ພັດທະນາດ້ານພະລັງງານ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກໍາ

    ບົນພື້ນຖານການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກໃຫ້ປາກົດຜົນເປັນຈິງ ກໍຄືການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 (2016-2020) ຂອງລັດຖະບານ ແຜນພັດທະນາເສດຖະກິດ-ສັງຄົມຂອງກະຊວງພະລັງງານ ແລະ ບໍ່ແຮ່ ດັ່ງນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສຸມໃສ່ຄົ້ນຄວ້າຜັນຂະຫຍາຍນະໂຍບາຍໃຫ້ເປັນແຜນການ ແລະ ລະບຽບການຕ່າງໆຢ່າງລະອຽດ ເພື່ອເປັນເຄື່ອງມື ແລະ ກົນໄກຄຸ້ມຄອງຊຸກຍູ້ການຈັດ ຕັ້ງປະຕິບັດແຜນພັດທະນາຂະແໜງການໃຫ້ມີຄວາມສອດຄ່ອງ ກົມກຽວກັນທັງໃນໄລຍະຍາວ ໄລຍະກາງ ແລະ ໄລຍະສັ້ນ ເຊິ່ງເປັນການປະກອບສ່ວນຢ່າງຕັ້ງໜ້າ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງມີຄຸນນະພາບດ້ວຍຈັງຫວະຕໍ່ເນື່ອງ ໃນນັ້ນ ໄດ້ກໍານົດຈະແຈ້ງກ່ຽວກັບວິໄສທັດຮອດປີ 2030.

    ສຳລັບວິໄສທັດຮອດປີ 2030 ໄດ້ອີງໃສ່ຜົນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ສົມທົບກັບການສຶກສາ ຄົ້ນຄວ້າສະພາບຄວາມເປັນຈິງດ້ານທ່າແຮງຂອງຂະແໜງການ ໄປພ້ອມທ່າອ່ຽງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ໂດຍສົມທົບກັບທ່າອ່ຽງການພັດທະນາຂອງຍຸກສະໄໝຢ່າງພາວະວິໄສ ທັງໃນຂົງເຂດພາກພື້ນ ແລະ ສາກົນ ຈຶ່ງໄດ້ກໍານົດວິໄສທັດຮອດປີ 2030 ອອກດັ່ງນີ້ “ພັດທະນາດ້ານພະລັງງານ ແລະ ບໍ່ແຮ່ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຂຸດຄົ້ນນໍາໃຊ້ທ່າແຮງຊັບພະຍາກອນທໍາມະຊາດໃຫ້ຮັບປະກັນຄວາມຍືນຍົງ ສົ່ງເສີມເສດຖະກິດຂອງຊາດໃຫ້ເຂັ້ມແຂງ ຍູ້ແຮງການສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງ ເຊື່ອມໂຍງ-ແລກປ່ຽນພະລັງງານກັບປະເທດໃກ້ຄຽງ ແລະ ພາກພື້ນ ພັດທະນາດ້ານພະລັງງານ ແລະ ບໍ່ແຮ່ ເພີ່ມຂຶ້ນດ້ວຍສີຂຽວ ແລະ ສົດໃສ”.

# ຂ່າວ & ພາບ : ຂັນທະວີ

error: Content is protected !!