ ​ແລະ ​ຄອບ​ຄົວ​ໄດ້​ທຸກທີ່ທຸກເວລາ ​ກາຍ​ເປັນສິ່ງທີ່ເປັນ​ໄປ​ໄດ້​ ເຊິ່ງຕ້ອງຂໍຂອບໃຈກັບຜົນງານອັນໃຫຍ່ຫຼວງຂອງເຂົາເຈົ້າ ຫຼັງຈາກທີ່ເປີດທາງລົດໄຟ ເສັ້ນທາງດີຈີຕອນ ແລະ ດີຈີຕອນໜຶ່ງແລວ ໜຶ່ງເສັ້ນທາງ ກໍຄວນເປີດເຊັ່ນດຽວກັນ.

    ທ່ານ ສົມລິດ ນາມມະນີນິນ ຫົວໜ້າໂຄງການຫົວເຫວີຍລາວ ກ່າວວ່າ: ຕົນ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນການຮັບປະກັນພິທີເປີດຄັ້ງນີ້ ໃນຖານະທີ່ເປັນຄົນລາວ ກໍຮູ້ສຶກຕື່ນເຕັ້ນຫຼາຍທີ່ໃນທີ່ສຸດກໍມີທາງລົດໄຟໃນບ້ານເກີດຂອງຕົນ ເປັນສິ່ງທີ່​ຄິດບໍ່ເຖິງ​ໃນ 2-3 ​ປີ​ກ່ອນ ຕົນ ​ເຊື່ອ​ວ່າ​ທາງ​ລົດ​ໄຟ ​ລາວ-ຈີນ ​ຈະ​ເປັນແຮງຊຸກ​ຍູ້​​ດ້ານ​ເສດຖະກິດ ຊ່ວຍປະເທດລາວໃຫ້ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະຫຼາດ​ສາກົນ​ທີ່​ກວ້າງ​ໃຫຍ່​ ແລະ ​ສ້າງໂອກາດຫຼາຍຂຶ້ນ​ໃຫ້​​ການ​ທຸລະກິດ ແລະ ຜູ້ຄົນ​ໃນທ້ອງຖິ່ນ​ ໃນຖານະທີ່ເປັນພະນັກງານຂອງຫົວເຫວີຍ ທີ່ມີສ່ວນຮ່ວມໃນການສ້າງເຄືອຂ່າຍຕາມທາງລົດໄຟ ຕົນ ຮູ້ສຶກພາກພູມໃຈທີ່ລະບົບການປະຊຸມ HUAWEI CLOUD ເຕັກໂນໂລຊີ 5G ແລະ ໂຊລູເຊິນ FTTX ໄດ້ເຮັດໃຫ້ການພົບທາງໄກແບບອອນລາຍຂອງໄລຍະເວລາແຫ່ງປະຫວັດສາດເປັນໄປຢ່າງຈົບງາມ ຕົນ ​ຫວັງ​ວ່າຈະໄດ້ເຫັນການປະ ສົມປະສານຂອງ​ເຕັກ​ໂນ​ໂລ​ຊີ​ດີຈີ​ຕອນ ​ແລະ ການ​ຂົນ​ສົ່ງ​ທີ່​ທັນ​ສະ​ໄໝ ເພື່ອ​ນໍາເອົາຄວາມ​ສົດ​ໃສ ແລະ ສີ ວິໄລ​ມາສູ່​ປະ​ເທດ​ລາວ.

    ຫົວເຫວີຍ ສ້າງຕັ້ງຢູ່ປະເທດລາວ ມາເປັນເວລາ 23 ປີແລ້ວ “ຢູ່ລາວ ເພື່ອລາວ” ແມ່ນພັນທະກິດຂອງພວກເຮົາໃນການພັດທະນາມາໂດຍຕະຫຼອດ ພວກເຮົາໄດ້ເຫັນ ແລະ ມີສ່ວນຮ່ວມໃນໄລຍະເວລາແຫ່ງປະຫວັດສາດອັນຍິ່ງໃຫຍ່ນີ້ ຫົວເຫວີຍລາວ ຈະຍັງຄົງມີສ່ວນຮ່ວມໃນເສດຖະກິດດີຈີຕອນ ແລະ ການປ່ຽນອຸດສາຫະກຳໃນລາວ. (ສະບາໄພ 5/12/2021)

error: Content is protected !!