ນະຄອນຫຼວງ ມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 3 ພັນກວ່າແຫ່ງ

    ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳ ແລະ ການຄ້າ ເພື່ອຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸ ລະກິດ ກໍຄືໂຮງຈັກໂຮງງານຕ່າງໆທີ່ດຳເນີນທຸລະກິດຢູ່ ນວ ດຳເນີນການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງແຂວງ ຕ່າງປະເທດ ເຊິ່ງມັນສະແດງໃຫ້ເຫັນໃນ 5 ປີຜ່ານມາ (2015-2019) ການຈັດຕັ້ງປະຕິບັດວຽກງານດັ່ງກ່າວປະສົບຜົນສຳເລັດເປັນກ້າວໆ.

    ປັດຈຸບັນຢູ່ ນວ ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາທັງໝົດ 3.109 ແຫ່ງ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 10,05% ທຽບໃສ່ຄາດໝາຍທີ່ວາງໄວ້ 12% ແມ່ນຫຼຸດ 1,95% ສາເຫດເງື່ອນໄຂໃນການດຶງດູດການລົງທຶນຍັງມີຂໍ້ຈຳກັດ ມີແຮງງານທັງໝົດ 54.128 ຄົນ ຍິງ 31.786 ຄົນ ມີແຮງມ້າທັງໝົດ 174.723 ແຮງມ້າ ມີທຶນທັງໝົດ 4.674,21 ຕື້ກີບ ໃນນັ້ນໂຮງງານຂະໜາດໃຫຍ່ 5,37% ຂະໜາດກາງ 7,10% ຂະໜາດນ້ອຍ 12,02% ແລະ ອຸດສາຫະກຳແບບຄອບຄົວ 75,49% ໃນຈຳນວນດັ່ງກ່າວນັ້ນ ມີໂຮງງານຫັດຖະກຳ 341 ແຫ່ງ ລວມຍອດຜະລິດຕະພັນອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 5 ປີ ປະຕິບັດໄດ້ 22,731 ຕື້ກີບ ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 69,8%.

    ການພັດທະນາ ໄດ້ເອົາໃຈໃສ່ຄຸ້ມຄອງໂຮງງານໃນ ນວ ໃຫ້ຂະຫຍາຍຕົວເປັນກ້າວໆ ໂດຍມີການຄົ້ນຄວ້າແບ່ງຄວາມຮັບຜິດຊອບສິດ ແລະ ໜ້າທີ່ໃນການຄຸ້ມຄອງວຽກໃຫ້ເມືອງຕາມທິດ 3 ສ້າງ ຕິດພັນກັບການຈັດສັນຄົນ ແລະ ຈັດສັນງົບປະມານ ແກ້ໄຂໂຮງງານທີ່ມີບັນຫາດ້ານສິ່ງແວດລ້ອມໃນ 5 ປີ ຈຳນວນ 38 ໂຮງງານ ໂດຍສະເພາະແມ່ນບັນຫາອາກາດ ກິ່ນເໝັນຈາກນໍ້າເປື້ອນ ສຽງດັງຈາກການຜະລິດ ປັດຈຸບັນໄດ້ແກ້ໄຂສຳເລັດ 28 ໂຮງງານ(ໂຮງງານຫຼອມ ກັ່ນ ຕົ້ນຢາງຕີນລົດ) ພັດທະນາ ແລະ ຊຸກຍູ້ການປັບປຸງໂຮງງານໃຫ້ໄດ້ຕາມມາດຕະຖານ ແລະ ລະບຽບການວາງອອກເຊັ່ນ: ການດັດສົມໂຮງງານນໍ້າດື່ມບໍລິສຸດໄລຍະ 1 ໃນ 9 ເມືອງ 55 ໂຮງງານ ໃນນີ້ປັບປຸງສຳເລັດ 11 ໂຮງງານ ປັບປຸງແຕ່ບໍ່ທັນສຳເລັດ 19 ໂຮງງານ ບໍ່ທັນໄດ້ປັບປຸງ 9 ໂຮງງານ ໄດ້ໃຫ້ຢຸດເຊົາກິດຈະການຖາວອນ ຢຸດເຊົາຕົວຈິງ 5 ໂຮງງານ ຢຸດເຊົາຊົ່ວຄາວ 1 ໂຮງງານ ສາເຫດຍ້ອນຂາດຜູ້ບໍລິຫານ ແລະ ໃຫ້ຊອກສະຖານທີ່ໃໝ່ 3 ໂຮງງານ.

    ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ການເຄື່ອນໄຫວໄມ້ ແລະ ທຸລະກິດໄມ້ ໂດຍສຳເລັດການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີໃນ ນວ ເຊິ່ງມີໂຮງງານທັງໝົດ 162 ແຫ່ງ ຜົນຂອງການດັດສົມທັງໝົດ 146 ແຫ່ງ ເທົ່າກັບ 90,12% ໃນນີ້ໃຫ້ສືຶບຕໍ່ 32 ແຫ່ງ ອອກອະນຸຍາດສືບຕໍ່ດຳເນີນ 16 ແຫ່ງ ໃຫ້ປັບປຸງ 83 ແຫ່ງ ລົງກວດກາ ແລະ ເຮັດບົດບັນທຶກໃຫ້ປັບປຸງແລ້ວ 83 ແຫ່ງ ໄດ້ປັບປຸງສຳເລັດ ແລະ ອອກອະນຸຍາດຕໍ່ດຳເນີນກິດຈະການໃຫ້ແລ້ວ 9 ແຫ່ງ ໃຫ້ຢຸດເຊົາ 32 ແຫ່ງ ອອກແຈ້ງການໃຫ້ຢຸດເຊົາແລ້ວ 29 ແຫ່ງ ໃຫ້ຍົກຍ້າຍ 15 ແຫ່ງ ລົງກວດກາແລ້ວ 15 ແຫ່ງ ແລະ ອອກໜັງສືເຫັນດີໃຫ້ຍົກຍ້າຍ 7 ແຫ່ງ ສຳລັບໂຮງງານທີ່ນອນໃນບັນຊີປັບປຸງຈະໃຫ້ປັບປຸງສຳເລັດຕາມບົດບັນທຶກທີ່ໄດ້ກຳນົດໄວ້.   

error: Content is protected !!