ພິທີເປີດການນຳໃຊ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງຢ່າງເປັນທາງການ

    ພິທີເປີດການນຳໃຊ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ໄດ້ມີຂຶ້ນວັນທີ 4 ທັນວາ 2021 ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ມີທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ບັນດາລັດຖະມົນຕີ ຮອງລັດຖະມົນຕີ ທູຕານຸທູດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຈີສຕິກ ຈຳກັດ ໄດ້ກ່າວວ່າ: ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ກໍຄືໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈີສຕິກຄົບວົງຈອນນະຄອນຫຼວງວຽງຈັນ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ດ້ານການຂົນສົ່ງ ການຄ້າຂອງພາກພື້ນ ແລະ ສາກົນໃຫ້ປາກົດຜົນເປັນຈິງ ເຊິ່ງຈະອຳນວຍຄວາມສະດວກສູງສຸດແກ່ການເຮັດກິດຈະກຳ ທຸລະກຳໃນການຜ່ານແດນສິນຄ້າ ແລະ ສິນຄ້າຜ່ານແດນ. ໂຄງການດັ່ງກ່າວ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ເຊື່ອມຕໍ່ບ້ານຊຽງດາ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີຂອບເຂດສຳປະທານເບື້ອງຕົ້ນແມ່ນ 382 ເຮັກຕາ ໄລຍະສຳປະທານ 50 ປີ ໂດຍແບ່ງອອກເປັນ 2 ໂຄງປະກອບ ຄື: ການກໍ່ສ້າງທ່າບົກ ແລະ ສ້າງເຂດໂລຈີສຕິກຄົບວົງຈອນ ທັງສອງໂຄງການນີ້ ຄາດຄະເນການລົງທຶນທັງໝົດ 727 ລ້ານໂດລາສະຫະລັດ ໂຄງການທ່າບົກ ແມ່ນລົງທຶນເບື້ອງຕົ້ນ 180 ລ້ານໂດລາສະຫະລັດ ແລະ ເຂດໂລຈີສຕິກລົງທຶນ 547 ລ້ານໂດລາສະຫະລັດ ທັງໝົດນີ້ ແມ່ນການລົງທຶນຂອງເອກະຊົນລາວ 100% ແລະ ຄາດຄະເນຈະສຳເລັດທັງສອງໂຄງການໃນອີກ 2 ປີຂ້າງໜ້າ. 

    ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄຳເຫັນວ່າ: ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເປັນໂຄງການທີ່ມີຄວາມສຳຄັນໃນການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ ຕາມຍຸດທະສາດການພັດທະນາໂລຈີສຕິກຂົນສົ່ງສິນຄ້າຂອງລາວ ມີຄວາມສະດວກວ່ອງໄວ ປອດໄພ ທັນສະໄໝ ຍືນຍົງ ເປັນມິດຕໍ່ສິ່ງແວດລ້ອມ ເພີ່ມຄວາມສາມາດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ຢ່າງມີປະສິດທິພາບປະສິດທິຜົນ. ໃນພິທີເປີດການນໍາໃຊ້ດ່ານດັ່ງກ່າວຍັງມີການປ່ອຍຂະບວນສິນຄ້າຮອບປະຖົມມະເລີກຈຳນວນ 12 ຕູ້ຄອນເທັນເນີ້ໄປຍັງປະເທດຫວຽດນາມ ໄທ ແລະ ກຳປູເຈຍ ຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!