ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດ ຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 7 ພຶດສະພາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງແລງ ຂອງວັນທີ 6 ພຶດສະພາ 2020 ຈຳນວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.806 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 981 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 28 ຄົນ ແລະ ຜ່ານດ່ານຂົວມິດຕະພາບ II ແຂວງສະຫວັນນະເຂດ ຈຳນວນ 2 ຄົນ ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 9 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 816 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 0 ຄົນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບແຮງງານລາວຈຳນວນ 28 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ແມ່ນມີຖິ່ນຖານມາຈາກແຂວງຈຳປາສັກ 17 ຄົນ ສະຫວັນນະເຂດ 8 ຄົນ ແລະ ສາລະວັນ 03 ຄົນ ສ່ວນແຮງງານລາວທີ່ເຂົ້າມາຜ່ານດ່ານຂົວມິດຕະພາບ II ຈຳນວນ 2 ຄົນນັ້ນ ທັງໝົດແມ່ນມີຖິ່ນຖານມາຈາກ ແຂວງສະຫວັນນະເຂດ ສ່ວນແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຈົນຄົບກຳນົດ 14 ວັນ.

ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 6 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 99 ຄົນ ໃນນັ້ນ ມີກໍລະນີສົງໄສ 6 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 93 ຄົນ ກໍລະນີສົງໄສ 6 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 3 ຄົນ ສະຫວັນນະເຂດ 1 ຄົນ ໄຊສົມບູນ 1 ຄົນ ແລະ ອຸດົມໄຊ 1 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 93 ຄົນ ຜົນກວດທັງໝົດ 99 ຄົນ ຂອງວັນທີ 6 ພຶດສະພານີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 6 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອ ນັບແຕ່ເດືອນມັງກອນ ຮອດວັນທີ 6 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.604 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (25 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດ ໂດຍສະເພາະແຮງງານລາວຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ ປັດຈຸບັນນີ້ ທົ່ວປະເທດມີສູນຈຳກັດບໍລິເວນທັງໝົດ 77 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 621 ຄົນ ທັງໝົດນີ້ບໍ່ມີຜູ້ຕິດເຊື້ອ ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ ທັງໝົດເຫັນວ່າມີອາການເບົາບາງ ແລະ ມື້ອື່ນນີ້ກໍຈະເກັບຕົວຢ່າງມາກວດວິເຄາະເພື່ອຢັ້ງຢືນ ຖ້າບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ 24 ຊົ່ວໂມງຈະພິຈາລະນາໃຫ້ອອກໂຮງໝໍໄປຈຳກັດບໍລິເວນຢູ່ເຮືອນອີກ 14 ວັນ.

ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 7 ພຶດສະພາ 2020 ທົ່ວໂລກມີການລາຍງານການລະບາດທັງໝົດ 212 (ປະເທດ/ເຂດ) ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 3.810.785 (86.267 ໃໝ່) ເສຍຊິວິດ 264.021 (5.995ໃໝ່) ກວມເອົາ 6.92% ຂອງຜູ້ຕິດເຊື້ອທັງໝົດ ປີ່ນປົວຫາຍດີ 1.287.656 (49.083 ໃໝ່) ກວມເອົາ 33,7 % ຂອງຜູ້ຕິດເຊື້ອທັງໝົດ ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວມີເຖິງ 19.036 ຄົນ ແລະ ເສຍຊີວິດ 1.850 ຄົນຕໍ່ມື້ ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6,92% (ມື້ວານນີ້ 6,92 %).

ສະເພາະກຸ່ມປະເທດອາຊຽນ ກໍເຫັນວ່າຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອສູງເຖິງ 788 ຄົນ ໃນວັນທີ 6 ພຶດສະພາ 2020 ຢູ່ກຸ່ມປະເທດອາຊຽນມີການເສຍຊີວິດໃນມື້ວານນີ້ມື້ດຽວ 48 ຄົນ.
ແນວໃດກໍຕາມ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 25 ມື້ແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ) ໃນຈຳນວນຜູ້ຕິດເຊື້ອສະສົມ 19 ຄົນ ກໍໄດ້ອອກໂຮງໝໍແລ້ວ 10 ຄົນ ແລະ ຍັງເຫຼືອ 9 ຄົນທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ ໃນນີ້ໄດ້ຮັບຄົນເຈັບເກົ່າເຂົ້າມາຕິດຕາມອາການ 1 ຄົນ ລວມມີ 10 ຄົນຢູ່ໂຮງໝໍມິດຕະພາບ.
ໃນໄລຍະຜ່ອນຜັນບາງມາດຕະການ ແຕ່ນີ້ເຖິງວັນທີ 17 ພຶດສະພານີ້ ຄະນະສະເພາະກິດພວກເຮົາຈະໄດ້ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດ ຕໍ່ຜູ້ທີ່ຈະເດີນທາງເຂົ້າມາປະເທດເຮົາ ໂດຍການກວດວິເຄາະຫາເຊື້ອພະຍາດທຸກຄົນ ເພື່ອບໍ່ໃຫ້ນຳເຊື້ອເຂົ້າມາປະເທດເຮົາອີກ ຜູ້ທີ່ມີຜົນກວດວິເຄາະບວກ ກໍຈະໄດ້ເອົາເຂົ້ານອນຕິດຕາມຢູ່ໂຮງໝໍ ເພື່ອບໍ່ໃຫ້ມີຄວາມສ່ຽງທີ່ຈະແຜ່ກະຈາຍເຊື້ອອອກໄປຕິດໃສ່ຜູ້ອື່ນ ຜູ້ທີ່ມີຜົນກວດວິເຄາະລົບ ກໍຈະໄດ້ໄປຈຳກັດບໍລິເວນຢູ່ສູນຂອງແຕ່ລະແຂວງຈົນຄົບກຳນົດ 14 ວັນ ບັນດາພໍ່ແມ່ປະຊາຊົນບັນດາເຜົ່າຈະຕ້ອງໄດ້ເອົາໃຈໃສ່ເປັນເຈົ້າການປະຕິບັດຕາມແຈ້ງການ ແລະ ຄຳແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອຊ່ວຍສະໜັບສະໜູນມາດຕະການຄວບຄຸມການລະບາດຂອງພະຍາດ COVID-19 ນີ້ ໃຫ້ມີປະສິດທິຜົນ ເພື່ອຈະໄດ້ກຳນົດມາດການຜ່ອນຜັນສືບຕໍ່ໄປອີກຫຼັງຈາກວັນທີ 17 ພຶດສະພາ 2020 ໂດຍສະເພາະການປະຕິບັດມາດຕະການປ້ອງກັນການຕິດເຊື້ອຂອງມວນຊົນເປັນຕົ້ນ ການລ້າງມືດ້ວຍນ້ຳສະອາດ ແລະ ສະບູ ຫຼືໃຊ້ເຈວລ້າງມື ຂ້າເຊື້ອ 70% ຂຶ້ນໄປ ການປະຕິບັດໄລຍະຫ່າງ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼືຢູ່ສະຖານທີ່ບໍລິການຕ່າງໆ.
ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ ການທີ່ຈະປ້ອງກັນການລະບາດຄືນມາຮອບໃໝ່ ຫຼືຈະເພິ່ມການຜ່ອນຜັນມາດຕະການອື່ນໆ ຫຼັງຈາກວັນທີ 17 ພຶດສະພານີ້ ແມ່ນຂຶ້ນກັບພວກເຮົາໝົດທຸກຄົນ.
ບັນດາທ່ານໄດ້ຮັບຊາບຂໍ້ມູນຂ່າວສານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການຕິດຕາມປີ່ນປົວຜູ້ຕິດເຊື້ອຢູ່ໂຮງໝໍ ຖ້າວ່າບັນດາທ່ານ ຫຼືຄົນໃນຄອບຄົວຂອງທ່ານຫາກມີອາການໄຂ້ ໄອ ເຈັບຫົວ ເຈັບທ້ອງ ຫຼື ມີອາການອື່ນໆ ກໍຂໍໃຫ້ບັນດາທ່ານເຂົ້າໄປພົບແພດຢູ່ໂຮງໝໍ ເພື່ອຈະໄດ້ຄັດແຍກວ່າມີອາການສົງໄສກ່ຽວກັບພະຍາດ COVID-19 ຫຼືບໍ່ ພ້ອມທັງຈະໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ ຫຼືວ່າບັນດາທ່ານທີ່ມີພະຍາດອື່ນກໍຈະໄດ້ຄັດແຍກໄປບ່ອນໜຶ່ງສະເພາະ ເພື່ອທຳການປິ່ນປົວຢ່າງທັນການ
# ຂ່າວ & ພາບ : ສີພອນ ຈັນທະດາລາ